ສີໂຄດຕະບອງ-ເມືອງ 5 ຂອງນະຄອນໂຮ່ຈີມິງ ສືບຕໍ່ຮ່ວມມືດ້ານວິຊາການ

14:41 | 08/04/2019

ກອງ​ປະ­ຊຸມ​ພົບ​ປະ​ລະ­ຫວ່າງ​ຄະ­ນະ​ຜູ້​ແທນ​ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແລະ ຄະ­ນະ​ຜູ້​ແທນ​ເມືອງ 5 ນະ­ຄອນ​ໂຮ່​ຈີ​ມິງ ສສ ຫວຽດ­ນາມ ເພື່ອ​ປຶກ­ສາ​ຫາ­ລື​ການ​ຮ່ວມ​ມື​ດ້ານ​ວິ­ຊາ​ການ ຈັດ​ຂຶ້ນ​ໃນອາທິດທີ່ຜ່ານມາ, ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໃນ​ໂອ­ກາດ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ແຕ່​ວັນ​ທີ 3-6 ເມ­ສາ ນີ້ ເຊິ່ງ​ຝ່າຍ​ລາວ​ນຳ​ໂດຍ​ທ່ານ​ນາງ ພູ​ວຽງ ແກ້ວ​ວົງ​ວິ­ຈິດ ເຈົ້າ­ເມືອງ​ສີ​ໂຄດ​ຕະ­ບອງ ຝ່າຍ ສສ ຫວຽດ­ນາມ ນຳ​ໂດຍ​ທ່ານ​ນາງ ເຈືອງ ມິງ ກ່ຽວ ຮອງ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ປະ­ຊາ­ຊົນ​ເມືອງ 5 ນະ­ຄອນ​ໂຮ່​ຈີ​ມິງ.

ສີໂຄດຕະບອງ-ເມືອງ 5 ຂອງນະຄອນໂຮ່ຈີມິງ ສືບຕໍ່ຮ່ວມມືດ້ານວິຊາການ

ກອງ​ປະ­ຊຸມ​ພົບ​ປະ​ລະ­ຫວ່າງ​ຄະ­ນະ​ຜູ້​ແທນ​ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແລະ ຄະ­ນະ​ຜູ້​ແທນ​ເມືອງ 5 ນະ­ຄອນ​ໂຮ່​ຈີ​ມິງ ສສ ຫວຽດ­ນາມ.

ທ່ານ​ນາງ ພູ​ວຽງ ແກ້ວ​ວົງ​ວິ­ຈິດ ກ່າວ​ວ່າ: ການ​ພົບ​ປະ​ເຮັດ​ວຽກ​ຮ່ວມ​ກັນ​ຄັ້ງ​ນີ້ ແມ່ນ​ບົນ​ພື້ນ­ຖານ​ຜັນ​ຂະ­ຫຍາຍ​ຈິດ­ໃຈ​ຊີ້​ນຳ​ຂອງ​ການ​ນຳ ນວ ແລະ ໂຮ່​ຈີ​ມິງ ໃນ​ໂອ­ກາດ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ​ນະ­ຄອນ​ໂຮ່​ຈີ​ມິງ ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ນວ ໃນ​ຕົ້ນ​ປີ 2018 ເພື່ອ​ຊຸກ­ຍູ້​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ລະ­ຫວ່າງ 2 ເມືອງ ທັງ​ເປັນ​ການ​ເພີ່ມ​ພູນ​ຄູນ​ສ້າງ ແລະ ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ຄວາມ​ສາ­ມັກ­ຄີ​ພິ­ເສດ ແລະ ການ​ຮ່ວມ​ມື​ຮອບ­ດ້ານ ອັນ​ມີ​ມູນ­ເຊື້ອ​ໃຫ້​ນັບ​ມື້​ອຸ­ດົມ­ສົມ­ບູນ​ຂຶ້ນ.

ເມືອງ​ສີ​ໂຄດ​ຕະ­ບອງ ມີ​ເນື້ອ­ທີ່ 144 ກິ​ໂລ​ຕາ​ແມັດ ແບ່ງ​ເປັນ​ເຂດ​ຕົວ​ເມືອງ 75% ເຂດ​ຊານ­ເມືອງ 25% ມີ 60 ບ້ານ ໃນ​ນີ້ 19 ບ້ານ ເປັນ​ບ້ານ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ຣາ​ຊະ​ອາ­ນາ­ຈັກ​ໄທ ຍາວ 28 ກິ­ໂລ­ແມັດ ພົນ­ລະ­ເມືອງ 123.590 ຄົນ 24.244 ຄອບ­ຄົວ ປະ­ຊາ­ຊົນ​ມີ​ມູນ­ເຊື້ອ​ສາ­ມັກ­ຄີ ດຸ­ໝັ່ນ ມີ​ຄວາມ​ສະ­ດວກ ແລະ ເງື່ອນ­ໄຂ​ອຳ­ນວຍ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ ມີ​ພື້ນ­ຖານ​ໂຄງ​ລ່າງ​ສະ­ດວກ ມີ​ແຫຼ່ງ​ທ່ອງ​ທ່ຽວ​ປະ­ຫວັດ­ສາດ-ທຳ​ມະ​ຊາດ ແລະ ວັດ­ທະ­ນະ­ທຳ ເປັນ​ບ່ອນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ ມີ​ດ່ານ​ປະ­ເພ­ນີ ເປັນ​ດ່ານ​ຊາຍ​ແດນ​ສ້າງ​ເງື່ອນ­ໄຂ​ການ​ໄປ-ມາ​ຫາ​ສູ່​ຂອງ​ປະ­ຊາ­ຊົນ ລາວ-ໄທ ສະ­ເລ່ຍ​ການ​ເຂົ້າ-ອອກ​ຜ່ານ​ດ່ານ 1.000 ຄົນ​ຕໍ່​ເດືອນ ປີ­ຜ່ານ­ມາ​ມີ​ການ​ແຈ້ງ​ເຂົ້າ 8.655 ຄົນ ແຈ້ງ​ອອກ 4.756 ຄົນ ເສດ­ຖະ­ກິດ​ຂອງ​ເມືອງ​ສືບ­ຕໍ່​ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ຕັ້ງ­ໜ້າ ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ (GDP) ບັນ­ລຸ 4.170,6 ຕື້​ກີບ ສະ­ເລ່ຍ​ຕໍ່ 33 ລ້ານ​ກວ່າ​ກີບ​ຕໍ່​ຄົນ​ຕໍ່​ປີ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ