|
ຊຸກຍູ້ການຮ່ວມມື ຫວຽດນາມ-ຕາເວັນອອກກາງ-ອາຟະລິກາ.(ພາບ:thoibaotaichinhvietnam.vn)
ທີ່ກອງປະຊຸມ, ບັນດາຝ່າຍໄດ້ຢັ້ງຢືນການໃຫ້ຄໍາໝັ້ນສັນຍາຢ່າງແຮງ, ຕັດສິນໃຈແກ້ໄຂບັນດາສິ່ງກີດຂວາງເພື່ອຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງຝ່າຍຕ່າງໆໃຫ້ເໝາະສົມກັບສາຍພົວພັນດ້ານການເມືອງ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະບັນດາປະເທດໃນພາກພື້ນ.
ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ແຕກຕ່າງກັນ ເຊິ່ງປະກອບສ່ວນກໍານົດບັນດາມາດຕະການລະອຽດເພື່ອແນໃສ່ແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ຈໍາກັດດັ່ງກ່າວ ແລະຫັນບັນດາທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນ ແລະວິໄສທັດກ່ຽວກັບການຮ່ວມມື ລະຫວ່າງຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ-ອາຟະລິກາ ໃຫ້ປະກົດຜົນເປັນຈິງ.
ກອງປະຊຸມໄດ້ປະກອບສ່ວນໂຄສະນາເຜີຍແຜ່ສານທາງການທູດຢ່າງແຮງເພື່ອແນໃສ່ຮັບໃຊ້ໃຫ້ການພັດທະນາເສດຖະກິດ, ເມື່ອຢູ່ທີ່ນີ້, ປະຊາຄົມວິສາຫະກິດຂອງຝ່າຍຕ່າງໆ, ບັນດາທ້ອງຖິ່ນຂອງຫວຽດນາມ ມີກາລະໂອກາດເຊື່ອມຕໍ່ກັນໂດຍກົງ, ແນະນໍາຄວາມສາມາດບົ່ມຊ້ອນ, ທ່າແຮງໃນການຮ່ວມມື ກໍ່ຄືຊອກເຫັນຄູ່ຮ່ວມມືທີ່ຕົນເອງຕ້ອງການ, ຊຸກຍູ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນກ່ຽວກັບບັນດາຂົງເຂດອາດສາມາດຊຸກຍູ້ຮ່ວມມືດ້ວຍການໜູນຊ່ວຍຈາກບັນດາອົງການຕາງໜ້າການທູດ.
(ໄຊພອນ)