|
ພິທີເຊັນສັນຍາວ່າດ້ວຍການຮ່ວມມືໂຄງການສ້າງຫ້ອງກວດສອບມາດຕະຖານ ແລະ ຢັ້ງຢືນມາດຕະຖານ ອຸປະກອນພິເສດໃນ ສປປ ລາວ
ອຸປະກອນພິເສດແມ່ນເຄື່ອງບັນຈຸຄວາມແຮງດັນ ເຊັ່ນ: ໝໍ້ຕົ້ມ, ຖັງແກ໊ດ, ບັ້ງລົມ, ທໍ່ແຮງດັນ, ລິບ, ກົນຈັກໜັກຍົກ (ເຄນ), ສະລິງ, ພາຫະນະຂັບເຄື່ອນສະເພາະໃນສວນສະໜຸກຂະໜາດໃຫຍ່ ແລະ ອຸປະກອນພິເສດອື່ນໆທີ່ໄດ້ກຳນົດໃນລະບຽບກົດໝາຍ. ການຮ່ວມມືສ້າງຫ້ອງກວດສອບດັ່ງກ່າວມີໄລຍະດຳເນີນກິດຈະການ 15 ປີ ດ້ວຍມູນຄ່າ 5 ລ້ານກວ່າໂດລາ ແລະ ຈະເລີ່ມຈັດຕັ້ງປະຕິບັດໃນເດືອນ ກຸມພາ 2019 ໂດຍມີສະຖານທີ່ຕັ້ງຢູ່ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງໃນກິດຈະກຳໄລຍະເບື້ອງຕົ້ນຈະໄດ້ມີການສ້າງນິຕິກຳເພື່ອຮອງຮັບວຽກງານດັ່ງກ່າວ, ກໍ່ສ້າງຫ້ອງການ, ປະກອບການຕິດຕັ້ງເຄື່ອງຈັກ, ອຸປະກອນໃນຫ້ອງທົດສອບຄົບຊຸດທີ່ໄດ້ຮັບການຮັບຮອງດ້ານລະບົບມາດຕະຖານສາກົນ ISO/IEC 17025. ພ້ອມກັນນັ້ນ, ຍັງຈະໄດ້ມີການຝຶກອົບຮົມຄວາມຮູ້ດ້ານເຕັກນິກໃຫ້ແກ່ພະນັກງານວິຊາສະເພາະຂອງ ສປປ ລາວ ເປັນແຕ່ລະໄລຍະ.
ການຮ່ວມມືສ້າງຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານດັ່ງກ່າວນີ້ກໍແມ່ນເພື່ອເປັນການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກົມມາດຕະຖານ ແລະ ວັດແທກ ທັງເປັນການຕອບສະໜອງໃຫ້ກັບສັງຄົມເພື່ອການກວດກາບັນດາເຄື່ອງມື ອຸປະກອນພິເສດ ຢູ່ບັນດາຫ້າງຮ້ານ, ສຳນັກງານອົງການຕ່າງໆໃນທົ່ວສັງຄົມ ເພື່ອສ້າງຄວາມໝັ້ນໃຈ, ຮັບປະກັນຄວາມປອດໄພ, ຮັບປະກັນຄຸນນະພາບຂອງຜະລິດຕະພັນ ແລະ ສ້າງຄວາມຍຸຕິທຳໃຫ້ແກ່ຜູ້ຊົມໃຊ້, ບັນດາຜູ້ນໍາເຂົ້າ, ສົ່ງອອກ ແລະ ຈັດຈຳໜ່າຍຢູ່ ສປປ ລາວ ໃຫ້ໄດ້ຕາມມາດຕະຖານແຫ່ງຊາດ, ມາດຕະຖານສາກົນ ແລະ ຕາມລະບຽບການທີ່ກຳນົດໄວ້. ພິທີເຊັນສັນຍາຮ່ວມມືດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 28 ມັງກອນ ຜ່ານມາ, ຢູ່ທີ່ ໂຮງແຮມດອນຈັນພາເລດ, ລະຫວ່າງ ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ບຸນໂຮມ ພານຸວົງ, ຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ.
(ແຫຼ່ງຂໍ້ມູນ: pasaxon.org.la)