16:17 | 24/04/2021

ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ, ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ຂອງທ່ານ ຟ້າມມິງຈິງ ໃນຖານະຕຳແໜ່ງນາຍົກລັດຖະມົນຕີຫວຽດນາມ

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ສສ ຫວຽດນາມ ຍຶດໝັ້ນແນວຄິດ ແລະ ວິໄສທັດຍຸດທະສາດ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ສສ ຫວຽດນາມ ຍຶດໝັ້ນແນວຄິດ ແລະ ວິໄສທັດຍຸດທະສາດ
ທ່ານນາຍົກລັດຖະມົນຕີກຳປູເຈຍ ມີການສົນທະນາທາງໂທລະສັບອວຍພອນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທ່ານນາຍົກລັດຖະມົນຕີກຳປູເຈຍ ມີການສົນທະນາທາງໂທລະສັບອວຍພອນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

ເຂົ້າຮ່ວມຄະນະຜູ້ແທນຂັ້ນສູງຫວຽດນາມ ມີທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ບຸ່ຍແທງເຊີນ; ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ທ່ານ ເຈີນວັນເຊີນ; ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢຸງ; ຮອງຫົວໜ້າຫ້ອງວ່າການລັດຖະບານ ຫງວຽນຊວນແທ່ງ; ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຈີ່ນກວກເຟື່ອງ; ທ່ານ ຟ້າມວິງກ່ວາງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ; ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳອາຊຽນ ຫງວຽນຫາຍບາງ.

ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ, ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ຂອງທ່ານ ຟ້າມມິງຈິງ ໃນຖານະຕຳແໜ່ງນາຍົກລັດຖະມົນຕີຫວຽດນາມ
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ເດີນທາງຮອດສະໜາມບິນສາກົນ Sukarno ຢູ່ ຈາກາກຕາ. (ພາບ: VGP)

ໃນລາຍການປະຕິບັດງານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມຜູ້ນຳ ອາຊຽນ; ໄດ້ກ່າວປາໄສທີ່ກອງປະຊຸມບັນດາການນຳອາຊຽນ, ຄາດວ່າທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ແລະ ກະສັດບຣູໄນ Darussalam Haji Hassanal Bolkiah; ພົບປະ 2 ຝ່າຍ ແລະ ພົບປະກັບທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ, ທ່ານນາຍົກລັດຖະມົນຕີມາເລເຊຍ Muhyiddin bin Haji Muhammad Yassin, ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ແລະ ພົບປະ 3 ຝ່າຍລະຫວ່າງນາຍົກລັດຖະມົນຕີຫວຽດນາມ - ກຳປູເຈຍ - ລາວ.

ນີ້ແມ່ນການເດີນທາງວຽກງານຕ່າງປະເທດ ເປັນຄັ້ງທຳອິດ ໃນຕຳແໜ່ງໃໝ່ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຢັ້ງຢືນບຸລິມະສິດຂອງຫວຽດນາມແມ່ນຮັດແໜ້ນ ແລະ ເພີ່ມທະວີຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນກັບບັນດາປະເທດສະມາຊິກອາຊຽນ, ປະກອບສ່ວນຍົກສູງບົດບາດ ແລະ ຖານະໃຈກາງຂອງອາຊຽນໃນການແກ້ໄຂສິ່ງທ້າທາຍທີ່ກຳລັງເກີດຂື້ນ, ຈາກນັ້ນສ້າງສະພາບແວດລ້ອມທີ່ສະຫງົບສຸກ ແລະ ເອື້ອອຳນວຍໃຫ້ແກ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ພາກພື້ນ.

ການເດີນທາງຍັງໄດ້ຢັ້ງຢືນວ່າ ຫວຽດນາມໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນຂະບວນການກໍ່ສ້າງປະຊາຄົມອາຊຽນ, ສືບຕໍ່ບັນດາໝາກຜົນທີ່ບັນລຸໄດ້ ໃນການເປັນປະທານອາຊຽນ 2020 ຂອງຫວຽດນາມ; ຢັ້ງຢືນຫຼັກໝັ້ນ, ຄວາມຮັບຜິດຊອບຂອງຫວຽດນາມ ແລະ ການປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນບັນດາບັນຫາພາກພື້ນ ແລະ ສາກົນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ໄດ້ເຫັນດີຊຸກຍູ້ການເຈລະຈາກ່ຽວກັບລະບຽບການເດີນທາງບູລິມະສິດ ລະຫວ່າງຫວຽດນາມ ແລະ ສິງກະໂປ, ສືບຕໍ່ເປີດການບິນການຄ້າທີ່ປອດໄພຕາມສະພາບການຂອງແຕ່ລະປະເທດ ແລະ ພາກພື້ນ.

ເອກອັກຄະລັດຖະທູດ ລາວ ປາດຖະໜາຢາກໃຫ້ແຂວງກວາງນາມສະໜັບສະໜູນ ລາວ ໃນການຫັນຍຸດທະສາດແລວທາງຕາເວັນອອກ-ຕາເວັນຕົກ ໃຫ້ປະກົດຜົນເປັນຈິງ ເອກອັກຄະລັດຖະທູດ ລາວ ປາດຖະໜາຢາກໃຫ້ແຂວງກວາງນາມສະໜັບສະໜູນ ລາວ ໃນການຫັນຍຸດທະສາດແລວທາງຕາເວັນອອກ-ຕາເວັນຕົກ ໃຫ້ປະກົດຜົນເປັນຈິງ

ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ຫວັງວ່າແຂວງກວາງນາມ ຈະສືບຕໍ່ໜູນຊ່ວຍແຂວງເຊກອງ ກໍ່ສ້າງກິດຈະກໍາໂຄງລ່າງທີ່ຈໍາເປັນ; ຊຸກຍູ້ພື້ນຖານໂຄງລ່າງ ແລະຂຸດຄົ້ນດ່ານຊາຍແດນສາກົນດັກຕາອອກ-ນາມຢາງ ຢ່າງມີປະສິດທິຜົນ...

ນາຍົກລັດຖະມົນຕີ ຫວຽດນາມ ສົ່ງຈົດໝາຍອວຍພອນພໍ່ແມ່ພີນ້ອງເຜົ່າຂະແມເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ນາຍົກລັດຖະມົນຕີ ຫວຽດນາມ ສົ່ງຈົດໝາຍອວຍພອນພໍ່ແມ່ພີນ້ອງເຜົ່າຂະແມເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay

ຍ​ສ​ໝ - ຕອນຄ່ຳວັນທີ 12 ເມສາ, ການນຳນະຄອນໂຮ່ຈີມິນ ໄດ້ພົບປະກັບນັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນໃນບໍລິເວນນະຄອນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງລາວ ແລະ ບຸນປີໃໝ່ປະຈຳຊາດ Chol Chnam Thmay ຂອງ ກຳປູເຈຍ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-9565.html

In bài biết