ພົນລະເມືອງສອງປະເທດ ລາວ - ມາເລເຊຍ ມີຄວາມສາມາດເດີນທາງຊຶ່ງກັນແລະກັນ ຜ່ານຍົນເຊົ່າເໝົາລຳ
ລັດຖະມົນຕີຕ່າງປະເທດລາວ ສົນທະນາທາງ ໂທລະສັບກັບ ລັດຖະມົນຕີຕ່າງປະເທດ ມາເລເຊຍ | |
ມາເລເຊຍ ຮຽກຮ້ອງຫັນເປັນປອດທະຫານ ໃນທະເລຕາເວັນອອກ |
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສົນທະນາທາງໂທລະສັບທາງໄກ ກັບ ລັດຖະມົນຕີກະຊວງຕ່າງປະເທດ ມາເລເຊຍ, ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ, ເພື່ອ ແນໃສ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ມາເລເຊຍ.
![]() |
ລັດຖະບານ ລາວ ແລະ ມາເລເຊຍ ປຶກສາຫາລື ໃຫ້ພົນລະເມືອງຂອງສອງປະເທດ ສາມາດເດີນທາງກັບຄືນປະເທດ ໂດຍຜ່ານຍົນເຊົ່າເໝົາລຳ. (ພາບ: Lao Youth Radio) |
ໂດຍສະເພາະ ຍັງໄດ້ປຶກສາຫາລືຄວາມເປັນໄປໄດ້ໃນການອຳນວຍຄວາມສະດວກໃຫ້ພົນລະເມືອງຂອງສອງປະເທດສາມາດເດີນທາງກັບຄືນປະເທດ ໂດຍຜ່ານຍົນເຊົ່າເໝົາລຳ, ພ້ອມທັງຊອກຫາຊ່ອງທາງໃນການເປີດທາງອຳນວຍຄວາມສະດວກໃຫ້ພາກທຸລະກິດ, ການທ່ອງທ່ຽວ ແລະ ການຊ່ວຍເຫຼືອດ້ານການແພດໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ໃນວັນທີ 17 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ.
![]() | ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020 ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020 ໄດ້ເປີດໃນຕອນເຊົ້າວັນທີ 17 ແລະ ປິດລົງໃນຕອນແລງວັນທີ 18 ກັນຍາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ. |
![]() | ປີນີ້ເສດຖະກິດ ລາວ ຈະຕິດລົບເປັນເທື່ອທໍາໃນຮອບ 30 ປີ ອີງຕາມບົດລາຍງານໃໝ່ ຂອງທະນາຄານ ພັດທະນາອາຊີ (ADB) ທີ່ເຜີຍແຜ່ໃນ ວັນທີ 15 ກັນຍາ 2020 ລະບຸວ່າ: ອັດຕາການຂະຫຍາຍຕົວ ທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ ຊຶ່ງເປັນຄັ້ງທຳອິດໃນ 4 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕ ຈາກການສູນເສຍ ທາງດ້ານເສດຖະກິດ ທີ່ເກີດຈາກການແຜ່ລະບາດ ພະຍາດໂຄວິດ-19. ຂະນະທີ່ ບົດລາຍງານການ ພັດທະນາຂອງອາຊີ 2020 ສະບັບປັບປຸງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ(GDP) ໃຫ້ຢູ່ໃນລະດັບຕິດລົບ 2,5%. ... |
![]() | ປະເທດລາວ: ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອສົ່ງເສີມການຜະລິດກະສິກຳ ແລະ ການບໍລິການ ໃນວັນທີ 16 ກັນຍາ 2020 ທີ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫລວງວຽງຈັນ, ໄດ້ຈັດສຳມະນາວິຊາການກ່ຽວກັບການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນການສົ່ງເສີມການຜະລິດກະສິກຳ ແລະ ການບໍລິການໃນຫົວຂໍ້ "ບົດບາດຄວາມສຳຄັນຂອງການປະຕິວັດອຸດສາຫະກຳ 4.0", ໂດຍການເປັນປະທານຂອງ ທ່ານ ບໍ່ວຽງຄຳ ວົງດາລາ - ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກຕວ) ... |