ກະຊວງສາທາລະນະສຸກຫວຽດນາມ ພວມເຈລະຈາກັບ 3 ປະເທດອື່ນຄື: ອາເມລິກາ, ລັດເຊຍ ແລະ ຈີນ ເພື່ອຊື້ວັກຊິນກັນໂຄວິດ-19

ກະຊວງສາທາລະນະສຸກຫວຽດນາມ ພວມເຈລະຈາກັບ 3 ປະເທດອື່ນຄື: ອາເມລິກາ, ລັດເຊຍ ແລະ ຈີນ ເພື່ອຊື້ວັກຊິນກັນໂຄວິດ-19

ຍສໝ - ໃນການເຈລະຈາລະຫວ່າງຫວຽດນາມ ແລະ ບໍລິສັດຢາ Astra Zeneca ຂອງອັງກິດ, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງສະໜອງວັກຊິນ 30 ລ້ານໂດຣ ໃຫ້ປະຊາຊົນ 15 ລ້ານຄົນ.

ລາວ: ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ

ລາວ: ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ

ອີງໃສ່ສະພາບການລະບາດ ຂອງປະເທດເພື່ອນບ້ານ ທີ່ມີການລະບາດ ພາຍໃນປະເທດຢ່າງຕໍ່ເນື່ອງ ແລະ ແຜ່ລາມໄປຫລາຍແຂວງນັ້ນ ກໍ່ຍ້ອນປະຊາຊົນ ບໍ່ເອົາໃຈໃສ່ ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ທີ່ລັດຖະບານວາງ ອອກຢ່າງເຄັ່ງຄັດ, ເຊິ່ງ ສປປ ລາວ ແມ່ນມີຄວາມສ່ຽງສູງ ທີ່ຈະມີຜູ້ຕິດເຊື້ອ ເຂົ້າມາແຜ່ເຊື້ອ ແລະ ເກີດການລະບາດຮອບໃໝ່ ໃນປະເທດ. ສະນັ້ນ, ເພື່ອສະກັດກັ້ນ ການລະບາດແຕ່ຫົວທີ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ, ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ ພ້ອມທັງ, ຮຽກຮ້ອງມາຍັງ ປະຊາຊົນລາວບັນດາເຜົ່າ ໃຫ້ເຫັນເຖິງຄວາມສຳຄັນ ໃນການປະຕິບັດ ຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວ ຂ້ອງວາງອອກຢ່າງເຄັ່ງຄັດ.

ຍີ່ປຸ່ນ  ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19

ຍີ່ປຸ່ນ ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19

ຍສໝ - ໃນວັນທີ 18 ທັນວາ 2020, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ Keizho Takewaka ໄດ້ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19.

ມື້ດຽວທົ່ວປະເທດພົບຜູ້ເປັນໄຂ້ຍຸງ 18 ຄົນ

ມື້ດຽວທົ່ວປະເທດພົບຜູ້ເປັນໄຂ້ຍຸງ 18 ຄົນ

ໃນມື້ດຽວ ຄືວັນທີ 9 ທັນວາ 2020 ສປປ ລາວ ກວດ​ພົບຜູ້ຕິດເຊື້ອ ໄຂ້ຍຸງລາຍເພີ່ມໃໝ່ ຈໍານວນ 18 ກໍລະນີ ແລະນັບແຕ່ວັນທີ 1 ມັງກອນ- 9 ທັນວາ 2020 ມີຜູ້ຕິດເຊື້ອກໍລະນີສະສົມ ທັງໝົດ 8.183 ຄົນ ໃນ 18 ແຂວງ.

ຜູ້ຕິດເຊື້ອໄຂຍຸງລາຍ ຍັງມີຈຳນວນເພີ່ມຂຶ້ນໃນແຕ່ລະວັນ

ຜູ້ຕິດເຊື້ອໄຂຍຸງລາຍ ຍັງມີຈຳນວນເພີ່ມຂຶ້ນໃນແຕ່ລະວັນ

ຕາມການລາຍງານຈາກ ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ໃນວັນທີ 4 ທັນວາ 2020 ວ່າ: ນັບແຕ່ຕົ້ນເດືອນມັງກອນ ຫາ ວັນທີ 3 ທັນວາ 2020 ຢູ່ ສປປ ລາວ ມີຜູ້ຕິດເຊື່ອໄຂ້ຍຸງລາຍ 8.010 ຄົນ, ໃນນັ້ນ ເສຍຊີວິດ 12 ຄົນ. ສະເພາະໃນວັນທີ 3 ທັນວາ ປີ 2020 ຢືນຢັນແລ້ວພົບຜູ້ຕິດເຊື້ອ 15 ກໍລະນີ, ​ເຊິ່ງ​ເປັນ​ວ່າ​ຈຳນວນ​ຜູ້​ຕິດ​ເຊື້ອ​ໄຂ​ຍຸງລາຍ​ ຍັງ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ວັນ.

ລັດຖະບານ ການາດາ ໄດ້ມອບ ອຸປະກອນການແພດ ທີ່ມີມູນຄ່າ ກ່ວາ 830.000 ໂດລາການາດາໃຫ້ກະຊວງສາທາລະນະສຸກ ຫວຽດນາມ

ລັດຖະບານ ການາດາ ໄດ້ມອບ ອຸປະກອນການແພດ ທີ່ມີມູນຄ່າ ກ່ວາ 830.000 ໂດລາການາດາໃຫ້ກະຊວງສາທາລະນະສຸກ ຫວຽດນາມ

ຍສໝ -   ທ່ານນາງເອກອັກຄະລັດຖະທູດ ການາດາ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງ ຫວຽດນາມທ່ານນາງເອກອັກຄະລັດຖະທູດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງ ຫວຽດນາມ.

ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອ ເບີ 23 - 24 ຍັງຄົງຮັກສາຢູ່ໂຮງໝໍມິດຕະພາບ

ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອ ເບີ 23 - 24 ຍັງຄົງຮັກສາຢູ່ໂຮງໝໍມິດຕະພາບ

ໃນວັນທີ 30 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 29 ຕຸລາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 340 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 110 ຕົວຢ່າງ,  ແຮງງານຈີນ 58 ຕົວຢ່າງ, ແຮງງານຫວຽດນາມ 81 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 06 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 85 ຕົວຢ່າງ ແລະ ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 29 ຕຸລາ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 65,305 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ.

ສປປ ລາວເຝົ້າລະວັງການລະບາດ ໂຄວິດ-19 ເນື່ອງຈາກທົ່ວໂລກ ມີຜູ້ຕິດເຊື້ອເພີ່ມຂື້ນ

ສປປ ລາວເຝົ້າລະວັງການລະບາດ ໂຄວິດ-19 ເນື່ອງຈາກທົ່ວໂລກ ມີຜູ້ຕິດເຊື້ອເພີ່ມຂື້ນ

ໃນວັນທີ 14 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 14 ຕຸລາ 2020, ທົ່ວໂລກມີການລາຍງານ ການລະບາດ ທັງໝົດ 214 (ປະເທດ/ເຂດ), ເຊິ່ງມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 38.312.310 ຄົນ ແລະ ເສຍຊິວິດ 1.089.441 ຄົນ, ກວມເອົາ 2,84% ຂອງຜູ້ຕິດເຊື້ອທັງໝົດ, ປີ່ນປົວຫາຍດີ 28.808.212 ຄົນ, ກວມເອົາ 75,1% ຂອງຜູ້ຕິດ ເຊື້ອທັງໝົດ.

ທົ່ວປະເທດ ລາວ ມີຜູ້ຕິດເຊື້ອໄຂ້ຍຸງຫລາຍກວ່າ 7 ພັນຄົນແລ້ວ

ທົ່ວປະເທດ ລາວ ມີຜູ້ຕິດເຊື້ອໄຂ້ຍຸງຫລາຍກວ່າ 7 ພັນຄົນແລ້ວ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ໃນວັນທີ 9 ຕຸລາ 2020 ນີ້ວ່າ: ນັບແຕ່ວັນທີ 1 ມັງກອນ 2020- 8 ຕຸລາ 2020 ທົ່ວປະເທດ ມີຜູ້ຕິດເຊື້ອກໍລະນີສະສົມ ທັງໝົດ7.064 ຄົນ, ສະເພາະວັນທີ 8 ຕຸລາ 2020 ມີພົບຜູ້ຕິດເຊື້ອໄຂ້ຍຸງ 33 ກໍລະນີ, ສ່ວນແຂວງ ທີ່ມີການລາຍງານ ຕິດເຊື້ອຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ, ມີເຖິງ 1.622 ຄົນ, ຮອງລົງມາແມ່ນບໍລິຄຳໄຊ 792 ຄົນ, ບໍ່ແກ້ວ 694 ຄົນ ແລະ ສະຫວັນນະເຂດ 680 ຄົນ. 

ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ

ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ

ປັດຈຸບັນ ສະພາບການລະບາດຂອງ ພະຍາດໄຂ້ຍຸງລາຍ ໃນຂອບ​ເຂດທົ່ວປະເທດ ຍັງ​ມີ​ການເພີ່ມຂຶ້ນ ນັບແຕ່ຕົ້ນເດືອນມັງກອນ ຫາ ວັນ​ທີ 23 ກັນຍາ 2020 ນີ້, ມີຜູ້ຕິດເຊື້ອ 6.611 ຄົນ, ​ເສຍ​ຊີວິດ 12 ຄົນ, ໃນນັ້ນ ແຂວງທີ່ຕິດເຊື້ອຫລາຍ ກວ່າໝູ່ແມ່ນນະຄອນຫລວງ​ວຽງຈັນ 1.546 ຄົນ, ​ແຂວງ ບໍລິ​ຄຳ​ໄຊ 731 ຄົນ;​ ແຂວງ ບໍ່​ແກ້ວ 659 ຄົນ ​ແລະ ​ແຂວງວຽງຈັນ 655 ຄົນ.

ຢູ່ລາວມີຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ ເພີ່ມ 1 ຄົນ

ຢູ່ລາວມີຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ ເພີ່ມ 1 ຄົນ

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ລາຍງານໃນວັນທີ 22 ກັນຍາ 2020 ນີ້ ວ່າ: ໃນວັນທີ 21 ກັນຍາ 2020 ຢູ່ປະເທດເຮົາໄດ້ກວດພົບ ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ຈໍານວນ 54 ກໍລະນີ. 

ສະຫະພັນຣັດເຊຍ ມອບອຸປະກອນການແພດ ໃຫ້ກະຊວງສາທາລະນະສຸກ

ສະຫະພັນຣັດເຊຍ ມອບອຸປະກອນການແພດ ໃຫ້ກະຊວງສາທາລະນະສຸກ

ພິທີ​ມອບ - ຮັບ ເຄື່ອງ​ກວດ ​ຫາ​ເຊື້ອ​ພະຍາດ (COVID -19 ) ແລະ ຜ້າ​ອັດ​ປາກ​ຈາກ​ລັດຖະບານ​ແຫ່ງ ສະຫະພັນ​ຣັດ​ເຊຍ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ພຶດສະພາ​ນີ້, ທີ່​ກະຊວງ​ສາທາລະນະ​ສຸກ, ໃຫ້​ກຽດ​ກ່າວ​ມອບ​ໂດຍ​ທ່ານ Vladimir Kalinnin ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະຫະພັນ​ຣັດ​ເຊຍ ປະ​ຈໍາ​ລາວ ແລະ ໃຫ້​ກຽດ​ກ່າວ​ຮັບ​ໂດຍ ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ພ້ອມ​ດ້ວຍ​ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

UNDP ໜູນຊ່ວຍ ກະຊວງສາທາລະນະສຸກ ຫວຽດນາມ ໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19

UNDP ໜູນຊ່ວຍ ກະຊວງສາທາລະນະສຸກ ຫວຽດນາມ ໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19

ຍສໝ -  ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ມອບຜ້າອັດປາກ-ດັງທີ່ມີຄຸນນະພາບສູງໃຫ້ແກ່ກະຊວງສາທາລະນະສຸກ ຫວຽດນາມ 20.000 ອັນ ເພື່ອແນໃສ່ຊ່ວຍປ້ອງກັນການຕິດເຊື້ອໃຫ້ບັນດາພາລະກອນການແພດ ເຊິ່ງແມ່ນຜູ້ທີ່ພວມນຳໜ້າໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19.

ລາວ: ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ກໍລະນີ ລວມເປັນ 18 ກໍລະນີ

ລາວ: ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ກໍລະນີ ລວມເປັນ 18 ກໍລະນີ

ຍສໝ​ - ສປປ. ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດ​​ໂຄ​ວິດ-19 ​ເພີ່ມ​ອີກ 2 ກໍລະນີ, ຈາກ​ຜົນ​ກວດ​ວິ​ເຄາະ​ ຫາ​ເຊື້ອ​ທັງ​ໝົດ 62 ກໍລະນີ,​ ລວມ​ເປັນ 18 ກໍລະນີ.

ຫວຽດນາມ - ລາວ ຮ່ວມມືດ້ານສາທາລະນະສຸກ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19

ຫວຽດນາມ - ລາວ ຮ່ວມມືດ້ານສາທາລະນະສຸກ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19

ຍສໝ - ໃນວັນທີ 9 ເມສາ ທີ່ຫ້ອງປະຊຸມຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະສະເພາະກິດກະຊວງປ້ອງກັນປະເທດ ສປປ.ລາວ ໄດ້ຕ້ອນຮັບຄະນະຊ່ຽວຊານສາທາລະນະສຸກ ຈາກ ສສ.ຫວຽດນາມ ທີ່ມາຮ່ວມມືກັບຂະແໜງ ສາທາລະນະສຸກ ຂອງປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19.

ກອງປະຊຸມທາງອລ ລະຫວ່າງກະຊວງສາທາລະນະສຸກ ຫວຽດນາມ ແລະ ລາວ ເພື່ອສົ່ງເສີມການປ້ອງກັນ Covid-19

ກອງປະຊຸມທາງອລ ລະຫວ່າງກະຊວງສາທາລະນະສຸກ ຫວຽດນາມ ແລະ ລາວ ເພື່ອສົ່ງເສີມການປ້ອງກັນ Covid-19

ຍສໝ - ວັນທີ 7 ເມສາ, ທ່ານ ຫງວຽນແທງລອງ, ຮອງລັດຖະມົນຕີຜູ້ປະຈຳການກະຊວງສາທາລະນະສຸກ ຫວຽດນາມ ໄດ້ມີການປະຊຸມອານລາຍ ກັບທ່ານ ບຸນກອງສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ລາວ ເພື່ອ ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ ໃນການປ້ອງກັນການລະບາດຂອງພະຍາດ Covid-19.

ກະຊວງສາທາລະນະສຸກ ສປປ.ລາວ ໄດ້ບັນທຶກກໍລະນີທີ 10 ຖືກຕິດເຊື້ອໄວຣັດ Covid-19

ກະຊວງສາທາລະນະສຸກ ສປປ.ລາວ ໄດ້ບັນທຶກກໍລະນີທີ 10 ຖືກຕິດເຊື້ອໄວຣັດ Covid-19

ຍສມ - ອີງຕາມການປະກາດຫຼ້າສຸດຂອງກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ່ວ່າມາຮອດປະຈຸບັນ, ໃນປະເທດລາວມີຜູ້ຕິດເຊື້ອໄວຣັດ Covid ທັງໝົດເປັນ 10 ຄົນແລ້ວ. ລັດຖະບານ ສປປ.ລາວ ໄດ້ຕັດສິນໃຈປິດໂຮງໝໍເອກະຊົນທັງໝົດ, ເພື່ອສະກັດກັ້ນຄວາມສ່ຽງຕໍ່ການຕິດພະຍາດ.

ລາວ ນໍາເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ

ລາວ ນໍາເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ

ຍສໝ - ວັນທີ 28 ມີນາ, ໃນກອງປະຊຸມນັກຂ່າວທີ່ກ່ຽວຂ້ອງແຜນການປ້ອງກັນໂລກລະບາດ Covid – 19, ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ້ວ່າ ໃນອະນາຄົດອັນໃກ້ນີ້, ລັດຖະບານ ສປປ.ລາວ ຈະນຳເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ ເພື່ອສະໜອງຢ່າງພຽງພໍໃຫ້ທຸກພະນັກງານແພດໝໍ ແລະ ປະຊາກອນທັງໝົດ, ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ.

ເຫດການ