|
ພິທີເປີດງານເທດສະການອາຫານຢ່າງເປັນທາງການໃນວັນທີ 23 ມັງກອນ 2019
ງານເທດສະການອາຫານລາວ ປະຈຳປີ 2019 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-26 ມັງກອນ 2019 ຢູ່ແຄມຂອງນະຄອນຫລວງວຽງຈັນ, ເຊິ່ງໄດ້ລວບລວມເອົາອາຫານທີ່ເປັນເອກະລັກສະເພາະຈາກບັນດາແຂວງໃນຂອບເຂດທົ່ວປະເທດມາວາງສະແດງ ແລະ ບໍລິການຂາຍໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດໄດ້ຊື້, ໄດ້ຊິມລົດຊາດອາຫານລາວທີ່ເປັນເອກກະລັກນັບແຕ່ເໜືອຮອດໃຕ້.
ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວກ່າວໃນພິທີເປີດງານເທດສະການອາຫານຢ່າງເປັນທາງການໃນວັນທີ 23 ມັງກອນນີ້ວ່າ: ງານເທດສະການອາຫານດັ່ງກ່າວ, ມີຮ້ານວາງສະແດງທັງໝົດ 180 ຮ້ານ, ໃນນັ້ນເປັນຮ້ານອາຫານ 140 ຮ້ານ, ຮ້ານຫັດຖະກຳ-ກະສິກຳ 20 ຮ້ານ, ຮ້ານຈາກປະເທດອາຊຽນ ແລະ ສະຖານທູດ 2 ຮ້ານ ແລະ ຮ້ານທີ່ມາຈາກເຄືອຂ່າຍໜຶ່ງຕຳບົນ, ໜຶ່ງຜະລິດຕະພັນປະເທດໄທ 18 ຮ້ານ, ເຊິ່ງໄດ້ນຳເອົາອາຫານ, ເຄື່ອງດື່ມ, ຢາສະໝູນໄພ ແລະ ເຄື່ອງຫັດຖະກຳ-ກະສິກຳ ມາວາງສະແດງ ແລະ ບໍລິການຂາຍເປັນຈຳນວນຫລວງຫລາຍ.
ທ່ານ ນາງ ຈັນທະຈອນ ວົງໄຊ ຍັງໃຫ້ຮູ້ອີກວ່າ: ງານເທດສະການອາຫານລາວໄດ້ຈັດຂຶ້ນໃນທຸກໆປີນັບແຕ່ປີ 2006 ເປັນຕົ້ນມາ, ປີນີ້, ຖືວ່າເປັນປີທີ 14 ໂດຍມີຈຸດປະສົງເພື່ອປະກອບສ່ວນອານຸລັກຮິດຄອງປະເພນີ ແລະ ວັດທະນະທຳອັນດີງາມທີ່ເປັນເອກກະລັກຂອງຄົນລາວໄວ້ໃຫ້ຢູ່ຄູ່ຄົນລາວຕະຫລອດໄປ, ທັງເຊື່ອມໂຍງ ແລະ ເຜີຍແຜ່ສິ່ງຍອດຍິ່ງຂອງລາວຕໍ່ນັກທ່ອງທ່ຽວຈາກບັນດາປະເທດອາຊຽນ ແລະ ໃນທົ່ວໂລກ, ທັງເປັນການຕ້ອນຮັບປີທ່ອງທ່ຽວລາວ-ຈີນ ຕື່ມອີກ, ພ້ອມດຽວກັນ, ຍັງເປັນການສ້າງໂອກາດໃຫ້ແມ່ຍິງຜູ້ປະກອບການໃນຂະແໜງການປຸງແຕ່ງອາຫານຢູ່ທ້ອງຖິ່ນ, ຕ່າງແຂວງ ແລະ ຜູ້ລົງທຶນໃນ ສປປ ລາວ ໄດ້ເຂົ້າມາຮ່ວມວາງສະແດງ ແລະ ບໍລິການຂາຍຜະລິດຕະພັນຂອງຕົນ, ສ້າງໂອກາດໃຫ້ແມ່ຍິງໄດ້ສະແດງຄວາມສາມາດບົ່ມຊ້ອນ, ຫົວຄິດປະດິດສ້າງ ແລະ ສະຕິປັນຍາຂອງຕົນໃນການປຸງແຕ່ງອາຫານລາວ, ທັງໄດ້ແລກປ່ຽນປະສົບການໃນການປຸງແຕ່ງອາຫານລາວ ແລະ ສົ່ງເສີມແມ່ຍິງຜູ້ປະກອບການຂະແໜງການຜະລິດກະສິກຳ, ຫັດຖະກຳ, ອຸດສາຫະກຳປຸງແຕ່ງ, ໂຮງແຮມ ແລະ ຮ້ານອາຫານມີບົດບາດໃນການສ້າງ ຜະລິດຕະພັນຂອງຕົນໃຫ້ເປັນສິນຄ້າສາມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫລາດໃນຍຸກປັດຈຸບັນ.
(ແຫຼ່ງຂໍ້ມູນ: ຂປລ)