ຄວາມດີໃຈຂອງປະຊາຊົນກຸ່ມບ້ານເມືອງກ່າລື່ມ ແຂວງເຊກອງ ລາວ ທີ່ໄດ້ຮັບເຂົ້າສານຂອງທະຫານຊາຍແດນແຂວງກວາງນາມ
ເມັດເຂົ້າແຫ່ງຄວາມຮັກແພງກັນ
ລາຍການຊ່ວຍເຫຼືອສະໜອງເຂົ້າສານໃຫ້ແກ່ປະຊາຊົນກຸ່ມບ້ານຂອງເມືອງກ່າລື່ມ ແຂວງເຊກອງ ສປປ ລາວທີ່ໄດ້ປະຊາຊົນທີ່ນີ້ເອີ້ນວ່າ “ເມັດເຂົ້າແຫ່ງຄວາມຮັກແພງກັນ” ແລະ ກໍ່ຢາກເຕືອນໃຫ້ລູກຫຼານກ່ຽວກັບສາຍພົວພັນມິດຕະພາບ, ອຸ້ມໜຸ້ມ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ອໍານາດການປົກຄອງ ແລະ ປະຊາຊົນຢູ່ເຂດຊາຍແດນຂອງສອງປະເທດຫວຽດນາມ ແລະ ລາວ.
ຕາມທ່ານພັນເອກ ຫງວຽນ ຈຽນ ຖັງ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ໃຫ້ຮູ້ວ່າໃນແຕ່ລະປີຜ່ານການສະເໜີຂອງອໍານາດການປົກຄອງເມືອງກ່າລື່ມ, ທະຫານຊາຍແດນແຂວງກວາງນາມ ກໍ່ໄດ້ມີການຊ່ວຍເຫຼືອສະໜອງເຂົ້າສານເພື່ອແບ່ງປັນຄວາມທຸກຍາກກັບປະຊາຊົນເມືອງກ່າລື່ມ.
ປະຊາຊົນທີ່ນີ້ສ່ວນຫຼາຍແມ່ນຊົນເຜົ່າເກີຕູ, ມີສາຍພົວພັນທີ່ໃກ້ຊິດກັບພໍ່ແມ່ປະຊາຊົນຢູ່ຕາມເຂດຊາຍແດນໄຕຢາງ. ທ່ານພັນເອກໃຫ້ຮູ້ຕື່ມອີກວ່າ: "ການສະຫນັບສະຫນູນເຂົ້າສານ, ນອກຈາກການແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນເມືອງກ່າລື່ມກໍ່ຍັງສະແດງໃຫ້ເຫັນເຖິງການພົວພັນຢ່າງຫນັກແຫນ້ນລະຫວ່າງອໍານາດການປົກຄອງ, ທະຫານຊາຍແດນ ແລະ ປະຊາຊົນຂອງສອງປະເທດຢູ່ເຂດຊາຍແດນ, ພ້ອມກັນປະຕິບັດໜ້າທີ່ວຽກງານປົກປັກຮັກສາສິດອະທິປະໄຕດ້ານຄວາມປອດໄພເຂດຊາຍແດນຂອງປະເທດຊາດ".
ສາຍຈິດສາຍໃຈມິດຕະພາບ
ນອກເຫນືອຈາກລາຍການຊ່ວຍເຫຼືອສະໜອງເຂົ້າສານ, ດ້ວຍຄວາມສາມັກຄີພິເສດຂອງອໍານາດການປົກຄອງ, ທະຫານຊາຍແດນ ແລະ ປະຊາຊົນສອງປະເທດຢູ່ເຂດຊາຍແດນ, ບັນດາລາຍການຊ່ວຍເຫຼືອອື່ນໆທີ່ໄດ້ຈັດຕັ້ງປະຕິບັດໃນການຊ່ວຍເຫຼືອປະຊາຊົນຢູ່ບັນດາກຸ່ມບ້ານກ່າລື່ມ, ດັກຈືງ ແຂວງ ເຊກອງ ດ້ານການພັດທະນາການຜະລິດ, ສະຖຽນລະພາບການເປັນຢູ່. ໂດຍສະເພາະມີໂຄງການສ້າງບ້ານມິດຕະພາບໃຫ້ແກ່ບັນດາຄົວເຮືອນທຸກຍາກຢູ່ແຂວງເຊກອງ ທີ່ໄດ້ສະຫນັບສະຫນູນໂດຍທະຫານຊາຍແດນຂອງແຂວງກວາງນາມ.
ທ່ານ ພັນໂທ ຫງວຽນ ຊວນ ແບກ, ຫົວໜ້າການເມືອງທະຫານຊາຍແດນແຂວງກວາງນາມໃຫ້ຮູ້ວ່າ: ໂດຍສະເພາະທະຫານຊາຍແດນແຂວງກວາງນາມກໍ່ໄດ້ຊ່ວຍເຫຼືອນັກຮຽນ 3 ຄົນ ເພື່ອມີເງື່ອນໄຂໄດ້ໄປຮຽນໜັງສື, ສະຫນັບສະຫນູນໃນການກໍ່ສ້າງ ແລະ ຈັດພິທີມອບຮັບສັນສະຖານີຄວບຄຸມດັກຕ່າອອກດ້ວຍມຸນຄ່າທັງຫມົດ 48 ຕື້ດົ່ງ, ສາລາສຸກກອງບັນຊາທະຫານແຂວງເຊກອງດ້ວຍມຸນຄ່າລົງທຶນເກືອບ 6 ຕື້ດົ່ງ...ສະນັ້ັ້ນກໍ່ຊ່ວຍໃຫ້ໃນການເພີ່ມທະວີຄວາມສາມັກຄີມິດຕະພາບ, ປະກອບວ່ວນໃນການຊຸກຍູ້ການຮ່ວມມືສາກົນໃນໄລຍະຍາວ ແລະ ຍືນຍົງ ລະຫວ່າງອໍານາດການປົກຄອງ ແລະ ປະຊາຊົນຢູ່ເຂດຊາຍແດນຂອງສອງ.
(ໄຊພອນ)