|
ກອງປະຊຸມປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນຢູ່ ສປປ ລາວ ຕາມຄຳສັ່ງເລກທີ 02/ນຍ
ກະຊວງແຜນການ ແລະ ການລົງທຶນຈັດກອງປະຊຸມປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນຢູ່ ສປປ ລາວ ຕາມຄຳສັ່ງເລກທີ 02/ນຍ ວັນທີ 7 ກຸມພາ 2019 ທີ່ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ນິໂຄລາ ພອນທາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳລາວ ມີຂະແໜງການກ່ຽວຂ້ອງ ບໍລິສັດທີ່ປຶກສາ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຊ່ຽວຊານເຂົ້າຮ່ວມ.
ເພື່ອຮັບຟັງການລາຍງານກ່ຽວກັບບັນດາລະບຽບການ ແລະ ນິຕິກຳຕ່າງໆທີ່ໄດ້ຮັບການປັບປຸງ ເພື່ອອຳນວຍຄວາມສະດວກແກ່ການດຳເນີນທຸລະກິດຢູ່ ສປປ ລາວ ຕາມຄຳສັ່ງເລກທີ 02/ນຍ ເປັນຕົ້ນ ດຳລັດວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານຂອງ ສປປ ລາວ ສະບັບເລກທີ 03/ນຍ ທີ່ຈະອຳນວຍຄວາມສະດວກໃຫ້ແກ່ການອະນຸຍາດລົງທຶນໃຫ້ສະດວກ ແລະ ໄວຂຶ້ນ ບົດແນະນຳວ່າດ້ວຍການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມສຳລັບແຜນນຳເຂົ້າຂອງວິສາຫະກິດ ສະບັບເລກທີ 01/ຄລທ.ສ ລົງວັນທີ 2 ມັງກອນ 2019 ຈະເຮັດໃຫ້ການຜ່ານແຜນນຳເຂົ້າແຜນປະຈຳປີໃຫ້ຮັດກຸມແຕ່ສະດວກ ວ່ອງໄວ ປອດໃສກວ່າເກົ່າ ແລະ ຍັງມີການປັບປຸງອື່ນໆອີກເຊັ່ນ: ການອອກເລກປະຈຳຕົວຜູ້ເສຍອາກອນພ້ອມກັບໃບທະບຽນວິສາຫະກິດເລີຍການຍົກເລີກໃບອະນຸຍາດຄວັດກາປະທັບ ແລະ ບໍ່ມີຂັ້ນຕອນຂໍອະນຸຍາດນຳໃຊ້ກາປະທັບອີກ.
ທ່ານ ຄຳລຽນ ພົນເສນາ ກ່າວວ່າ: ລັດຖະບານຈະສືບຕໍ່ຄົ້ນຄວ້າປັບປຸງ ແລະ ອອກລະບຽບການຕ່າງໆທີ່ຈຳເປັນເພື່ອເຮັດໃຫ້ການດຳເນີນທຸລະກິດມີຄວາມສະດວກແຕ່ອັນສຳຄັນອີກອັນໜຶ່ງຄະນະນຳຂອງແຕ່ລະຂະແໜງການ ຈະຕ້ອງໄດ້ຊີ້ນຳຢ່າງໃກ້ຊິດໃນການຈັດຕັ້ງປະຕິບັດບັນດານິຕິກຳ ແລະ ລະບຽບການຕ່າງໆຢ່າງເຂັ້ມງວດກວ່າເກົ່າພ້ອມທັງພັດທະນາເຄື່ອງມືໃນການຕິດຕາມຂອງຂະແໜງການທີ່ກ່ຽວຂ້ອງໃຫ້ມີຄວາມວ່ອງໄວ ປອດໃສ ແລະ ມີຜົນສັກສິດ ພິເສດພາກລັດເຮົາຈະຕ້ອງໄດ້ປະສານກັບພາກທຸລະກິດ ແລະ ງ່ຽງຫູຟັງຄຳສະເໜີຂອງເຂົາເຈົ້າຢູ່ສະເໝີເພື່ອປຶກສາຫາລືຊອກວິທີແກ້ໄຂຮັບປະກັນທັງສອງຝ່າຍໄດ້ຮັບຜົນປະໂຫຍດຮ່ວມກັນ.
ທ່ານນາງ ວາລີ ເວດສະພົງ ຍັງໄດ້ເນັ້ນຕື່ມວ່າ: ຄວາມພະຍາຍາມຂອງລັດຖະບານໃນການປັບປຸງ 10 ຕົວຊີ້ວັດໃນການດຳເນີນທຸລະກິດນີ້ບໍ່ພຽງແຕ່ເຮັດໃຫ້ອັນດັບຂອງ ສປປ ລາວ ດີຂຶ້ນແຕ່ຍັງສົ່ງຜົນຕໍ່ສະພາບແວດລ້ອມການລົງທຶນໂດຍລວມເຊິ່ງສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ກໍຈະປະກອບສ່ວນເປັນແຮງໜຶ່ງໃນການລະດົມພາກທຸລະກິດໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບນິຕິກຳລະບຽບການຕ່າງໆທີ່ໄດ້ຮັບການປັບປຸງ ແລະ ສະໜອງຂໍ້ຄິດເຫັນຂອງພາກທຸລະກິດເພື່ອຊ່ວຍພາກລັດຖະບານໃນການວາງນະໂຍບາຍໃຫ້ຖືກຕ້ອງ.
(ແຫຼ່ງຂໍ້ມູນ: vientianemai.net)