ແຂວງແທັງຮ໋ວາ ແລະ ແຂວງຫົວພັນ ເພີ່ມທະວີການແລກປ່ຽນບົດຮຽນເຄື່ອນໄຫວກໍາມະບານ

08:49 | 06/06/2019

ຍສໝ - ໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2019, ທີ່ແຂວງແທັງຮ໋ວາ, ຄະນະປະຈໍາສະຫະພັນແຮງງານແຂວງແທັງຮ໋ວາ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວກໍາມະບານ ກັບຄະນະພະນັກງານຫຼັກແຫຼ່ງສະຫະພັນກໍາມະບານແຂວງຫົວພັນ ສປປ ລາວ.

ແຂວງແທັງຮ໋ວາ ແລະ ແຂວງຫົວພັນ ເພີ່ມທະວີການແລກປ່ຽນບົດຮຽນເຄື່ອນໄຫວກໍາມະບານ

ບັນຍາກາດທີ່ກອງປະຊຸມ.(ພາບ:baothanhhoa.vn)

ທີ່ກອງປະຊຸມ, ຜູ້ແທນສະຫະພັນແຮງງານແຂວງແທັງຮ໋ວາ ແລະ ສະຫະພັນກໍາມະບານແຂວງຫົວພັນໄດ້ແລກປ່ຽນບັນດາສິ່ງທີ່ສະດວກ, ຄວາມຫຍຸ້ງຍາກ ແລະ ຊີ້ແຈ້ງບາງບົດຮຽນໃນວິວັດການຈັດຕັ້ງຂະບວນການກໍາມະກອນ, ລັດຖະກອນ, ຜູ້ອອກແຮງງານ ແລະ ການເຄື່ອນໄຫວກໍາມະບານ.

ແຂວງແທັງຮ໋ວາ ແລະ ແຂວງຫົວພັນ ເພີ່ມທະວີການແລກປ່ຽນບົດຮຽນເຄື່ອນໄຫວກໍາມະບານ

ການນໍາສະຫະພັນແຮງງານແຂວງແທັງຮ໋ວາ ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ສະຫະພັນກໍາມະບານແຂວງຫົວພັນ.(ພາບ: baothanhhoa.vn)

ທີ່ກອງປະຊຸມ, ການນໍາສະຫະພັນແຮງງານແຂວງແທັງຮ໋ວາ ໄດ້ລາຍງານກ່ຽວກັບສະພາບການເສດຖະກິດ-ສັງຄົມ, ແລກປ່ຽນກ່ຽວກັບສະພາບການກໍາມະກອນ, ລັດຖະກອນ, ຜູ້ອອກແຮງງານ ແລະ ການເຄື່ອນໄຫວກໍາມະບານຂອງສອງແຂວງ. ພ້ອມທັງໄດ້ເນັ້ນໜັກເຖິງບັນດາໝາກຜົນພົ້ນເດັ່ນຂອງກໍາມະບານທຸກຂັ້ນຂອງສອງແຂວງໄດ້ສຸມໃສ່ຊີ້ນໍາການປະຕິບັດໃນໄລຍະຜ່ານມາ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ