ທ່ຽວສວນສີໜຸກ ທ່າມກາງຄວາມເຢັນສະບາຍ

14:53 | 20/05/2019

ສວນ​ສີ​​ໜຸກ ​​ຕັ້ງ​ຢູ່​ບ້ານ​ຫລັກ​ຊາວ​ເມືອງ​ທ່າ​ແຕງ​ແຂວງ​ເຊ​ກອງ ເຊິ່ງ​ເບື້ອງ​ຕົ້ນ​ເປັນ​ສວນ​ການເຟ​ຂອງ​ນັກທຸນລະ​ກິດ​ລາວ​ທ່ານ​ໜຶ່ງ, ແຕ່​ດ້ວຍ​ພູມ​ສັນຖານພູມ​ອານກາດຖະໜົນ​ຫົນທາງ​ສະດວກ ແລະ ຄວາມ​ສ້າງສັນ ຫລື ການ​ໝາຍ​​ໝັ້ນປັ້ນ​ມື​ພັດທະນາ​ໄປ​ສູ່​ການ​ເປັນ​ສະຖານ ທີ່​ທ່ອງ​ທ່ຽວ​ໃນ​ຮູບ​ແບບ​ກະສິກຳ ຈຶ່ງ​ໄດ້​ເນລະມິດ​ໃຫ້​ເກີດ​ເປົ້າ​ໝາຍ​ນີ້​ຂຶ້ນ​ມາ​ດັ່ງ​ການ​ຕັ້ງໃຈ​ເອົາ​ໄວ້.

ທ່ຽວສວນສີໜຸກ ທ່າມກາງຄວາມເຢັນສະບາຍ

ຄວາມ​ຈິງ​ແລ້ວ ທ່າ​ແຕງ​ເປັນ 1 ໃນ 2 ເມືອງ​ຂອງ​ແຂວງ​ເຊ​ກອງ ​ທີ່​ອາກາດ​ເຢັນ​ຕະຫລອດ​ປີ​ກໍ​ວ່າ​ໄດ້ຈຶ່ງ​ເປັນ​ເປົ້າ​ໝາຍ​ປາຍທາງ​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງປະເທດ ເຊິ່ງ​ຢູ່​ສະຖານ​ທີ່​ນີ້​ມີ​ຫລາຍ​ຈຸດ​ເດັ່ນ​ທີ່​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ໃຫ້​ເຂົ້າ​ໄປ​ສຳຜັດ​ໄປ​ທ່ອງ​ທ່ຽວ​ເລາະ​ຫລິ້ນ​ໄປ​ພັກຜ່ອນ​ແຮມ​ຄືນ​ກັບ​ບັນຍາ ກາດ​ທີ່​ງຽບ​ສະຫງົບ ເຢັນ​ສະບາຍ​ໃນ​ຍາມ​ລາຕີ​ການ​ຢູ່​ຫ້ອງ​ພັກ​ເຊົາ​ທີ່​ມີ​ຫລາຍ​ລະດັບ​ຫລາຍ​ລາຄາ​ແຕກ​ຕ່າງ​ກັນ ​ໂດຍ​ສະເພາະ​ການ​ເຂົ້າ​ມາ​ພັກ​​ຜ່່ອນ​ແບບ​ຄອບນຄົວ​ເຊິ່ງ​ເພິ່ນ​ມີ​ຫ້ອງ​ຊຸດ​ບໍລິການ​ໂດຍ​ສາມາດ​ນຳ​ເອົາ​ຊີ້ນ​ປາ​ອາຫານ​ການ​ກິນ​ເຂົ້າ​ໄປ​ປຸງ​ແຕ່ງ ກິນ​ເອງ​ໄດ້​ຢ່າງ​ສະບາຍ​ອົກ​ສບາຍ​ໃຈ​ເລີຍ​ລະ ຫລື ຖ້າ​ບໍ່​ສະນດວກ​ແຕ່ງ​ຢູ່​ຄົວກິນ​ເອງ ເພິ່ນ​ກໍ​ມີ​ທັງ​ອາຫານ​ລາວ ອາຫານ​ຕ່າງ​ປະເທດ​ຫລາຍ​ເຍື່ອງ​ບໍລິການ​ພ້ອມ​ເຄື່ອງ​ດື່ມ​ໂດຍ​ສະເພາະ​ກາເຟ​ສີ​​ໜຸກ​ສົດ​ຈາກ​ສວນ​ເອງ.

ທ່ຽວສວນສີໜຸກ ທ່າມກາງຄວາມເຢັນສະບາຍ

ເມື່ອ​ຕື່ນ​ມື້​ໃໝ່​ມາ​ກໍ​ສາມາດ​ຍ່າງ​ທ່ຽວ​ຊົມ​ສວນ​ການເຟ ສວນ​ດອກ​ໄມ້​ນາໆ​ຊະນິດ ຫລື ຢາກ​ອາບ​​ນໍ້າ​ກໍ​ລົງ​ລອຍ​ໃນ​ອ່າງ​​ນໍ້າ​ທີ່​ກໍ່ສ້າງ​ຂຶ້ນ​ມາ​ເອົາໃຈ​ນັກ​ທ່ອງ​ທ່ຽວ​ທັງ​ຫລາຍ. ນອກນຈາກ​ນີ້​ຢູ່​ສະຖານທີ່​ແຫ່ງ​ນີ້​ຍັງ​ມີ​ເຄື່ອງ​ຫັດຖະກຳ​ແຜ່ນແພ ຈັກສານ ທີ່​ເປັນ​ສີມື​ອັນ​ປານີດ​ຂອງ​ປະຊາຊົນ​ບັນດາເຜົ່າ​ຢູ່​ແຂວງ​ເຊ​ກອງ​ວາງ​ຂາຍ ໂດຍ​ທ່ານ​ສາມາດ​ເລືອກ​ຊື້​ໄດ້​ຕາມໃຈ​ມັກ ຊື້​ຕິດ​ໄມ້​ຕິດ​ມື​ເປັນ​ຂອງຕ້ອນ ຫລື ເອົາ​ໄປ​ປະດັບ​ເອ້​ໄວ້​ໃນ​ເຮືອນ​ຂອງ​ທ່ານ​ກໍ​ໄດ້.

ທ່ຽວສວນສີໜຸກ ທ່າມກາງຄວາມເຢັນສະບາຍ

ທ່ຽວສວນສີໜຸກ ທ່າມກາງຄວາມເຢັນສະບາຍ

ເອົາ​ເປັນ​ວ່າ​ຖ້າ​ທ່ານ​ໃດ​ມີ​ໂອ ກາດ​ເດີນທາງ​ໄປ​ແຂວງ​​​ເຊ​ກອງ ຫລື 4 ແຂວງ​ພາກ​ໃຕ້​ລາວ​ເຮົາ ສວນ​ສີ​​ໜຸກ ຄື​ອີກ​ໜຶ່ງ​ທາງ​ເລືອກ​ສຳລັບ​ການທ່ອງທ່ຽວ​ທີ່​ດີ​ຂອງ​ທາງ ເຊິ່ງ​ຈາກ​ນະຄອນ​ປາກ​ເຊ​ ຜ່ານ​ເມືອງປາກ​ຊ່ອງ ​ລະຫວ່າງ 70 ກວ່າ​ກິໂລແມັດ ຫລື ຈາກ​ເຊ​ກອງ​ຜ່ານ​ເມືອງ​ທ່າ​​ງ​ແຕງ 60 ກວ່າກິໂລແມັດ ຫລື ຈາກ​ສາລະວັນ​ ຜ່ານ​ເມືອງ​ທ່າ​ແຕງ​ໄລຍະ​ທາງ​ກໍ​ຂ້າວໆ​ດຽວ​ກັນ ຮັບຮອງ​ວ່າ​ທ່ານ​ຈະ​ປະທັບ​ໃຈ​ຢ່າງ​ແນ່​ນອນ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.