ເພ່ີມທະວີຄວາມເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ

00:54 | 15/05/2019

ປ່າໄມ້ ແມ່ນຊັບພະຍາກອນທຳມະຊາດອັນລ້ຳຄ່າທີ່ມີລະບົບນິເວດສະເພາະ, ຕິດພັນກັບການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າເຊິ່ງຍາມໃດພັກ, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນກໍ່ໄດ້ເອົາໃຈໃສ່ປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ຕາມ ທິດຍືນຍົງດ້ວຍການອອກກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຫລາຍສະບັບພ້ອມທັງດຳເນີນການຈັດສັນກຳນົດຂອບເຂດ, ປັກຫລັກໝາຍ ແລະ ຕິດປ້າຍເຂດຟື້ນຟູປ່າ.

ເພ່ີມທະວີຄວາມເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ

ເພ່ີມທະວີຄວາມເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ

ການປ້ອງກັນ ໄຟໄໝ້ລາມປ່າ, ການປູກເສີມ ພ້ອມກັບ ການສົ່ງເສີມ ເຕັກນິກ- ວິຊາການ ດ້ານແກ່ນ ພັນໄມ້ ແລະ ການປູກປ່າ ໄປຄຽງຄູ່ກັບ ການໂຄສະນາ ເຜີຍແຜ່ ສຶກສາອົບຮົມ ໃຫ້ປະຊາຊົນ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມ ຢ່າງກວ້າງຂວາງ; ເຖິງຢ່າງໃດ ກໍ່ຕາມ ໃນແຕ່ລະປີ ທົ່ວປະເທດ ມີໄຟ ໄໝ້ລາມປ່າ ຢ່າງກວ້າງຂວາງ, ໃນນັ້ນ ຫລາຍກວ່າໝູ່ ແມ່ນຢູ່ເຂດ ພາກເໝືອ ແລະ ພາກໃຕ້. ແຕ່ໃນປີນີ້ ຢູ່ນະນອນ ຫລວງວຽງຈັນ ໂດຍສະເພາະ ປ່າສະຫງວນ ແຫ່ງຊາດ ພູພະນັງ ກໍໄດ້ຮັບ ຜົນກະທົບ ແລະ ເສຍຫາຍ ຫລາຍກວ່າ 60 ເຮັກຕາ ເຊິ່ງສາເຫດ ຕົ້ນຕໍ ແມ່ນ ເກີດຈາກ ການກະທຳ ໂດຍເຈຕະນາ (ຈູູູດປ່າ ເພື່ອລ່າສັດ) ແລະ ບໍ່ລະມັດລະວັງ (ຈູດໄຮ່, ດັງ ໄຟໃນປ່າ ແລ້ວບໍ່ມອດ, ຖິ້ມກິດກອກ ຢາໃສ່ປ່າ).

ເພື່ອແກ້ໄຂ ປະກົດການ ຫຍໍ້ທໍ້ດັ່ງກ່າວ, ທັງເປັນ ການປ້ອງກັນ ແລະ ສະກັດກັ້ນ ໄຟໄໝ້ລາມ ປ່າຕິດພັນ ກັບການຊຸກຍູ້ ສົ່ງເສີມ ການຜະລິດ ເບ້ຍໄມ້, ການປູກໄມ້ ແັລະ ຟື້ນຟູປ່າໃຫ້ໄດ້ 70% ໃນປີ 2020 ຕາມ ທີ່ໄດ້ກຳນົດໄວ້ ໃນຍຸດທະ ສາດປ່າໄມ້ ນັ້ນທຸກ ພາກສ່ວນ ໃນສັງຄົມ ຕ້ອງຮ່ວມແຮງ ຮ່ວມໃຈກັນ ເປັນເຈົ້າການ ປົກປັກປັກ ຮັກສາປ່າໄມ້ ໃນທຸກຮູບແບບ ໂດຍສະເພາະ ແມ່ນພະແນກ ກະສິກຳ ແລະ ປ່າໄມ້ ປະຈຳແຂວງ ແລະ ນະຄອນ ຫລວງວຽງຈັນ ແຕ່ງຕັ້ງ ຄະນະຮັບ ຜິດຊອບ ເພື່ອເຮັດໜ້າ ທີ່ເຜີຍ ແຜ່ແນະນຳ ກ່ຽວກັບ ການປ້ອງກັນ ແລະ ສະກັດກັ້ນ ໄຟໄໝ້ລາມປ່າ.

ສ່ວນວິທີ ປ້ອງກັນ ແລະ ສະກັດກັ້ນໄ ຟໄໝ້ລາມປ່າ ໃຫ້ຈັດຕັ້ງ ປະຕິບັດ ດ່ັ່ງນີ້: ເຂດປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ທີ່ມີປະຊາຊົນອາໄສຢູ່ໃນ ແລະ ຢູ່ນອກ ເຊິ່ງຕິດພັນ ກັບ ການຖາງ ປ່າເຮັດໄຮ່, ເຮັດສວນ, ທຳມາຫາກິນ, ທ່ອງທ່ຽວ ແລະ ອ່ືນໆ ຕ້ອງໄດ້ແນະນຳ ປະຊາຊົນ ເຮັດຢູ່ສະເພາະເຂດທີ່ໄດ້ ກຳໄວ້ສຳລັບ ການເຮັດໄຮ່ ແລະ ສວນປູກ ພືດຕ່າງໆ ເທົ່ານັ້ນເຊັ່ນ: ດິນປ່າ ເສື່ອມໂຊມ, ດິນປ່າເລົ່າ ແລະ ຕ້ອງ ຢູ່ຫ່າງໄກຈາກແມ່ນ້ຳບໍ່ຕ່ຳກວ່າ 500 ແມັດຂຶ້ນໄປ. ການກໍ່ກອງໄຟ ຫລື ດັງໄຟ ຕ້ອງດັງ ໃນບໍລິເວນ ທີ່ບໍ່ມີປ່າໄມ້ (ບ່ອນແປນ ຫລື ດານຫີນ), ການຈູດໄຮ່ຕ້ອງຖາງແລວກັນໄຟ ອ້ອມຮອບ ເນື້ອທີ່ໄວ້ ໃຫ້ຮັບປະກັນ ເສຍກ່ອນ ຈຶ່ງທຳການຈູດ, ການຈູດໄຮ່ຕ້ອງຈູດຕອນແລງ ຫລື ຍາມແດດອ່ອນ ແລະ ບໍ່ມີລົມແຮງ, ຫ້າມເດັດຂາດ ບໍ່ໃຫ້ຖາງປ່າ ເຮັດໄຮ່ ໃສ່ສາມ ປະເພດປ່າຄື: ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ, ນອກຈາກເຂດທີ່ໄດ້ຮັບການຈັດສັນໃຫ້.

ເພ່ີມທະວີຄວາມເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ

ໃນກໍລະນີ ມີໄຟໄໝ້ ລາມປ່າ ຢູ່ເຂດໃດ ແມ່ນມອບໃຫ້ບ້ານ ຫລື ເມືອງນັ້ນ ເປັນເຈົ້າການ ປຸກລະດົມ ຊ່ວຍກັນ ດັບມອດ, ກໍລະນີ ໄຟໄໝ້ ລາມ ປ່າຢ່າງຮຸນແຮງບໍ່ສາມາດດັບມອດໄດ້ຕ້ອງຂໍຄວາມຊ່ວຍເຫລືອຈາກປະຊາຊົນ, ກຳລັງທະຫານ, ຕຳຫລວດ ແລະ ກົມກອງການຈັດຕັ້ງອື່ນ ທີ່ຢູ່ໃກ້ຄຽງ ເພື່ອຊ່ວຍກັນ ດັບມອດ. ຫ້ອງການກະສິກຳ ແລະ ປ່າໄມ້ ປະຈຳເມືອງ ຕ້ອງເປັນເຈົ້າການແກ້ໄຂພ້ອມທັງລາຍງານເຈົ້າເມືອງ, ພະແນກກະສິກຳ ແລະ ປ່າໄມ້ ປະຈຳແຂວງ, ນະຄອນຫລວງວຽງຈັນ ແລະ ອົງການ ປົກຄອງແຂວງເພື່ອຮັບຊາບ ແລະ ຫາວິທີ ການແກ້ໄຂ ຢ່າງຮີບດ່ວນ. ຄຽງຄູ່ກັບການໂຄສະນາ ເຜີຍແຜ່ ເນື້ອໃນ ຕົ້ນຕໍ ຂອງກົດໝາຍ ວ່າດ້ວຍປ່າໄມ້ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງໃຫ້ພະນັກງານ, ທະຫານ, ຕຳຫລວດ, ພໍ່ຄ້າຊາວຂາຍ, ຫົວໜ່ວຍ ບໍລິການ ຕະຫລອດ ຮອດປະຊາຊົນ ບັນດາເຜົ່າ ໃຫ້ຮັບຮູ້ ແລະ ເຂົ້າໃຈໂດຍຍົກໃຫ້ ເຫັນຄວາມ ສຳຄັນຂອງ ປ່າໄມ້ ຕໍ່ສິ່ງແວດລ້ອມ ທຳມະຊາດ, ຕໍ່ຊີວິດ ການເປັນຢູ່ ຂອງຄົນເຮົາ, ໄພພິບັດເກີດຈາກການທຳລາຍປ່າ ລວມທັງການ ຖາງປ່າເຮັດໄຮ່, ແຜນປູກ ແລະ ຟື້ນຟູປ່າໄມ້ຂອງລັດ ແລະ ທ້ອງຖິ່ນຕົນ ໂດຍຜ່ານ ສື່ຕ່າງໆ ເປັນຕົ້ນໜັງ ສືພິມ, ໂທລະພາບ, ວິທະຍຸກະ ຈາຍສຽງ ແລະ ສື່ອື່ນໆ ຕາມຄວາມເໝາະສົມ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ