|
ພິທີມອບຍຸດໂທປະກອນ
ເນື່ອງໃນໂອກາດກະກຽມສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໃນວັນທີ 14 ມັງກອນ ປີ 2019 ທີ່ວິທະຍາຄານກົມມະດໍາ, ທ່ານ ພັນເອກ ພິເສດ ຕ່າວ ວັນ ຖາຍ ທີ່ປຶກສາທູດປ້ອງກັນປະເທດ ສສ ຫວຽດນາມ ປະຈຳລາວໄດ້ມອບຍຸດໂທປະກອນຈຳນວນໜຶ່ງໃຫ້ແກ່ທ່ານ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບກະຊວງປ້ອງກັນປະເທດເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ.
(ແຫຼ່ງຂໍ້ມູນ: ຂປລ)