ເຫດການໂຈມຕີດ້ວຍລະເບີດຢູ່ສີລັງກາ

13:48 | 22/04/2019

ຍສໝ - ໃນວັນທີ 21 ເມສາ ເກີດເຫດການໂຈມຕີດ້ວຍລະເບີດຫລາຍແຫ່ງຢູ່ສີລັງກາເຮັດໃຫ້ມີຜູ້ເສຍຊີວິດຫຼາຍຮ້ອຍຄົນ.

ເຫດການໂຈມຕີດ້ວຍລະເບີດຢູ່ສີລັງກາ

ເຫດການໂຈມຕີດ້ວຍລະເບີດຢູ່ສີລັງກາ. ພາບ: Asiatimes

ເກີດ​ເຫດການ​ໂຈມ​ຕີດ້ວຍ​ລະ​ເບີດ​ຫລາຍ​ແຫ່ງຢູ່ສີ​ລັງກາເຮັດ​ໃຫ້​ມີຜູ້​ເສຍ​ຊີວິດຫຼາຍຮ້ອຍຄົນ, ໃນນັ້ນ​ເປັນ​ຊາວ​ຕ່າງປະ​ເທ​ດ ປະມານ 30 ຄົນ ​ແລະ ບາດ​ເຈັບ​ຫຼາຍຮ້ອຍຄົນ, ​ໂດຍ​ສະ​ເພາະ ການ​ໂຈມ​ຕີໃນ​ນະຄອນຫລວງ ​ໂກ​ລົມ​ໂບ, ​ເມືອງ​ເນ​ກອນ​ໂບ ທາງ​ເໜືອ​ຂອງ​ເມືອງ​ຫລວງ ​ແລະ ​ເມືອງ​ບັດ​ຕິ​ຄາ​ລົງ ທາງ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ຂະນະທີ່ ທ່ານ ມະຫິນທຣາ ສີຣິເສນາ ປະທານາທິບໍດີ ສີລັງກາ ໄດ້ກ່າວປະນາມຜ່ານທາງໂທລະພາບຕໍ່ເຫດການໂຈມຕີ​ເຫລົ່າ​ນີ້ເປັນ​ເຫດການ​ທີ່​ໂທດ​ຮ້າຍ​ປ່າ​ເຖືອນ​ແບບ​ບໍ່​ມີ​ຄວາມ​ເປັນ​ມະນຸດ. ຂະນະ​ນີ້ ເຈົ້າໜ້າ​ທີ່​ຕຳຫລວດ​ກໍາລັງ​ຊອກ​ຫາ​ຄົນ​ຮ້າຍມາ​ລົງ​ໂທດ​ຕາມ​ກົດໝາຍ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ