ຫວຽດນາມຮຽງບ່າຮຽງໄລ່ພ້ອມກັບບັນດາປະເທດສະມາຊິກໃນຂະບວນການບໍ່ຮ່ວມກຸ່ມ

06:17 | 28/10/2019

ຍສໝ - ຫວຽດນາມ ຍາມໃດກໍ່ຢຶດຕໍ່ ຫລັກການ ແລະ ເປົ້າໝາຍຂອງຂະບວນການບໍ່ຮ່ວມກຸ່ມ, ພ້ອມແລ້ວທີ່ຈະຮ່ວມມື ແລະ ຮຽງບ່າຮຽງໄລ່ພ້ອມກັບບັນດາປະເທດສະມາຊິກ ປະກອບສ່ວນເພື່ອໃຫ້ຂະບວນການໃຫ້ມີຄວາມສາມັກຄີ, ຮັບມືກັບສິ່ງທ້າທາຍຢ່າງຮອບດ້ານ, ທັນການ ແລະ ມີປະສິດທິຜົນ, ເສີມຂະຫຍາຍສຽງເວົ້າຂອງບັນດາປະເທດບໍ່ຮ່ວມກຸ່ມ.

ຫວຽດນາມຮຽງບ່າຮຽງໄລ່ພ້ອມກັບບັນດາປະເທດສະມາຊິກໃນຂະບວນການບໍ່ຮ່ວມກຸ່ມ

ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດຫວຽດນາມ.(ພາບ:TTXVN)

ຕອນເຊົ້າວັນທີ 25 ຕຸລາ 2019, ທີ່ສູນປະຊຸມສາກົນບາກູ, ອາແຊກໄບຢານ, ກອງປະຊຸມຂັ້ນສູງ ຄັ້ງທີ 18 ຂອງຂະບວນການບໍ່ຮ່ວມກຸ່ມ ໄດ້ໄຂຂຶ້ນຢ່າງເປັນທາງການ. ດ້ວຍຫົວຂໍ້ “ຍົກສູງບັນດາຫຼັກການ Bangdung ເພື່ອແນໃສ່ຮັບມື ແລະສົມທົບກັນກຳຈັດສິ່ງທ້າທາຍຂອງໂລກໃນປັດຈຸບັນ ຢ່າງຄົບຖ້ວນ”, ກອງປະຊຸມຂັ້ນສູງບາກູ ຄັ້ງນີ້ມີການເຂົ້າຮ່ວມຂອງການນໍາຂັ້ນສູງ ແລະຜູ້ຕາງໜ້າ 120 ປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມ, ຜູ້ຕາງໜ້າບັນດາປະເທດສັງເກດການ ແລະບັນດາອົງການຈັດຕັ້ງສາກົນ. ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດ ນໍາໜ້າຄະນະຜູ້ແທນຫວຽດນາມ ໄປເຂົ້າຮ່ວມ ແລະ ມີບົດກ່າວປາໄສສໍາຄັນທີ່ກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດຫວຽດນາມ ໄດ້ຮຽກຮ້ອງໃຫ້ເພີ່ມທະວີຈິດໃຈສາມັກຄີລະຫວ່າງບັນດາປະເທດບໍ່ຮ່ວມກຸ່ມ ດ້ວຍພື້ນຖານແມ່ນຫລັກການ Bangdung ເພື່ອໃຫ້ຂະບວນການສາມາດສືບຕໍ່ແມ່ນຄັນທຸງນຳຫນ້າໃນການຊຸກຍູ້ການເຄົາລົບກົດໝາຍ, ຫັນການພົວພັນສາກົນເປັນຫລາຍຮູບການ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງບັນດາປະເທດບໍ່ຮ່ວມກຸ່ມ.

ຫວຽດນາມຮຽງບ່າຮຽງໄລ່ພ້ອມກັບບັນດາປະເທດສະມາຊິກໃນຂະບວນການບໍ່ຮ່ວມກຸ່ມ

ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມ ໄດ້ອັດລົງ ຢູ່ ບາກູ. (ພາບ:TTXVN)

ທ່ານນາງ ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດຫວຽດນາມ ສະເຫນີຂະບວນການບໍ່ຮ່ວມກຸ່ມ ຄວນເອົາໃຈໃສ່ຢ່າງເໝາະສົມ ແລະ ສະຫນັບສະຫນູນບັນດາຄວາມມານະພາຍາມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ ອາຊີຕາເວັນອອກສ່ຽງໃຕ້, ເຄົາລົບທັດສະນະ, ຫລັກໝັ້ນ ຂອງບັນດາປະເທດສະມາຊິກກ່ຽວຂ້ອງ. ທ່ານນາງຮອງປະທານປະເທດເນັ້ນຫນັກວ່າ: ຫວຽດນາມ ຍາມໃດກໍ່ຢຶດຕໍ່ ຫລັກການ ແລະ ເປົ້າໝາຍຂອງຂະບວນການບໍ່ຮ່ວມກຸ່ມ, ພ້ອມແລ້ວທີ່ຈະຮ່ວມມື ແລະ ຮຽງບ່າຮຽງໄລ່ພ້ອມກັບບັນດາປະເທດສະມາຊິກ ປະກອບສ່ວນເພື່ອໃຫ້ຂະບວນການໃຫ້ມີຄວາມສາມັກຄີ, ຮັບມືກັບສິ່ງທ້າທາຍຢ່າງຮອບດ້ານ, ທັນການ ແລະ ມີປະສິດທິຜົນ, ເສີມຂະຫຍາຍສຽງເວົ້າຂອງບັນດາປະເທດບໍ່ຮ່ວມກຸ່ມ.

ວັນທີ 27 ຕຸລາ 2019 ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມ ໄດ້ອັດລົງ ຢູ່ ບາກູ ປະເທດ ໄອແຊກໄບຢານ. ບັນດາການນຳຂັ້ນສູງບັນດາປະເທດສະມາຊິກ ຂອງຂະບວນການດັ່ງກ່າວໄດ້ຮັບຮອງເອົາບັນດາເອກະສານສຳຄັນ, ໃນນັ້ນ ມີເອກະສານສະບັບສຸດທ້າຍຂອງກອງປະຊຸມຂັ້ນສູງ, ຖະແຫລງການ ບາກູ, ຖະແຫລງການກ່ຽວກັບບັນຫາ ປາແລດສະຕີນ ແລະ ສານຂອບໃຈ ແລະ ຄວາມສາມັກຄີ ສຳລັບລັດຖະບານ ແລະ ປະຊາຊົນ ໄອແຊກໄບຢານ. ບັນດາເອກະສານ ຂອງກອງປະຊຸມໄດ້ຢັ້ງຢືນຄືນຄຸນຄ່າ ແລະ ຄວາມສຳຄັນຂອງບັນດາຫລັກການ Bangkung ຄວາມມານະພະຍາຍາມເພີ່ມທະວີຄວາມສາມັກຄີຂະບວນການເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ເພີ່ມທະວີການຮ່ວມມືເສດຖະກິດ ຊຸກຍຸ້ການຫລຸດຜ່ອນອາວຸດ, ປະຕິຮູບ ສປຊ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ