ປາກຊ່ອງພັດທະນາ ສົ່ງເສີມປະຊາຊົນປູກພືດເປັນສິນຄ້າ ຫຼາຍກວ່າ 6.500 ຄອບຄົວ

ປາກຊ່ອງພັດທະນາ ສົ່ງເສີມປະຊາຊົນປູກພືດເປັນສິນຄ້າ ຫຼາຍກວ່າ 6.500 ຄອບຄົວ

ກອງ​ປະ­ຊຸມ​ຊຸກ­ຍູ້​ຂະ​ບວນ​ການ​ແຂ່ງ­ຂັນ​ຮັກ​ຊາດ ແລະ ພັດ­ທະ­ນາ ຕິດ​ພັນ​ກັບ​ການ​ພັດ­ທະ­ນາ​ຊົນ­ນະ­ບົດ ເພື່ອ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ ຈັດ​ຂຶ້ນ​ໃນ​ເດືອນ​ມິ­ຖຸ­ນາ 2019 ຜ່ານ​ມາ ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ໄດ້​ມີ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ ທີ່​ຕິດ​ພັນ​ກັບ​ການ​ດຳ­ເນີນ​ທຸ­ລະ​ກິດ​ວຽກ​ງານ​ດັ່ງ­ກ່າວ ໄດ້​ຂຶ້ນ​ປະກອບ​ຄຳ​ເຫັນ ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ຜົນ­ງານ​ທີ່​ພົ້ນ​ເດັ່ນ​ທີ່​ຊ່ວຍ­ເຫຼືອ​ປະ­ຊາ­ຊົນ ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ ໃນ​ນັ້ນ ກໍ​ມີ​ບໍ­ລິ­ສັດ ປາກ​ຊ່ອງ​ພັດທະ­ນາ ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ​ຜູ້​ດຽວ.