ຍສໝ - ຫວ່າງແລ້ວນີ້, ຢູ່ ຮ່າໂນ້ຍ, ກ່າວຄຳປາໄສທີ່ການພົບປະກັບການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ ລັດເຊຍ ໂດຍສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ເປັນເຈົ້າພາບ, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ຫວັງວ່າ ບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ຈະສືບຕໍ່ເປັນຂົວເຊື່ອມຕໍ່ເພື່ອໃຫ້ລຸ້ນໜຸ່ມ ຫວຽດນາມ ມີຄວາມເຂົ້າໃຈ ລັດເຊຍ ໄດ້ແຈ້ງກວ່າອີກ, ປະກອບສ່ວນປົກປັກຮັກສາ ແລະ ພັດທະນາການພົວພັນລະຫວ່າງສອງປະເທດ.
ກອງປະຊຸມປຶກສາຫາລືອະລິຍະທໍາອາຊີໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2019 ນີ້ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງປັກກິ່ງ ສປ ຈີນໂດຍໃຫ້ກຽດເຂົ້າຮ່ວມພິທີເປີດຂອງ ທ່ານ ສີ ຈິ້ນ ຜີງ ປະທານປະເທດແຫ່ງ ສປ ຈີນ, ສະເພາະຄະນະຜູ້ແທນລາວນໍາໂດຍ ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມບັນດາປະມຸກລັດ ແລະ ຄະນະຜູ້ແທນຈາກອາຊີ 47 ປະເທດ, ອົງການຈັດພາກລັດ-ສາກົນ ແລະ ປະເທດອື່ນໆກ່ຽວຂ້ອງເຂົ້າຮ່ວມປະມານ 2.000 ຄົນ ເຊິ່ງກອງປະຊຸມຄັ້ງນີ້ພາຍໃຕ້ຫົວຂໍ້ແລກປ່ຽນອະລິຍະທໍາຮ່ວມກັນ ແລະ ແບ່ງປັນຊຸມຊົນແຫ່ງອະນາຄົດໂດຍຜູ້ເຂົ້າໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ, ຄວາມເຂົ້າໃຈ ແລະ ແບ່ງປັນປະສົບການຄວາມຫລາກດ້ານອະລິຍະທໍາ, ຂະນົບທໍານຽມ ຮີດຄອງປະເພນີ, ວັດທະນະທໍາ, ການສຶກສາ, ທ່ອງທ່ຽວ ແລະ ອື່ນໆ.