ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານຊາຍແດນສາກົນແທ່ງຖູຍ - ທຽນບາວ, ພະແນກພົວພັນຕ່າງປະເທດແຂວງຮ່າຢາງ ໄດ້ປະສານສົມທົບກັບສະຖານກົງສຸນໃຫຍ່ຫວຽດນາມ ປະຈຳເມືອງ ກົນໝິງ ແລະ ຫ້ອງການພົວພັນຕ່າງປະເທດ ວັນເສີນ (ສປ.ຈີນ) ໄດ້ຈັດພິທີມອບ - ຮັບເຄື່ອງມືທາງການແພດ ເພື່ອຮັບໃຊ້ໃນການປ້ອງກັນການລະບາດຂອງ COVID-19.
ສປ ຈີນ ຢືນຢັນຈະສືບຕໍ່ສົ່ງເສີມການຮ່ວມມືໃນເວທີພາກພື້ນແລະ ເປີດປະຕູສູ່ພາຍນອກໃຫ້ກວ້າງອອກຢ່າງຮອບດ້ານດ້ວຍບາດກ້າວຫນັກແຫນ້ນ ຂະນະທີ່ຂອບການຮ່ວມມືຂໍ້ລິເລີ່ມຫນຶ່ງແລວຫນຶ່ງເສັ້ນທາງແມ່ນໃນກຸນແຈສໍາຄັນບໍ່ພຽງແຕ່ປະເທດຈີນຝ່າຍດຽວ ແຕ່ຫາກຍັງເປັນຄວາມພະຍາຍາມໃນການພັດທະນາ ແລະ ຂັບເຄື່ອນເສດຖະກິດໃຫ້ກ້າວຕໍ່ໄປໃນຈັງຫວະທີ່ກ້າວຫນ້າພາຍໃຕ້ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.
ໃນໂອກາດຢ້ຽມຢາມລັດຖະກິດ ສປຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນໃນລະດັບສູງສຸດ ແລະ ສົມກຽດ ທີ່ຫໍສະພາປະຊາຊົນຈີນ ເມືອຕອນແລງຂອງວັນທີ 30 ເມສາ ຜ່ານມາໂດຍມີການນຳຂັ້ນສູງຂອງສອງພັກ, ສອງລັດ ເຂົ້າຮ່ວມ.
ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ປະຈໍາປີ 2019, ສະຫາຍ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ແຕ່ວັນທີ 31 ມີນາ - 4 ເມສາ 2019.