|
ໄວໜຸ່ມອາຊຽນ ພົບປະກັນກ່ຽວການທ່ອງທ່ຽວແບບອະນຸຮັກ
ໂດຍໄດ້ຮັບທຶນຈາກລັດຖະບານ ສ ອາເມຣິກາ ສະນັ້ນ The Asia Foundation ໄດ້ຈັດເຝິກອົບຮົມການທ່ອງທ່ຽວແບບອະນຸຮັກຂຶ້ນ ໃນວັນທີ 4-8 ມີນາ 2019 ທີ່ແຂວງຫຼວງພະບາງ ເພື່ອໃຫ້ບັນດາຜູ້ປະກອບການໜຸ່ມ 50 ທ່ານ ຈາກບັນດາປະເທດອາຊຽນ ແລະ ຕີມໍແລັດສະເຕ ໄດ້ພົບປະກັນ ເປັນການກະຕຸ້ນສົ່ງເສີມຄວາມຕໍ່ເນື່ອງຂອງປີທ່ອງທ່ຽວ 2018 ຂອງລັດຖະບານ ສປປ ລາວ.ການອົບຮົມໃນຄັ້ງນີ້ແມ່ນເພື່ອນຳເອົາບັນດາຜູ້ປະກອບການໄວໜຸ່ມຈາກອາຊີຕາເວັນອອກສຽງໃຕ້ມາ ສປປ ລາວ ເພື່ອຮຽນຮູ້ຈາກບັນດາຫົວໜ່ວຍທຸລະກິດ ວິສາຫະກິດ ການທ່ອງທ່ຽວຂະໜາດນ້ອຍ ທີ່ໄດ້ມີການປະກອບສ່ວນສົ່ງເສີມການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ ແລະ ຮູບແບບຂອງຊຸມຊົນ ສຳລັບການທ່ອງທ່ຽວໃນໄລຍະ 15 ປີທີ່ຜ່ານມາ ອຸດສາຫະກຳທ່ອງທ່ຽວແບບອະນຸຮັກຢູ່ທີ່ເມືອງມໍລະດົກໂລກໄດ້ແຕກດອກອອກຜົນເຊິ່ງເຮັດໃຫ້ບັນດາຫົວໜ່ວຍທຸລະກິດວິສາຫະກິດການທ່ອງທ່ຽວຂະໜາດນ້ອຍເກີດຂຶ້ນ ແລະ ໄດ້ມີບົດບາດສຳຄັນ ໃນການພັດທະນາເສດຖະກິດໃນຂົງເຂດນີ້ ກໍຄື ພາຍໃນປະເທດ.
ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດອາເມຣິກາ ປະຈຳ ສປປ ລາວ ກ່າວວ່າ: ການສົ່ງເສີມເສດຖະກິດໃນ ສປປ ລາວ ແມ່ນມີຄວາມສຳຄັນຕໍ່ຍຸດທະສາດ ອິນໂດປາຊີຟິກ ແລະ ການຮ່ວມມືແບບກວມລວມກັບລັດຖະບານ ສປປ ລາວ ພວກເຮົາມີຄວາມພາກພູມໃຈ ໃນການນຳສະເໜີຕົວແບບທີ່ດີຂອງທຸລະກິດການທ່ອງທ່ຽວຢູ່ ສປປ ລາວ ເພື່ອວ່າບັນດານັກທຸລະກິດໄວໜຸ່ມໃນຂົງເຂດນີ້ ຈະສະມາດຮຽນຮູ້ເອົາປະສົບການຈາກ ສປປ ລາວ ລວມທັງປະສົບການການຕ້ອນຮັບອັນອົບອຸ່ນ ແລະ ນຳເອົາແບບຢ່າງການທ່ອງທ່ຽວແບບອະນຸຮັກ ເຂົ້າໄປນຳໃຊ້ໃນປະເທດຂອງເຂົາເຈົ້າ.
(ແຫຼ່ງຂໍ້ມູນ: vientianemai.net)