|
ລາວ-ໄທ ແລກປ່ຽນສິລະປະຫັດຖະກຳແກະສະຫຼັກໄມ້
ໂດຍມີທ່ານ ໂຍທິນ ເວດສະພົງ ປະທານບໍລິຫານສູນພັດທະນາ ແລະ ທົດສອບສີມືແຮງງານເວດສະພົງ ປະທານເຄືອຄ່າຍການຜະລິດອຸດສາຫະກຳ-ຫັດຖະກຳໄມ້ ທ່ານນາງ ແສງຣາວີ ສິງທະວິບູນ ຮອງອຳນວຍການສູນສົ່ງເສີມສີລະປະຊີບຣາຊະອານາຈັກໄທ ມີຜູ້ຕາງໜ້າຈາກກະຊວງ ສະຖາບັນ ພ້ອມດ້ວຍຄູ-ອາຈານ ແລະ ພະນັກງານວິຊາການສອງຝ່າຍເຂົ້າຮ່ວມ. ທ່ານ ໂຍທິນ ເວດສະພົງ ກ່າວວ່າ: ງານສິລະປະ ຫັດຖະກຳ ແກະສະຫຼັກລວດລາຍຂອງລາວ ໄດ້ເກີດມາແຕ່ບັນພະບຸລຸດລາວ ເຊິ່ງເຫັນໄດ້ຕາມວັດວາອາຮາມຕ່າງໆ ດ້ວຍການບົ່ງບອກເຖິງເອກະລັກຂອງຊາດ ສືບທອດກັນມາເຖິງປັດຈຸບັນ ລາວ-ໄທ ໄດ້ມີໂອກາດຮ່ວມສືບມໍລະດົກຕົກທອດມາແຕ່ບູຮານນະການເຊັ່ນກັນ ມາຮ່ວມກັນແລກປ່ຽນງານແກະສະຫຼັກໄມ້ ຮ່ວມກັນເຮັດໃຫ້ຄວາມສຳພັນດີຍິ່ງຂຶ້ນ ເພື່ອແລກປ່ຽນບົດຮຽນດ້ານວຽກແກະສະຫຼັກໄມ້ລວດລາຍຕ່າງໆ ລະຫວ່າງສູນພັດທະນາ ແລະ ທົດສອບສີມືແຮງງານເວດສະພົງ ແລະ ສູນສົ່ງເສີມສິລະປະຊີບຣາຊະອານາຈັກໄທ ມີຄວາມພົ້ນເດັ່ນຂຶ້ນໄປສູ່ເວທີສາກົນ.
ທ່ານນາງ ແສງຣາວີ ສິງທະວິບູນ ກ່າວວ່າ: ວຽກຫຼັກຂອງອົງກອນປະຈຳປີ 2019 ແມ່ນເນັ້ນການພັດທະນາວຽກຫັດຖະກຳປະເພດໄມ້ ຮ່ວມກັບໜ່ວຍງານພາກລັດຖະບານ 2 ປະເທດໃນພາກພື້ນ ຄື: ການເນັ້ນການພັດທະນາຫັດຖະກຳໄມ້ ໂດຍດຳເນີນງານຮ່ວມກັບປະເທດໃນພາກພື້ນອາຊີ ທີ່ມີຄວາມຊ່ຽວຊານງານຫັດຖະກຳໄມ້ ທັງໃນແບບລວມສະໄໝ ເຊັ່ນ ປະເທດຍີ່ປຸ່ນ ແລະ ສປປ ລາວ ເຊິ່ງມີມໍລະດົກພູມປັນຍາງານຫັດຖະກຳໄມ້ທີ່ມີເອກະລັກ ແລະ ຮາກຖານທາງວັດທະນະທຳຮ່ວມກັບປະເທດໄທ ໂດຍການຮ່ວມມືຝ່າຍໂຄງການ ໃນນີ້ ກໍຈະເກີດໃຫ້ການສືບທອດພູມປັນຍາ ແລະ ພັດທະນາຫັດຖະກຳໄມ້ ເຊິ່ງເປັນຫັດຖະກຳທີ່ໃກ້ຈະສູນຫາຍ ໃຫ້ເກີດມີມູນຄ່າເພີ່ມ ຈົນສາມາດພັດທະນາສູ່ສາກົນໄດ້. ສຳລັບງານແລກປ່ຽນສິລະປະ ຫັດຖະກຳແກະສະຫຼັກໄມ້ ຮ່ວມ ລາວ-ໄທ ຈະດຳເນີນແຕ່ວັນທີ 18-21 ມີນາ 2019.
(ແຫຼ່ງຂໍ້ມູນ: vientianemai.net)