|
ກອງປະຊຸມອະລິຍະທໍາອາຊີ ທີ່ ສປປ ຈີນ.
ໃນໂອກາດດັ່ງກ່າວນີ້, ທ່ານ ສີ ຈິ້ນ ຜີງ ປະເທດແຫ່ງ ສປ ຈີນກໍໄດ້ໃຫ້ກຽດກ່າວພິທີເປີດກອງປະຊຸມໂດຍມີເນື້ອໃນບາງຕອນວ່າ: ນອກເໜືອຈາກຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ເຕັກໂນໂລຊີ, ເພື່ອກັບສິ່ງທ້າທາຍ ແລະ ດໍາເນີນເຈຕະນາລົມອະນາຄົດອັນສົດໃສແລ້ວ, ມະນຸດພວກເຮົາມີຄວາມຈໍາເປັນຕ້ອງການຄວາມເຂັ້ມແຂງດ້ານວັດທະນະທໍາເພື່ອຈັດການກັບສິ່ງທ້າທາຍໃນຕໍ່ໜ້າ. ຄວາມທ້າທາຍທີ່ເພີ່ມທະວີຄວາມຮຸນແຮງຂຶ້ນທົ່ວໂລກທີ່ມະນຸດພວມຜະເຊີນໜ້າຢູ່ໃນປັດຈຸບັນແມ່ນຕ້ອງການຄວາມຮ່ວມມືທີ່ເປັນຮູບປະທໍາໃນທົ່ວໂລກ ແລະ ອະລິຍະທໍາອາຊີແມ່ນສິ່ງຍອດຍິ່ງໃນອະລິຍະທໍາຂອງມະນຸດ ເຊິ່ງໄດ້ກາຍເປັນໜຶ່ງ ຫລື ຫລັກຖານໃນການຕັ້ງຖິ່ນຖານຂອງມະນຸດທີ່ເກົ່າແກ່ທີ່ສຸດ ແລະ ເປັນແຫລ່ງກໍາເນີດທີ່ສໍາຄັນຂອງອະລິຍະທໍາມະນຸດອາຊີໂດຍໜຶ່ງສ່ວນສາມຂອງພື້ນທີ່ທັງໝົດທົ່ວໂລກ ແລະ ມີປະຊາກອນສອງສ່ວນສາມຂອງປະຊາກອນປະກອບດ້ວຍ 47 ປະເທດ ແລະ ມີຫລາຍກວ່າ 1.000 ຊົນເຜົ່າໄດ້ດໍາລົງຊີວິດຮ່ວມກັນມາແຕ່ບູຮານ. ໃນນັ້ນຄົນອາຊີໄດ້ມີຜົນງານອັນໂດດເດັ່ນ ແລະ ຜົນສໍາເລັດດ້ານວັດທະນະທໍາມາຫລາຍກວ່າພັນໆປີມາແລ້ວຢ່າງບໍ່ໜ້າເຊື່ອ ເຖິ່ງປັດຈຸບັນນີ້ພວກເຮົາຍັງໄດ້ສືບຕໍ່ເສີມຂະຫຍາຍ ແລະ ດໍາເນີນເຈຕະນາລົມຮ່ວມກັນເພື່ອແລກປ່ຽນຄວາມເຂົ້າອົກເຂົ້າໃຈ, ບົດຮຽນອັນຍອດຍິ່ງເຊິ່ງກັນ ແລະ ກັນ.
ທ່ານ ປະເທດແຫ່ງ ສປ ຈີນຍັງກ່າວຕື່ມອີກວ່າ: ຄວາມມຸ່ງມາດປາດຖະໜາສໍາລັບຊີວິດທີ່ດີກວ່າຂອງຄົນອາຊີຄວນກາຍເປັນຄວາມຈິງໂດຍເງື່ອນໄຂທາງພູມີສາດ ແລະ ວັດທະນະທໍາເຊື່ອມໂຍງກັນ, ມີປະຫວັດສາດຄ້າຍຄືກັນ ແລະ ຄວາມຝັນອັນຄືກັນ ດ້ວຍເຫດດັ່ງກ່າວນັ້ນຈິ່ງມີຄວາມຈໍາເປັນຕ້ອງຮ່ວມມືກັນ ແລະ ຜ່ານຜ່າທຸກຄວາມພະຍາຍາມເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆຕົວຈິງ, ຫວັງວ່າທຸກໆປະເທດໃນອາຊີຈະເຄົາລົບ ແລະ ໃຫ້ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ, ຢູ່ຮ່ວມກັນດ້ວຍຄວາມສາມັກຄີຮັກແພງກັນ, ໄປມາສະດວກສະບາຍ, ການແລກປ່ຽນອະລິຍະທໍາຮ່ວມກັນ, ມີສັນຕິພາບ, ຮ່ວມກັນສົ່ງເສີມໂລກາພິວັດດ້ານເສດຖະກິດມີລັກສະນະເປີດກວ້າງ, ສ້າງຄວາມເທົ່າທຽມກັນຕໍ່ທຸກໆຄົນ ແລະ ອື່ນໆເພື່ອພ້ອມກັນລົບລ້າງຄວາມທຸກຍາກ ແລະ ນໍາພາປະເທດຊາດກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ຜາສຸກ.
ໃນຕອນບາຍມື້ດຽວກັນ, ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຍັງໄດ້ໃຫ້ກຽດຂຶ້ນປະກອບຄໍາເຫັນໃນກອງປະຊຸມດັ່ງກ່າວວ່າ: ດັ່ງທີ່ທ່ານຮັບຮູ້ນໍາກັນວັດທະນະທໍາໄດ້ສະແດງບົດບາດສໍາຄັນໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຊາດ. ການພັດທະນາຊຸມຊົນບໍ່ສາມາດປະສົບຜົນສໍາເລັດ ຖ້າຫາກທ່ານຖືເບົາ ຫລື ລະເລີຍວັດທະນະທໍາອັນຊົງຄຸນຄ່າຂອງຕົນ. ວັດທະນະທໍາແມ່ນພື້ນຖານສໍາຄັນສໍາລັບການສ້າງ ແລະ ຮັກສາສາຍພົວພັນມິດຕະພາບແບບຍືນຍົງ ເຊິ່ງມັນມີຄວາມໝາຍສໍາຄັນຫລາຍຕໍ່ການດໍາລົງຊີວິດປະຈໍາວັນ ແລະ ບໍ່ສາມາດຕັດແຍກອອກຈາກຊີວິດຂອງມະນຸດໄດ້ ປັດຈຸບັນນີ້ ເນື່ອງຈາກວັດທະນະທໍາໄດ້ຕິດພັນກັບໂອກາດການພັດທະນາເສດຖະກິດ-ສັງຄົມແບບຍືນຍົງຂອງປະເທດ. ປະເທດລາວໜຶ່ງໃນຫລາຍປະເທດທີ່ຕັ້ງຢູ່ແຫລມອິນໂດຈີນ, ມີຊາຍແດນຕິດກັບ 5 ປະເທດ (ສປ ຈີນ, ຫວຽດນາມ, ກໍາປູເຈຍ, ໄທ ແລະ ມຽນມາ) ແລະ ມີ 50 ຊົນເຜົ່າທີ່ມີຄວາມຫລາກທາງສິລະປະວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມ, ເຕັມໄປດ້ວຍຄວາມອຸດົມສົມບູນດ້ານມໍລະດົກ ແລະ ປະຫວັດສາດອັນຍາວນານ. ນັບແຕ່ການສ້າງຕັ້ງ ສປປ ລາວໃນປີ 1975, ພວກເຮົາໄດ້ຮັບຮູ້ ແລະ ເຂົ້າໃຈຄວາມຈິງຢ່າງໜັກແໜ້ນວ່າວັດທະນະທໍາແມ່ນຮາກເຫົ້ງາຂອງຊາດພວກເຮົາ ຂະນະດຽວກັນກໍໄດ້ຮັບຮູ້ ແລະ ເຂົ້າໃຈວ່າແມ່ນທ່າແຮງ ແລະ ເປົ້າໝາຍສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ທ່ານ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ກ່າວຕື່ມອີກວ່າ: ດ້ວຍຄວາມສໍາຄັນດັ່ງກ່າວນັ້ນ, ລັດຖະບານລາວໄດ້ຖືເອົາວຽກງານວັດທະນະທໍາທີ່ເຄົາລົບເປັນຢ່າງສູງ, ກໍານົດນະໂຍບາຍ ແລະ ຍຸດທະສາດເພື່ອປົກປັກຮັກ, ສົງເສີມ ແລະ ພັດທະນາຂອງພວກເຮົາໃຫ້ເປັນລັກສະນະຊາດໂດຍມີຈຸດປະສົງສູງສຸດຄືເພື່ອນໍາພາປະເທດຊາດຈະເລີນຮຸ່ງເຮືອນ; ຍົກລະດັບຊີວິດການເປັນຂອງປະຊາຊົນດີຂຶ້ນເປັນກ້າວໆ, ໃຫ້ຄວາມສະຫງົບ, ຍຸຕິທໍາ ແລະ ສາມັກຄີ; ປົກປັກຮັກສາຮີດຄອງປະເພນີອັນດີງາມ ແລະ ວັດທະນະທີ່ເປັນເອກະລັກຂອງຊາດໃຫ້ຢູ່ຄຽງຂ້າງຕະຫລອດໄປສູ່ຮຸ່ນລູກຫລານ ແນວໃດກໍດີ ເພື່ອນໍາເອົາປະເທດຊາດອອກຈາກປະເທດດ້ອຍພັດທະນາ ແລະ ລົບລ້າງຄວາມທຸກຍາກນັ້ນການມີສ່ວນຮ່ວມພັດທະນາທີ່ກ່ຽວຂ້ອງກັບອະລິຍະທໍາອາຊີຕ້ອງຕິດພັນກັບສິ່ງເຄົາລົບນັບຖື ແລະ ເອກະລັກນັ້ນເອງ. ວັດທະນະທໍາຍັງເປັນເຄື່ອງມືສໍາຄັນເພື່ອສົ່ງເສີມການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ເຊິ່ງຈະເປັນການປະກອບສວ່ນຢ່າງແຂງແຮງໃນການສ້າງຄວາມເຂົ້າອົກເຂົ້າໃຈຫລາຍຂຶ້ນກວ່າເກົ່າ ແລະ ຮັດແໜ້ນສາຍພົວພັນໄກ້ຫລາຍຂຶ້ນກວ່າເກົ່າ ລວມທັງການສົ່ງເສີມນະໂຍບາຍຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ຕາມທີ່ສອງ ທ່ານ ຜູ້ນໍາຂອງປະເທດໄດ້ກ່າວໄວ້ຮ່ວມກັນ ພ້ອມນີ້ຍັງເປັນການຕອບສະໜອງຕໍ່ເຈຕະນາລົມ ແລະ ຄວາມຕັ້ງໃຈຂອງສອງປະເທດໄດ້ຮ່ວມກັນເປີດປີທ່ອງທ່ຽວລາວ-ຈີນອີກດ້ວຍ.
(ແຫຼ່ງຂໍ້ມູນ: ເກີດຂວັນໃຈ ມາລີຈັນສີ/ຂປລ)