ນາງ ເກດມະນີ ວົງປະເສີດ ຄອງຕຳແໜ່ງນາງສາວນະຄອນຫຼວງ

09:31 | 10/04/2019

ກິດ­ຈະ­ກຳ​ການ​ຄັດ​ເລືອກ​ນາງ​ສາວ​ນະ­ຄອນ­ຫຼວງ ປະ­ຈຳ​ປີ 2019 ສຳ­ເລັດ​ໃນ​ວັນ​ທີ 6 ເມ­ສາ 2019 ຈັດ​ຂຶ້ນ​ທີ່​ໂຮງ­ແຮມ​ແລນ​ມາກ ນະ­ຄອນ­ຫຼວງ​ວຽງ​ຈັນ.

ນາງ ເກດມະນີ ວົງປະເສີດ ຄອງຕຳແໜ່ງນາງສາວນະຄອນຫຼວງ

ນາງ ເກດມະນີ ວົງປະເສີດ ຄອງຕຳແໜ່ງນາງສາວນະຄອນຫຼວງ

ກິດ­ຈະ­ກຳ​ການ​ຄັດ​ເລືອກ​ນາງ​ສາວ​ນະ­ຄອນ­ຫຼວງ ປະ­ຈຳ​ປີ 2019 ສຳ­ເລັດ​ໃນ​ວັນ​ທີ 6 ເມ­ສາ 2019 ຈັດ​ຂຶ້ນ​ທີ່​ໂຮງແຮມ​ແລນ​ມາກ ນະ­ຄອນຫຼວງ​ວຽງ​ຈັນ ມີ​ທ່ານ ສາ­ລີ ນັນ­ທະ​ວົງ ຫົວ­ໜ້າ​ຂະ­ແໜງ​ວັດ­ທະ­ນະ­ທຳ ພະແນກຖະແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ​ນາງ ອໍ­ລະ­ໄທ ສັນ­ຕິ​ຄົງ​ຄາ ຜູ້­ອຳ­ນວຍ­ການ​ບໍລິສັດ ກຣິດ​ຕິ​ພົງ ກຣຸບ ຈຳ­ກັດ ທ່ານ​ນາງ ນິ​ສຸ­ດາ ວົງ​ປະ­ເສີດ ນາງ​ສາວ​ນະ­ຄອນຫຼວງ​ວຽງ​ຈັນ ປີ 2018 ບັນ­ດາ​ຄະ­ນະ​ກໍາມະການ ຜູ້­ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ​ຈາກ​ພະ­ແນກ­ການ​ກ່ຽວ­ຂ້ອງ ແລະ ຜູ້​ໃຫ້­ການ​ສະໜັບສະໜູນງານ​ເຂົ້າ​ຮ່ວມ.

ເຊິ່ງ​ກິດ­ຈະ­ກຳ​ດັ່ງ­ກ່າວ ເປັນ​ການ​ຮ່ວມ​ມື​ລະ­ຫວ່າງ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະຄອງຫຼວງວຽງ​ຈັນ ແລະ ບໍ­ລິ­ສັດ ກຣິດ​ຕະ​ພົງ ກຣຸບ ຈຳ­ກັດ ພາຍ​ໃຕ້​ຄຳ​ຂວັນ “ສົ່ງ­ເສີມ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ ນຳ​ຄຸນ­ຄ່າ​ສູ່​ແມ່ຍິງ​ລາວ” ແລະ ຜ່ານ​ການ​ຄັດ​ເລືອກ​ຮອບ​ສຸດ​ທ້າຍ​ເຫັນ​ວ່າ ນາງ​ສາວ​ໝາຍ​ເລກ MVT15 ນາງ ເກດ​ມະ­ນີ ວົງ​ປະເສີດ ສາ­ມາດ​ຄອງ​ໄດ້​ຕຳ­ແໜ່ງ​ນາງ​ສາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ປີ 2019 ໄດ້​ຄອງ​ມົງ​ກຸດ​ເພັດ​ຈາກ​ຮ້ານ​ຄຳ​ພູ​ວົງ ມູນ​ຄ່າ 80 ລ້ານ​ກີບ ເງິນ​ລາ­ງວັນ 20 ລ້ານ​ກີບ ພ້ອມ​ສາຍ​ສະ­ພາຍ ແລະ ລາ­ງວັນ​ອື່ນໆ ເຊິ່ງ​ນາງ​ສາວ​ນະ­ຄອນ­ຫຼວງ ຍັງ​ຈະ​ໄດ້​ເປັນ​ຕົວ​ແທນ​ສາວ​ລາວ​ໄປ​ຮ່ວມ​ຄັດ​ເລືອກ​ເວ­ທີ​ລະ­ດັບ​ສາ­ກົນ​ຄື: ມິ​ສ​ໄຊ​ນິ​ສ​ອິນ​ເຕີ​ເນ​ເຊິນ​ແນວ ທີ່​ຮົງ​ກົງ ສປ ຈີນ.

ຮອງ​ອັນ​ດັບ​ໜຶ່ງ MVT08 ນາງ ຄຳ​ຫຼ້າ ຈັນ­ທະ​ລັງ­ສີ ໄດ້​ຮັບ​ມຸງ­ກຸດ​ເພັດ ມູນ​ຄ່າ 40 ລ້ານ​ກີບ ເງິນ​ລາ­ງວັນ 10 ລ້ານ​ກີບ ພ້ອມ​ສາຍ​ສະ­ພາຍ ແລະ ລາ­ງວັນ​ອື່ນໆ ແລະ ຈະ​ໄດ້​ເປັນ​ຕົວ​ແທນ​ໄປ​ຮ່ວມ​ຄັດ​ເລືອກ​ເວ­ທີ ມິ​ສ ເອ​ເຊຍ ປາ​ຊິ​ຟິກ ທີ່​ປະ­ເທດ​ຟີ​ລິບ​ປິນ ລະ­ຫວ່າງ​ເດືອນ​ຕຸ­ລາ​ນີ້ ຮອງ​ອັນ​ດັບ​ສອງ MVT01 ນາງ ນິກ​ສະ​ຢາ ໄຊ​ສົມ​ພູ ໄດ້​ຮັບ​ມຸງ­ກຸດ​ເພັດ ມູນ​ຄ່າ 40 ລ້ານ​ກີບ ເງິນ​ລາ­ງວັນ 5 ລ້ານ​ກີບ ພ້ອມ​ສາຍ​ສະ­ພາຍ ແລະ ລາ­ງວັນ​ອື່ນໆ ສ່ວນ​ລາ­ງວັນ​ຮອງ​ອັນ​ດັບ​ທີ 3 ທີ 4 ປະ­ກອບ​ມີ 4 ນາງ​ສາວ​ຄື: MVT06 ນາງ ສົ້ມ​ທອງ ວົງ​ສະ­ໝອນ MVT04 ນາງ ນ້ຳ​ຝົນ ພູ​ມາ​ນິ​ວົງ MVT17 ນາງ ສິງ​ທອງ ເລົ່າ​ບຸນ​ແພງ​ທະ​ໝັ້ນ ແລະ MVT14 ນາງ ເມ​ລາ​ລີ ພັນ­ທະ​ວົງ ໄດ້​ຮັບ​ເງິນ​ລາ­ງວັນ 3 ລ້ານ​ກີບ ແລະ ຂອງ​ລາ­ງວັນ​ອື່ນໆ.

ນອກ​ນັ້ນ ຍັງ​ມີ​ລາ­ງວັນ​ພິ­ເສດ​ອີກ​ຫຼາຍ​ລາ­ງວັນ​ຄື: ລາ­ງວັນ​ສະ­ເໜ​ຍິງ​ລາວ ແລະ ລາ­ງວັນ ນາງ​ສາວ​ຜິວ​ງາມ​ໜ້າ​ໃສ ໄດ້­ແກ່ MVT15 ນາງ ເກດ​ມະ­ນີ ວົງ​ປະ­ເສີດ ລາ­ງວັນ​ນາງ​ສາວ​ໜ້າ​ອ່ອນ​ກວ່າ​ໄວ MVT08 ນາງ ຄຳ​ຫຼ້າ ຈັນ­ທະ​ລັງ­ສີ ລາ­ງວັນ​ນາງ​ສາວ​ຂວັນ​ໃຈ​ມິດ­ຕະ­ພາບ MVT01 ນາງ ນິກ​ສະ​ຢາ ໄຊ​ສົມ​ພູ ລາ­ງວັນ​ນາງ​ສາວ​ຂວັນ​ໃຈ​ມວນ​ຊົນ MVT01 ນາງ ນິກ​ສະ​ຢາ ໄຊ​ສົມ​ພູ ລາ­ງວັນ​ນາງ​ສາວ​ຂວັນ​ໃຈ​ຊ່າງ​ພາບ MVT19 ນາງ ຕຳ​ບຸ້ຍ ພານ​ພູ​ວົງ ແລະ ລາງວັນ ນາງ​ສາວ​ບຸກ​ຄະ​ລິກ​ກະ​ພາບ​ດີ MVT16 ນາງ ພຸດ​ອາ​ນົງ ສີ­ດາ​ຄຳ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ