ຫວຽດນາມ - ກໍາປູເຈຍ: “ກ້າເບ້ຍມິດຕະພາບ”

16:47 | 17/12/2019

ຍສໝ - Chey Vo Thy ເປັນອາດີດນັກສຶກສາຄົນ ກໍາປູເຈຍ ຮຽນຢູ່ທີ່ມະຫາວິທະຍາໄລກະເສດສາດ ແຫ່ງທີ 1, ຢູ່ ຮ່າໂນ້ຍ. ລາວໄດ້ ທ່ານນາງ ຫງວຽນ ທິ ຖາວ (ຮ່າໂນ້ຍ) ຮັບເປັນລູກຮັກໃນຂະບວນການ "ກ້າເບ້ຍມິດຕະພາບ" ຂອງສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ. Vo Thy ໃຫ້ຮູ້ວ່າ: “ໃນເວລາທີ່ຕົວເອງໝົດຄວາມຫວັງ, ແມ່ຖາວໄດ້ຊ່ວຍຕົນໃຫ້ມີຄວາມໝັ້ນໃຈຕໍ່ຊີວິດ. ຊ່ວງເວລາທີ່ດຳລົງຊີວິດ ແລະ ຮໍ່າຮຽນຢູ່ຫວຽດນາມ, ຕົນເອງໄດ້ມີພໍ່ແມ່ຄົນຫວຽດນາມອີກ”.

ຫວຽດນາມ - ກໍາປູເຈຍ: “ກ້າເບ້ຍມິດຕະພາບ”

ທ່ານ ນາງ Vo Thy (ຜູ້ທີສອງຈາກຊ້າຍຫາຂວາ)

ມື້ໜຶ່ງໃນຊ່ວງເວລາລະດູໃບໄມ້ຫຼົນຢູ່ຮ່າໂນ້ຍ, ຂ້ອຍໄດ້ພົບກັບ ທ່ານນາງ ຫງວຽນ ທິ ຖາວ , ສະມາຊິກສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ບົນຖະໜົນແຫ່ງໜຶ່ງຢູ່ເມືອງ ຮວ່ານກ໋ຽມ. ທ່ານນາງ ເອົາຮູບ ໃນມໍ່ໆນີ້ໃຫ້ຂ້ອຍເບິ່ງໃນເວລາໄປຢາມກຳປູເຈຍເພື່ອເຂົ້າຮ່ວມງານດອງ ຂອງ “ລູກ” ຜູ້ໜຶ່ງຄົນກຳປູເຈຍທີ່ ທ່ານນາງໄດ້ຮັບລ້ຽງດູໃນເວລາໄປຮຽນຢູ່ຫວຽດນາມ.

ໃນປີ 2009, ທ່ານນາງ ຫງວຽນ ທິ ຖາວ ໄດ້ເຂົ້າຮ່ວມເຄື່ອຍໄຫວງານໃນຄະນະບໍລິຫານງານ ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ. ສ່ວນ Chey Vo Thy ເປັນນັກສຶກສາໂຮງຮຽນມະຫາວິທະຍາໄລກະເສດສາດແຫ່ງທີ 1. ຕັ້ງແຕ່ປີ 2013, ທ່ານນາງ ຖາວໄດ້ຮັບລ້ຽງດູ Vo Thy ຕາມຂະບວນການ “ກ້າເບ້ຍມິດຕະພາບ” ຂອງສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ເປັນຜູ້ລະດົມ.

ທ່ານນາງ ຖາວໃຫ້ຮູ້: ກາງຄືນວັນທີ 30/4/2013, Vo Thy ຖືກເປັນໄຂ້ຍ້ອນໄວຣັດ, ອາການໜັກຕ້ອງເຂົ້ານອນໂຮງໝໍໃນສະພາບການເຖິງແກ່ຊີວິດ. ເວລານັ້ນ, Vo Thy ໄດ້ພະຍາຍາມສົ່ງຂໍ້ຄວາມຫາ ທ່ານນາງ ວ່າຂໍຖືລາວເປັນແມ່ ແລ້ວ ຂຽນວ່າຖ້າຫາກມີວຽກຫຍັງຂໍຊ່ວຍລາວແຈ້ງໃຫ້ພໍ່ແມ່ລາວຢູ່ກຳປູເຈຍຊາບ. ກຳລັງເດີນທາງໄປສະໜາມບິນເພື່ອຂຶ້ນຍົນໄປເອີຣົບ, ສະນັ້ນ ທ່ານນາງ ຖາວບໍ່ສາມາດມາໂຮງໝໍໄດ້. ໂດຍທັນທີ, ທ່ານນາງໄດ້ສົ່ງຂໍ້ຄວາມ ແລະ ໂທລະສັບຫາເພື່ອປຸກລະດົມຈິດໃຈໃຫ້ Vo Thy. ທ່ານນາງຖາວໄດ້ຕິດຕໍ່ຫາໂຮງໝໍເພື່ອຂໍຄວາມຊ່ວຍເລືອ. ມີຄວາມໂຊກດີ, Vo Thy ຂ້າມຜ່ານບັ້ນເປັນໄຂນັ້ນໄດ້.

ທ່ານນາງ ຖາວ ເວົ້າວ່າ, ຮອດປັດຈຸບັນ, ນອກຈາກ Vo Thy, ບັນດານັກສຶກສາກຄົນ ກຳປູເຈຍທີ່ ທ່ານນາງ ເຄີຍລ້ຽງດູກໍຍັງຕິດຕໍ່ຫາເລື້ອຍໆ. ສີ່ງເຫຼົ່ານັ້ນນຳເອົາມາໃຫ້ ທ່ານນາງ ພະລັງງານໃໝ່ຂອງຊີວິດ. ຂະບວນການ “ກ້າເບ້ຍມິດຕະພາບ” ໄດ້ສູນກາງ ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍລະດົມໃນເດືອນ 2/2012 ແລະ ໄດ້ກາຍເປັນຈຸດເດັ່ນໃນການເຄື່ອນໄຫວມິດຕະພາບ ຂອງສະມາຄົມ.

ມາຮອດປັດຈຸບັນ, ຂະບວນການໄດ້ຮັບການປະຕິບັດ, ບໍ່ພຽງແຕ່ພາກເໜືອ, ຍັງແຜ່ໄປເຂດພາກໃຕ້, ຂະຫຍາຍເປັນຫຼາຍຮູບແບບຄືການລ້ຽງດູໂດຍກົງ. ຕາມແນວນັ້ນ, ບັນດາທະຫານອາສາສະໝັກ, ອະດີດຊ່ຽວຊານ ຫຼື ບັນດາພະນັກງານຄົນ ຫວຽດນາມທີ່ເຄີຍມີເວລາປະຕິບັດວຽກຢູ່ ກຳປູເຈຍ ຮັບລ້ຽງດູນັກສຶກສາຄົນກຳປູເຈຍຕາມຄຳແນະນຳ ຂອງສະຖານທູດກຳປູເຈຍ ຢູ່ຮ່າໂນ້ຍ. ນອກຈາກນີ້ຍັງມີຮູບການພົບປະແລກປ່ຽນບັນດາອະດີດຊ່ຽວຊານ, ອະດີດທະຫານອາສາສະໝັກ ຫວຽດນາມຢູ່ ກຳປູເຈຍ ຫຼື ເຂົ້າໄປຢ້ຽມຢາມບັນດາສະຖານທີ່ຮ່ອງຮອຍປະຫວັດສາດ, ວັດທະນະທຳ. ປັດຈຸບັນມີນັກສຶກສາຄົນກຳປູເຈຍ ຫຼາຍກວ່າ 300 ຄົນໄດ້ຮັບເປັນລູກຮັກ.

ການເຄື່ອນໄຫວຢ້ຽມຢາມຖາມຂ່າວ, ປຸກລະດົມ, ຈັດສັນເຂົ້າຮ່ວມການເຄື່ອນໄຫວຕ່າງໆ ຂອງຄອບຄົວເພື່ອເຂົ້າໃຈຫຼາຍກວ່າເກົ່າກ່ຽວກັບຮີດຄອງປະເພດນີ, ວັດທະນະທຳ ຂອງຫວຽດນາມ… ໄດ້ສ້າງແຮງບັນດານໃຈ ແລະ ຄວາມຮັກແພງກັນຫຼາຍໃຫ້ແກ່ບັນດານັກສຶກສາຄົນ ກຳປູເຈຍທີ່ດຳລົງຊີວິດ ແລະ ຮໍ່າຮຽນຢູ່ຫວຽດນາມ. ໃນເວລາຮຽນຈົບ, ກັບຄືນບ້ານເກີດເມືອງນອນ, ນັກສຶກສາຄົນ ກຳປູເຈຍ ຫຼາຍຄົນຍັງຄິດເຖິງບັນດາຄວາມຊົງຈຳອັນສວຍງາມກ່ຽວກັບຫວຽດນາມ ແລະ ເຂົາເອງກໍເປັນຂົວຕໍ່ໃຫ້ແກ່ສາຍພົວພັນມິດຕະພາບເປັນມູນເຊື້ອລະຫວ່າງປະຊາຊົນຂອງສອງປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.