ລັດຖະບານພິຈາລະນາ 5 ເອກະສານສຳຄັນປະຈຳເດືອນມັງກອນ

00:54 | 13/05/2019

ກອງ​ປະ­ຊຸມ​ລັດ­ຖະ­ບານສະ­ໄໝ​ສາ­ມັນປະ­ຈຳ​ເດືອນມັງ­ກອນ 2019 ດຳ­ເນີນ​ແຕ່​ວັນ​ທີ 24-25 ມັງ­ກອນ​ນີ້ຢູ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະມົນຕີ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ, ມີ​ບັນ­ດາ​ທ່ານ​ຮອງ​ນາ­ຍົກ ແລະ ສະ­ມາ­ຊິກ​ລັດ­ຖະ­ບານ​ເຂົ້າ​ຮ່ວມ.

ລັດຖະບານພິຈາລະນາ 5 ເອກະສານສຳຄັນປະຈຳເດືອນມັງກອນ

ກອງ​ປະ­ຊຸມ​ລັດ­ຖະ­ບານສະ­ໄໝ​ສາ­ມັນປະ­ຈຳ​ເດືອນມັງ­ກອນ 2019

ກອງ​ປະ­ຊຸມ​ຄັ້ງ​ນີ້ໄດ້​ສຸມ​ໃສ່​ພິ­ຈາ­ລະ­ນາ ແລະ ປະ­ກອບ​ຄຳ​ເຫັນ​ໃສ່ 5 ເອ­ກະ­ສານ​ສຳ­ຄັນ​ຄື: ຮ່າງ​ແຜນພັດທະນາ​ອຸດສາຫະກໍາ​ປຸງ​ແຕ່ງ ແລະ ຫັດ­ຖະ­ກຳ​ຮອດ​ປີ 2025 ບົດ​ລາຍ​ງານ​ກ່ຽວ​ກັບ​ແຜນ​ພັດ­ທະ­ນາ​ທົ່ວ​ເຂດ​ພູ​ພຽງ​ບໍ​ລະ​ເວນ ບົດ​ລາຍ​ງານ​ກ່ຽວ​ກັບ​ຜົນ​ການ​ຄົ້ນ­ຄວ້າ ແລະ ກວດ­ກາ​ຕີ​ລາ­ຄາ​ກ່ຽວ​ກັບ​ການ​ປະ​ເມີນ​ຜົນ​ກະ­ທົບ​ດ້ານ​ສິ່ງ­ແວ­ດລ້ອມ ແລະ ສັງ­ຄົມ ຈາກ​ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ໂມ້ ແລະ ນ້ຳ​ມີ​ລີ້ ຮ່າງ​ດຳ­ລັດ​ວ່າ​ດ້ວຍ​ການ​ແຂ່ງ­ຂັນ ແລະ ຍ້ອງ­ຍໍ ແລະ ຮ່າງ​ດຳ­ລັດ​ວ່າ​ດ້ວຍ​ກົງ­ຈັກ​ການ­ຈັດ­ຕັ້ງ​ຂອງ​ລັດ.

ກອງ​ປະ­ຊຸມ​ໄດ້​ພິ­ຈາ­ລະ­ນາຮັບ­ຮອງ​ຮ່າງ​ແຜນ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ແລະ ຫັດ­ຖະ­ກຳ ຮອດ​ປີ 2025 ແລະ ໄດ້​ຊີ້​ນຳ​ໃຫ້​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ນຳໄປ​ປັບ­ປຸງ​ຕາມ​ການ​ປະ­ກອບ​ຄຳ​ເຫັນ​ຂອງ​ສະ­ມາ­ຊິກ​ລັດ­ຖະ­ບານເປັນ­ຕົ້ນການ​ວາງ​ແຜນ​ຍຸດ​ທະ​ສາດ ແລະ ແຜນ​ພັດ­ທະ­ນາ​ດັ່ງ­ກ່າວ ໃຫ້​ແຍກ​ອອກ​ເປັນ​ແຜນ​ຈັດ​ຕັ້ງ​ປະ­ຕິ­ບັດ 2 ປີ ເພື່ອ​ເປັນ​ພື້ນຖານ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ​ໃນ 5 ປີ ຕໍ່­ໜ້າ, ໃນ​ນີ້, ໃຫ້​ເອົາ­ໃຈ­ໃສ່​ຈັດ​ລຽງ​ບຸ­ລິ­ມະ­ສິດ​ຄັກ­ແນ່ເອົາ­ໃຈໃສ່​ປັບ­ປຸງ​ວຽກ​ງານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ໃຫ້​ເຂົ້າ​ສູ່​ການ​ປຸງ​ແຕ່ງຕິດ​ພັນ​ກັບ​ການ​ຊອກ​ຕະ­ຫຼາດ​ທີ່​ໝັ້ນ­ຄົງເອົາ­ໃຈ­ໃສ່​ຕໍ່​ການ​ຜະ­ລິດ​ສິນ­ຄ້າ​ທີ່​ເປັນ​ທ່າ­ແຮງ ໂດຍ​ການ​ວາງ​ນະ­ໂຍ­ບາຍ​ຊຸກ­ຍູ້ສົ່ງ­ເສີມກຳ­ນົດ​ກົນ​ໄກສ້າງ​ສິ່ງ​ອຳ­ນວຍ​ຄວາມ​ສະດວກ ແລະ ເຮັດ​ໃຫ້​ເປັນ​ໂຄງ­ການ​ລະ­ອຽດ​ເພື່ອ​ດຶງ​ດູດ​ໃຫ້​ເອ­ກະ​ຊົນ ແລະ ນັກ​ລົງ­ທຶນ​ຕ່າງ­ປະ­ເທດ​ເຂົ້າ​ມາ​ລົງ­ທຶນສໍາຄັນ​ແມ່ນ​ໃຫ້​ເອົາ­ໃຈ­ໃສ່​ຊຸກ­ຍູ້, ສົ່ງ­ເສີມບັນ­ດາ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ຂະ­ໜາດ​ກາງ ໃຫ້​ມີ​ການ​ຂະ­ຫຍາຍຕົວ​ຫຼາຍ​ຂຶ້ນພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ບົດ​ລາຍ​ງານ​ກ່ຽວ​ກັບ​ແຜນ​ພັດ­ທະ­ນາ​ທົ່ວ​ເຂດ​ພູ​ພຽງ​ບໍ​ລະ​ເວນ ແລະ ໄດ້​ຊີ້​ນຳ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ນຳ­ໄປ​ປັບປຸງຕາມ​ຄຳ​ເຫັນ​ຂອງ​ສະ­ມາ­ຊິກ​ລັດ­ຖະ­ບານກ່ອນ​ນຳ​ສະ­ເໜີ​ຂໍ​ທິດ​ຊີ້​ນຳ​ຈາກ​ກອງ​ປະຊຸມ​ກົມ​ການ­ເມືອງ​ສູນ​ກາງ​ພັກ.

ສ່ວນ​ບົດ​ລາຍ​ງານ​ກ່ຽວ​ກັບ​ຜົນ​ການ​ຄົ້ນ­ຄວ້າ ແລະ ກວດ­ກາ​ຕີ​ລາ­ຄາ​ກ່ຽວ​ກັບ​ການ​ປະ​ເມີນ​ຜົນ​ກະ­ທົບ​ດ້ານ​ສິ່ງ­ແວ­ດລ້ອມ ແລະ ສັງ­ຄົມ ຈາກ​ໂຄງ­ການ​ກໍ່ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ໂມ້ ແລະ ນ້ຳ​ມີ​ລີ້ ມອບ​ໃຫ້​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ສົມ­ທົບ​ກັບ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ແລະ ພາກ­ສ່ວນ​ກ່ຽວຂ້ອງ​ນຳ­ໄປ​ສຶກ​ສາ​ຄົ້ນ­ຄວ້າສຳ​ຫຼວດ​ລະ­ອຽດແລ້ວ​ນຳ​ມາ​ລາຍ​ງານ​ຄືນ​ໃຫ້​ລັດ­ຖະ­ບານສຳ­ລັບ​ຮ່າງ​ດຳ­ລັດ​ວ່າ​ດ້ວຍ​ກົງ­ຈັກ​ການ­ຈັດ­ຕັ້ງ​ຂອງ​ລັດໄດ້​ຊີ້​ນຳ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ນຳ­ໄປ​ຄົ້ນ­ຄວ້າ​ຄືນ​ຕາມ​ການ​ປະ­ກອບ​ຄຳ​ເຫັນ​ຂອງ​ສະ­ມາ­ຊິກ​ລັດ­ຖະ­ບານ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ