ສປ ຈີນຢືນຢັນຈະເປີດປະຕູສູ່ໂລກພາຍນອກກວ້າງອອກຢ່າງຮອບດ້ານ

00:54 | 15/05/2019

ສປ ຈີນ ຢືນຢັນຈະສືບຕໍ່ສົ່ງເສີມການຮ່ວມມືໃນເວທີພາກພື້ນແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ໃຫ້ກວ້າງອອກ​ຢ່າງ​ຮອບ​ດ້ານດ້ວຍບາດກ້າວຫນັກແຫນ້ນ ຂະນະທີ່ຂອບການຮ່ວມມືຂໍ້ລິເລີ່ມຫນຶ່ງແລວຫນຶ່ງເສັ້ນທາງແມ່ນໃນກຸນແຈສໍາຄັນບໍ່ພຽງແຕ່ປະເທດຈີນຝ່າຍດຽວ ແຕ່ຫາກຍັງເປັນຄວາມພະຍາຍາມໃນການພັດທະນາ ແລະ ຂັບເຄື່ອນເສດຖະກິດໃຫ້ກ້າວຕໍ່ໄປໃນຈັງຫວະທີ່ກ້າວຫນ້າພາຍໃຕ້ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ສປ ຈີນຢືນຢັນຈະເປີດປະຕູສູ່ໂລກພາຍນອກກວ້າງອອກຢ່າງຮອບດ້ານ

ສະຫາຍ ສີ ຈິ້ນ ຜີງ ເລຂາທິການໃຫຍ່ ສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ.

ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​​ຈີນຄັ້ງ​ທີ 2 ສະ​ໄໝ​ທີ 13 ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2019 ນີ້ທີ່ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນ​ຫລວງ​ປັກ​ກິ່ງ ສປ ຈີນ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ສີ ຈິ້ນ ຜີງ ເລຂາທິການໃຫຍ່ ສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ, ມີ ສະຫາຍ ຫລີ ເຄີ້ ສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ ພ້ອມບັນດາຫາຍສະມາຊິກພັກ, ເຈົ້າຫນ້າທີ່ລະດັບສູງ, ຜູ້ອາວຸໂສ, ຜູ້ຊ່ຽວຊານ ແລະ ສື່ມວນຊົນພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ສປ ຈີນຢືນຢັນຈະເປີດປະຕູສູ່ໂລກພາຍນອກກວ້າງອອກຢ່າງຮອບດ້ານ

ສະຫາຍ ຫລີ ເຄີ້ ສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ .

ສະຫາຍ ລີ ເຄິ້ ສຽງຂຶ້ນຜ່ານລາຍງານລະບຸວ່າ: ເພື່ອຮັກສາ​ຈັງ​ຫວະການເຫນັງຕີງເສດຖະກິດ​ຈີນ​ໃຫ້ຢູ່ໃນຂອບເຂດທີ່​ສົມ​ເຫດ​ສົມ​ຜົນນັ້ນຈີນຈະສືບຕໍ່ປະຕິບັດນະໂຍບາຍການເງິນເຄັ່ງຄັດ ແລະ ນະໂຍບາຍເງິນຕາໃຫ້ມີຄວາມໝັ້ນ​ທ່ຽງ ​ໃນນັ້ນ,​ອັດຕາອັດຕາຂາດດຸນງົບປະມານໃນປີ 2019 ນີ້ຈະໃຫ້ຢູ່ໃນລະດັບ 2,8% ເຊິ່ງສູງກວ່າງົບປະມານປີ 2018 ຜ່ານມາ 0,2%; ຂະໜາດການລະດົ​ມທຶນທາງສັງຄົມ ຕ້ອງສົມຄູ່ກັບຈັງຫວະການເຕີບໂຕຂອງ​ຈີດີພີ ແລະ ຈະສືບຕໍ່ປັບປຸງກົນໄກອັດຕາແລກປ່ຽນເງິນຕາ​ໃຫ້​ສົມ​ບູນ​ຂຶ້ນ, ຮັກສາອັດຕາແລກປ່ຽນເງິນຢວນຈີນໃຫ້ຢູ່ໃນລະດັບທີ່ດຸນດ່ຽງ, ສົມເຫດສົມຜົນ ແລະ ມີຄວາມໝັ້ນທ່ຽງໂດຍພື້ນຖານ.

ລັດ​ຖະ​ບານ​ຈີນ​ຈະ​ຫລຸດສ່ວຍ​ສາ​ອາ​ກອນ​ໃຫ້ຫລາຍກວ່າ​ເກົ່າໂດຍສຸມໃສການຫລຸດອາ​ກອນ​ໃນ​ຂະ​ແໜງ​ຂອງ​ອຸດ​ສາ​ຫະ​ກຳ​​ການຜະ​ລິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ, ລົງ​ເລິກ​ການ​ປະ​ຕິ​ຮູບ​ອາ​ກອນ​ມູນ​ຄ່າເພີ່ມ ເຊິ່ງຈະ​​ເຮັດ​ໃຫ້ອັດ​ຕາ​ອາ​ກອນຂອງ​ຂະ​ແໜງ​ການ​ຕ່າງໆ ເຊັ່ນ: ອຸດ​ສາ​ຫະ​ກຳ​​ການຜະ​ລິດ​ເປັນ​ຕົ້ນ​ຫລຸດລົງຈາກ 16% ​ເຫລືອ 13%; ຈະ​ເພີ່ມ​ທະ​ວີການ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ, ຫລຸດ​ຜ່ອນ​ຂໍ້​ຈຳ​ກັດ​ເຂົ້າ​ເຖິງ​ຕະຫລາດ​ຕື່​ມ​ອີກ, ຫລຸດຜ່ອນ​ບັນ​ຊີ​ດ້​ານ​ລົບ​ສຳ​ລັບ​ທຶນ​ຕ່າງ​ປະ​ເທດ, ອະ​ນຸ​ຍາດ​ໃຫ້​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ດ້ວຍ​ທຶນ​ຝ່າຍ​ດຽວ​ໃນ​ແຕ່ລະຂົງ​ເຂດຫລາຍກວ່າ​ເກົ່າ; ສືບຕໍ່ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​​ໃນ​ຂະ ​ແໜງ​ການ​ການ​ທະ​ຄານ ແລະ​ ອື່ນໆ, ປັບ​ປຸງນະ​ໂຍ​ບາຍ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຂອງ​ຕະຫລາດ​ໜີ້​ສິນ, ເລັ່ງ​ລັດ​ການ​ເຊື່ອມ​ໂຍງ​​ດ້ານລະ​ບຽບ​ການ​ເສດ​ຖະ​ກິດ​ການ​ຄ້າ​ທົ່ວ​ໄປ​​ກັບ​ສາ​ກົນ,ສ້າງ​ສະ​ພາບ​ແວດ​ລ້ອມ​​ດ້ານການ​ຕະຫລາດທີ່​ເປັນວິ​ສາ​ຫະ​ຈີນ ແລະ ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ໃຫ້ມີ​ຄວາມ​ສະ​ເໝີ​ພາບ​ກັນ ແລະ​ ສາ​ມາດ​ແຂ່ງ​ຂັນ​​ກັນ​ໄດ້​ຢ່າງຍຸຕິ​ທຳ. ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ທີ່​​ຖືກ​ຕ້ອງ​ຕາມກົດ​ໝາຍ​ຂອງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ; ຈີນ​ຈະເພີ່ມ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຊຽງ​ໄຮ​ເຂດ​ໃໝ່, ຊຸກ​ຍູ້​ການ​ກໍ່​ສ້າງ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ໄຫຫລໍ, ຄົ້ນ​ຄວ້າ​ທ່າ​​ກຳ​ປັ່ນການ​ຄ້າ​ເສ​ລີ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແລະ ການຈັດຕັ້ງປະຕິບັດໃນຂອບການຮ່ວມມືຂໍ້ລິເລີ່ມຫນຶ່ງແລວຫນຶ່ງເສັ້ນພາຍໃຕ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນນັ້ນເຫັນວ່າມີຄວາມຄືບຫນ້າ ແລະ ເປັນກຸນແຈສໍາຄັນບໍ່ພຽງແຕ່ຈີນຝ່າຍດຽວ ຫາກຍັງສະທ້ອນໃຫ້ເຫັນຄວາມພະຍາຍາມ ຄວາມມຸ່ງຫມັ້ນໃນການພັດທະນາເສດຖະກິດ-ສັງຄົມ ແລະ ຂັບເຄື່ອນການພັດທະນາຢ່າງຍືນຍົງໃນອະນາຄົດ ຕົວຢ່າງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂຄງການລົດໄຟໄທ-ຈີນ ແລະ ເຂດພັດທະນານິຄົມອຸດສາຫະກໍາອື່ນໆຢູ່ຕ່າງປະເທດພາຍໃຕ້ການຮ່ວມມືກັນຢ່າງໃກ້ຊິດນັ້ນເຫັນວ່າມີຄວາມຄືບຫນ້າ ແລະ ເພີ່ງພໍໃຈຢ່າງຈະແຈ້ງ ເຊິ່ງທັງຫມົດເຫລົ່ານັ້ນຈະເຮັດພາກພື້ນມີຄວາມເຂັ້ມແຂງດ້ານເສດຖະກິດ, ການຄ້າ,ການລົງທຶນ, ການບໍລິການ, ການທ່ອງທ່ຽວ ແລະ ອື່ນໆ.

ບົດລາຍງານໃນລະຫວ່າງກອງປະຊຸມຄັ້ງນີ້ຍັງເປີດເຜີຍວ່າ:
ປີ​ 2019 ນີ້ ຈີນ​ວາງແຜນຈະຫລຸດຈຳ​ນວນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ​ໃຫ້​ໄດ້ 10 ລ້ານ​ຄົນ; ຈະ​ໃຊ້​ມາດ​ຕະ​ການ​ຫລາຍ​ຢ່າງ​ພ້ອມ​ກັນ ເພື່ອ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ ​ແລະ​ ຊົນ​ນະ​ບົດ​ມີ​ລາ​ຍ​ຮັບ​ເພີ່ມ​ຂຶ້ນ, ເພີ່ມ​ຄວາມ​ສາ​ມາດ​ໃນ​ການ​ບໍ​ລິ​ໂພກ, ຕອບ​​ສະ​ໜອງກາ​ນ​ປ່ຽນ​ແປງ​ໃໝ່​ແຫ່ງ​ຄວາມ​ຕ້ອງ​ການ​ດ້ານ​ການ​ບໍ​ລິ​ໂພກ, ເພີ່​ມ​​ການ​ສະ​ໜອງ​ສິນ​ຄ້າ​ ​ແລະ​ການ​ບໍ​ລິ​ການຄຸນ​ນະ​ພາບດີໂດຍ​ຜ່ານ​ຫລາຍ​ຊ່ອງ​ທາງ; ຈະ​​ພັດ​ທະ​ນາ​ຂະ​ແໜງ​ການ​​​ເບີ່ງ​ແຍງ​ດູ​ແລ​ຜູ້​ເຖົ້າ​ຜູ້ອາວຸໂສ, ຈະ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໃຫ້​ແຂງ​ແຮງ, ຮັກ​ສາ​ການ​ບໍ​ລິ​ໂພກ​ໃນ​ດ້ານ​ລົດ​ຍົນ​ໃຫ້​ໝັ້ນ​ທ່ຽງ, ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​​ການ​​ຊື້​ລົດ​ຍົນ​ພະ​ລັງ​ງານ​ໃໝ່ໃນ​ລາ​ຄາ​ສົມເຫດສົມຜົນ.
ແນວໃດກໍດີ ປີ 2018 ຜ່ານມາເຫັນການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ເຫັນວ່າກວ້າງ​ອອກ​ຢ່າງ​ຮອບ​ດ້ານ, ​ສະ​ພາບ​ແລດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ຖືກ​ຈັດ​ອັນ​ດັບ​ໃນ​ສາ​ກົນຖີບ​ສູງ​ຂຶ້ນ​ຢ່າງປະຈັກຕາ, ການ​ຮ່ວມ​ມືກັນ​​ສ້າງໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງໄດ້​ຮັບ​ການພັດທະນາ ແລະ ມີຄວາມຄືບຫນ້າຢ່າງຕໍ່ເນື່ອງ; ສາ​ມາດ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ 138 ກວ່າຕື້​ໂດ​ລາສະຫະລັດ, ອັດ​ຕາ​ສ່ວນພາ​ສີ​ຫລຸດດ​ລົງ​ຈາກ 9,8% ເຫລືອ 7,5% ແລະ ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: ເກີດຂວັນໃຈ/ຂປລ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ