|
ປາກຊ່ອງພັດທະນາ ສົ່ງເສີມປະຊາຊົນປູກພືດເປັນສິນຄ້າ ຫຼາຍກວ່າ 6.500 ຄອບຄົວ
ທ່ານນາງ ອິນແປງ ຊາມຸນຕີ ຜູ້ອຳນວຍການບໍລິສັດ ປາກຊ່ອງພັດທະນາ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ບໍລິສັດສ້າງຕັ້ງວັນທີ 23 ພຶດສະພາ 2003 ດ້ວຍທຶນຈົດທະບຽນ 9,92 ຕື້ກີບ ເປັນການລົງທຶນຂອງນັກທຸລະກິດລາວ 100% ເພື່ອສົ່ງເສີມການຜະລິດປຸງແຕ່ງການຄ້າດ້ານກະສິກຳ ໂດຍສະເພາະ ໃນຮູບແບບໂຄງການສອງສົ້ນທີ່ຕິດພັນກັບພືດຜັກອິນຊີ ແລະ ພືດກະສິກຳຜະລິດເປັນສິນຄ້າຕາມລະດູການ ຄື: ບໍລິສັດເປັນຜູ້ລົງທຶນດຳເນີນການຜະລິດ ເກັບກູ້ ປຸງແຕ່ງ ຈຳໜ່າຍ ແລະ ສົ່ງອອກຜະລິດຕະພັນກະສິກຳ ເປັນຜູ້ລົງທຶນສົ່ງເສີມປະຊາຊົນຜະລິດຕາມນະໂຍບາຍຂອງລັດຖະບານວາງອອກ ໃນການລຶບລ້າງຄວາມທຸກຍາກ ດ້ວຍການດຳເນີນໂຄງການຕາມຫຼັກການ 2+3 ທັງດຳເນີນການເກັບຊື້-ສົ່ງຂາຍທັງພາຍໃນ ແລະ ຕ່າງປະເທດ ບໍລິສັດໄດ້ເລີ່ມປະຕິບັດໂຄງການສອງສົ້ນຮ່ວມກັບພາກລັດ ໂດຍແມ່ນອົງການປົກຄອງແຂວງຈຳປາສັກ ສະພາການຄ້າ ແລະ ອຸດສາຫະກຳແຂວງຈຳປາສັກ ເປັນຜູ້ສະໜັບສະໜູນ ແລະ ປະຊາຊົນຜູ້ຜະລິດ ໃນນັ້ນ ບໍລິສັດຍັງໄດ້ມີສັນຍາຮ່ວມຊື້-ຂາຍກັບຄູ່ຄ້າຕ່າງປະເທດເລີ່ມມາແຕ່ວັນທີ 1 ມິຖຸນາ 2004 ເປັນຕົ້ນມາ.
ມາເຖິງປີ 2019 ບໍລິສັດມີສະມາຊິກຊາວສວນຜະລິດກະສິກຳອິນຊີເປັນສິນຄ້າ ໃນໂຄງການສອງສົ້ນ ເຖິງ 6.586 ຄອບຄົວ ເນື້ອທີ່ 13.770 ເຮັກຕາ ກວມເອົາ 86 ບ້ານ 6 ເມືອງ ທີ່ນອນຢູ່ໃນແຂວງຈຳປາສັກ ແລະ ແຂວງສາລະວັນ ມາຮອດວັນທີ 7 ພຶດສະພາ 2019 ບໍລິສັດໄດ້ເປີດສຳນັກງານສາຂາຢູ່ແຂວງສາລະວັນ ເພື່ອຄວາມສະດວກໃນການດຳເນີນທຸລະກິດ ປະສານກັບອົງການປົກຄອງແຂວງສາລະວັນ ດ້ານນິຕິກຳຕ່າງໆ ບໍລິສັດໄດ້ເຊື້ອເຊີນເອົາວິຊາການທັງພາຍໃນ ແລະ ຕ່າງປະເທດທີ່ມີຄວາມຮູ້ຄວາມຊຳນານ ມີປະສົບການສະເພາະພືດມາຮ່ວມກັບວິຊາການຂະແໜງປູກຝັງແຂວງ ແລະ ໜ່ວຍງານປູກຝັງເມືອງ ເພື່ອລົງໄປຈັດເຝິກອົບຮົມເຕັກໂນໂລຊີເຕັກນິກ ນະວັດຕະກຳໃໝ່ ວິທີການຕ່າງໆ ແລະ ເຕັກນິກການກວດກາຕິດຕາມຢ່າງຕໍ່ເນື່ອງ ສົກປີ 2019-2020 ບໍລິສັດມີແຜນສືບຕໍ່ສົ່ງເສີມປະຊາຊົນ 4 ແຂວງພາກໃຕ້ ແລະ ນະຄອນຫຼວງວຽງຈັນ ປູກເຂົ້າ ກາເຟ ແລະ ສາລີອິນຊີເພີ່ມອີກ 3 ຊະນິດສິນຄ້າ ບໍລິສັດຈະເປັນຜູ້ຮັບຊື້ຢ່າງຮັດກຸມ ຕ່າງຝ່າຍຕ່າງມີຜົນປະໂຫຍດ ບໍລິສັດມີທຶນຮອນເພື່ອຮອງຮັບຂະບວນການຜະລິດ ເກັບກູ້ ແລະ ອື່ນໆ ປັດຈຸບັນ ບໍລິສັດມີລານຮັບຊື້ມັນຕົ້ນແຫ້ງ ແລະ ຫົວມັນສົດຢູ່ 13 ລານ ໃນນັ້ນ 8 ລານຢູ່ແຂວງຈຳປາສັກ ແລະ 5 ລານຢູ່ແຂວງສາລະວັນ ພ້ອມລານຈອດລົດພັກສິນຄ້າກ່ອນສົ່ງອອກ 14 ລານທີ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ.
(ແຫຼ່ງຂໍ້ມູນ: vientianemai.net)