|
ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ
ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ຖະແຫຼງຂ່າວກ່ຽວກັບຜົນສຳເລັດກອງປະຊຸມຄະນະຊີ້ນຳລະດັບຊາດ ການປະຕິຮູບລະບົບການຄຸ້ມຄອງການເງິນແຫ່ງລັດ ບາດກ້າວທີໜຶ່ງ (2018-2020) ທີ່ຈັດຂຶ້ນວັນທີ 21 ກຸມພາ 2019 ຢູ່ໂຮງແຮມແລນມາກ ວ່າ: ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານຄວາມຄືບໜ້າ ການປະຕິຮູບການເງິນແຫ່ງລັດ ປີ 2018 ແລະ ໜ້າວຽກຈຸດສຸມສຳລັບປີ 2019 ໂດຍສຸມໃສ່ບັນດາໜ້າວຽກທີ່ເປັນບຸລິມະສິດຂອງແຕ່ລະແຜນງານ ປະກອບມີແຜນງານປັບປຸງນະໂຍບາຍການເງິນ ແຜນງານການສ້າງ ແລະ ປັບປຸງນິຕິກຳຂະແໜງການເງິນ ການປະຕິຮູບລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍ ການພັດທະນາຂະແໜງການເງິນເປັນທັນສະໄໝ ແລະ ແຜນງານການຄຸ້ມຄອງ ແລະ ພັດທະນາການຈັດຕັ້ງບຸຄະລາກອນ.
ສຳລັບວິໄສທັດ ຮອດປີ 2030 ແລະ ຍຸດທະສາດການພັດທະນາການເງິນແຫ່ງລັດ ຮອດປີ 2025 ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ແລະ ຄັ້ງທີ X ຂອງພັກ ແລະ ເປັນການຜັນຂະຫຍາຍຈາກວິໄສທັດ ຮອດປີ 2030 ຍຸດທະສາດພັດທະນາແຫ່ງຊາດ ຮອດປີ 2025 ຂອງລັດຖະບານ ເຊິ່ງຍຸດທະສາດດັ່ງກ່າວ ປະກອບມີ 10 ຍຸດທະສາດຄື: ທົບທວນນະໂຍບາຍການເງິນ ເພື່ອຮັບປະກັນສະຖຽນລະພາບຂອງເສດຖະກິດມະຫາພາກມີຄວາມຍືນຍົງ ທົບທວນນະໂຍບາຍລາຍຮັບ ແລະ ລະດົມທຶນ ເພື່ອເກັບລາຍຮັບໃຫ້ຄົບຖ້ວນ ຕາມທ່າແຮງບົ່ມຊ້ອນຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ສ້າງນະໂຍບາຍລາຍຈ່າຍ-ປະຢັດມັດທະຍັດ ເພື່ອສະໜອງທຶນໃຫ້ການພັດທະນາຢ່າງມີປະສິດທິຜົນຂຶ້ນເລື້ອຍໆ ຄຸ້ມຄອງໜີ້ສິນພາກລັດໃຫ້ມີປະສິດທິຜົນ ແລະ ປອດໄພ ພັດທະນາບຸກຄະລາກອນໃຫ້ມີຄວາມຮູ້-ຄວາມສາມາດໜັກແໜ້ນດ້ານວິຊາສະເພາະ ແລະ ແນວຄິດ-ການເມືອງ ພັດທະນາການບັນຊີ ກວດກາການເງິນໃຫ້ໜັກແໜ້ນ ເຂັ້ມແຂງ ພັດທະນາຂະແໜງການເງິນເປັນທັນສະໄໝ ທຽບທັນກັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນຄວາມປອດໃສ ສາມາດກວດສອບໄດ້ ສ້າງ ແລະ ປັບປຸງນິຕິກຳຂະແໜງການເງິນໃຫ້ຄົບຊຸດ ສອດຄ່ອງກັບຍຸກສະໄໝ ເຊື່ອມໂຍງການເງິນຕ່າງປະເທດ ແລະ ການຮ່ວມມືສາກົນດ້ານການເງິນແຫ່ງລັດ ຄຸ້ມຄອງພັດທະນາວິສາຫະກິດທີ່ລັດລົງທຶນໃຫ້ມີປະສິດທິຜົນສູງຂຶ້ນ.
ທັງໝົດນີ້ແມ່ນແນໃສ່ສ້າງພື້ນຖານການເງິນແຫ່ງຊາດໃຫ້ເຂັ້ມແຂງ ຕອບສະໜອງຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ຍົກສູງຄຸນນະພາບຊີວິດ ສ້າງຄວາມອຸດົມຮັ່ງມີໃຫ້ປະຊາຊົນບັນດາເຜົ່າ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ນຳພາປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.
(ແຫຼ່ງຂໍ້ມູນ: vientianemai.net)