|
ສະຫາຍ ບຸນທອງ ຈິດມະນີ ທີ່ກອງປະຊຸມ
ເຂົ້າຮ່ວມກອງປະຊຸມມີບັນດາເລຂາ-ຮອງເລຂາ, ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ; ປະທານ-ຮອງປະທານຄະນະກວດກາພັກ-ອົງການກວດກາລັດທີ່ມາຈາກບັນດາກະຊວງ-ອົງການ,ນະຄອນຫຼວງ, ບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ບຸນທອງ ຈິດມະນີ ໄດ້ກ່າວເປີດກອງປະຊຸມຊຶ່ງມີເນື້ອໃນບາງຕອນວ່າ: ກອງປະຊຸມຂອງພວກເຮົາເທື່ອນີ້ຈະໄດ້ພ້ອມກັນຄົ້ນຄວ້າຍົກໃຫ້ເຫັນດ້ານດີ, ບົດຮຽນທີ່ຕ້ອງເສີມຂະຫຍາຍ, ຊອກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດເພື່ອປັບປຸງແກ້ໄຂໃນຕໍ່ໜ້າເປັນຕົ້ນແມ່ນວຽກງານຕິດຕາມ-ກວດກາພາຍໃນພັກ,ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ພ້ອມກັນນັ້ນຕ້ອງຄົ້ນຄວ້າປະກອບຄຳຄິດຄຳເຫັນໃຫ້ເລິກເຊິ່ງ, ເປັນເອກະພາບຕໍ່ທິດທາງ, ໜ້າທີ່ ແລະ ບັນດາວຽກທີ່ຈະຕ້ອງສຸມໃສ່ຈັດຕັ້ງປະຕິບັດໃນປີ 2019, ແນໃສ່ເຮັດໃຫ້ວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີການຫັນປ່ຽນໃຫ້ດີຂຶ້ນກວ່າເກົ່າ, ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍມີຄວາມສັກສິດ, ການພັດທະນາເສດຖະກິດສັງຄົມມີການຂະຫຍາຍຕົວ, ບັນລຸຕາມລະດັບຄາດໝາຍທີ່ພວກເຮົາວາງໄວ້, ການກໍ່ສ້າງພັກ-ພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕາມທິດທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໄດ້ກໍານົດໄວ້. ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2018 ຈະດໍາເນີນໄປເປັນເວລາ 3 ວັນ (28-30 ມັງກອນ 2019) ຈຶ່ງຈະສໍາເລັດລົງ ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບວຽກງານກວດກາ ປະຈໍາປີ 2018, ທິດທາງແຜນການປີ 2019 ແລະ ບັນດາເນື້ອໃນເອກະສານສໍາຄັນກ່ຽວກັບວຽກງານກວດກາເພື່ອໃຫ້ມີຄວາມເປັນເອກະພາບ ແລະ ຈັດຕັ້ງປະຕິບັດໄປລວງດຽວກັນ.
(ແຫຼ່ງຂໍ້ມູນ: pasaxon.org.la)