|
ງານສຳມະນາການບໍລິຫານມໍລະດົກທາງວັດທະນະທຳປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ
ງານສຳມະນາການບໍລິຫານມໍລະດົກທາງວັດທະນະທຳປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈັດຂື້ນທີ່ເມືອງພຸກາມຂອງ ມຽນມາ, ໂດຍມີຜູ້ຊຽວຊານ ແລະ ນັກວິຊາການຈາກ ຈີນ, ໄທ, ມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ ເຂົ້າຮ່ວມເພື່ອແລກປ່ຽນປະສົບການດ້ານການອະນຸລັກ ແລະ ບໍລິຫານມໍລະດົກວັດທະນະທຳ.
ຈາກນັ້ນ ທ່ານ ລ່ຽງ ເອກອັກຄະລັດຖະທູດຈີນ ກ່າວວ່າ: ແມ່ນ້ຳລ້ານຊ້າງ ກັບ ແມ່ນ້ຳຂອງເປັນຊື່ເອີ້ນຂອງແມ່ນ້ຳສາຍດຽວກັນຊຶ່ງເປັນແມ່ນ້ຳຂ້າມປະເທດສາຍສຳຄັນທີ່ເຊື່ອມໂຍງກັນລະຫວ່າງ 6 ປະເທດນີ້ ແລະ ເປັນສັນຍາລັກມິດຕະພາບ ລະຫວ່າງ ປະຊາຊົນຈີນກັບປະເທດຮອບລຸ່ມແມ່ນ້ຳດັ່ງກ່າວ. ເນື່ອງຈາກ 6 ປະເທດ ຕ່າງກໍ່ມີມໍລະດົກວັດທະນະທຳຢ່າງຫລວງຫລາຍ, ຊຶ່ງຄວນຮ່ວມກັນແລກປ່ຽນການອະນຸລັກ ແລະ ບໍລິຫານຈັດການມໍລະດົກທາງວັດທະນະທຳ, ການສຳມະນາຍ່ອມກາຍເປັນພື້ນຖານທີ່ສົ່ງເສີມການແລກປ່ຽນລະຫວ່າງປະເທດຕ່າງໆລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
(ແຫຼ່ງຂໍ້ມູນ: ຂປລ)