ຫວຽດນາມ ​ໄດ້​ຮັບ​ອຸປະກອນ​ເກັບ​ກູ້​ລະ​ເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ​ທີ່​ທັນ​ສະ​ໄໝ​ຈາກ ຍີ່​ປຸ່ນ

ຫວຽດນາມ ​ໄດ້​ຮັບ​ອຸປະກອນ​ເກັບ​ກູ້​ລະ​ເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ​ທີ່​ທັນ​ສະ​ໄໝ​ຈາກ ຍີ່​ປຸ່ນ

ຍສໝ - ວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີປະກາດໂຄງການ “ຮັບອຸປະກອນເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມໂດຍ ຍີ່ປຸ່ນ ອຸປະຖຳໃຫ້ສູນກະທຳລະເບີດແຫ່ງຊາດ ຫວຽດນາມ (VNMAC)”. ໂດຍເຂົ້າຮ່ວມພິທີມີທ່ານພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການຜູ້ປະຈຳຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍລະເບີດ ແລະ ສານພິດເຄມີຫຼັງສົງຄາມຢູ່ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki.

ໃນ 10 ປີ, ມີເກືອບ 500.000 ເຮັກຕາ ທີ່ດິນທີ່ໄດ້ທຳການເກັບກູ້ລະເບີດ

ໃນ 10 ປີ, ມີເກືອບ 500.000 ເຮັກຕາ ທີ່ດິນທີ່ໄດ້ທຳການເກັບກູ້ລະເບີດ

ຍສໝ-ນັບມາ​ຮອດ​ປະຈຸ​ບັນ, ​ເນື້ອ​ທີ່​ທີ່ຖືກມົນລະພິດຈາກ​​ລະ​ເບີດ ​ໄດ້​ຫຼຸດ​ລົງ​ຍັງເຫຼືອ 5.600.000 ​ເຮັກຕາ. ນີ້​ແມ່ນ​ຂໍ້​ມູນ​ ​ທີ່ໄດ້ຍົກອອກໃນ​ກອງ​ປະຊຸມ​ສະຫຼຸບບັນດາ​ການ​ເຄື່ອນ​ໄຫວ​ສື່ມວນຊົນ ​ແລະ ມອບ​ລາງວັນ​ໃນການປະກວດ “​ຍົກ​ສູງ​ຄວາມ​ຮັບ​ຮູ້​ເພື່ອ​ຫຼີກ​ລ່ຽງອຸປະຕິ​ເຫດ​ຂອງລູກ​ລະ​ເບີດ​, ວັດຖຸລະເບີດ ​ ​ທີ່​ຕົກ​ຄ້າງ​ຈາກ​ສົງຄາມ​ຢູ່​ຫວຽດນາມ”, ແລະ ​ຕອບ​ສະໜອງ​ວັນ​ໂລກ​ຍົກ​ສູງ​ຄວາມ​ຮັບ​ຮູ້​ເພື່ອ​ຫຼີກ​ລ່ຽງອຸປະຕິ​ເຫດ​ຂອງລູກ​ລະ​ເບີດ ​ 2022. ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 16 ມິຖຸນາ ຢູ່​ຮ່າ​ໂນ້ຍ.

ສ ເກົາຫຼີ ອະນຸມັດທຶນ 47 ຕື້ກວ່າກີບ ຊ່ວຍເຫຼືອແກ້ໄຂບັນຫາລະເບີດບໍ່ທັນແຕກ

ສ ເກົາຫຼີ ອະນຸມັດທຶນ 47 ຕື້ກວ່າກີບ ຊ່ວຍເຫຼືອແກ້ໄຂບັນຫາລະເບີດບໍ່ທັນແຕກ

ພິ­ທີ​ລົງ​ນາມ​ສັນ­ຍາ​ສະ­ໜອງ​ທຶນ​ຊ່ວຍ­ເຫຼືອ ໂຄງ­ການ​ສະ­ໜັບ­ສະ­ໜູນ​ຂະ­ແໜງ­ການ ແກ້​ໄຂ​ບັນ­ຫາ​ລະເບີດ​ບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ ສປປ ລາວ ໄລ­ຍະ​ປີ 2019-2022 ມູນ​ຄ່າ 5,5 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 47,75 ຕື້​ກີບ ຈັດ​ຂຶ້ນ​ວັນ​ທີ 14 ພຶດ­ສະ­ພາ 2019 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ລະ­ຫວ່າງ​ທ່ານ ບຸນ​ເພັງ ສີ­ສະ​ຫວັດ ຮັກ­ສາ​ການ​ຫົວ­ໜ້າ​ຫ້ອງ­ການ ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນຫາລະ­ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່ ສປປ ລາວ (ຄຊກລ).

ຫາລືສິ່ງທ້າທາຍໃນການແກ້ໄຂບັນຫາ ລະເບີດບໍ່ທັນແຕກຢູ່ລາວ

ຫາລືສິ່ງທ້າທາຍໃນການແກ້ໄຂບັນຫາ ລະເບີດບໍ່ທັນແຕກຢູ່ລາວ

ຫວ່າງແລ້ວນີ້, ກະ­ຊວງ​ການ​ຕ່າງ­ປະ­ເທດ ຮ່ວມ​ກັບ​ຄະ­ນະ​ກຳ­ມະ­ການ​ກາ­ແດງ​ສາ­ກົນ (ICRC) ປະ­ຈຳ​ລາວ ຈັດ​ສຳ​ມະ​ນາ​ກ່ຽວ​ກັບ​ລະ­ເບີດ​ຝັງ​ດິນ ລະ­ເບີດ​ລູກ​ຫວ່ານ ແລະ ສິ່ງ​ເສດ​ເຫຼືອ​ຕົກ​ຄ້າງ​ຈາກ​ສົງ­ຄາມຂຶ້ນ​ ຢູ່​ ນະຄອນຫຼວງວຽງຈັນ.