ແມ່ຍິງຫວຽດນາມຢູ່ໂຮນລັງ ເຜີຍແຜ່ວັດທະນະທຳບ້ານເກີດເມືອງນອນ

16:37 | 20/10/2026

ຍສໝ - ເນື່ອງໃນໂອກາດວັນແມ່ຍິງຫວຽດນາມ 20/10, ສະມາຄົມແມ່ຍິງຫວຽດນາມຢູ່ໂຮນລັງ ໄດ້ຈັດງານບຸນແລກປ່ຽນວັດທະນະທຳຫວຽດນາມ - ໂຮນລັງ ທີ່ສະຖານທູດຫວຽດນາມ, ເປີດໂອກາດໃຫ້ຊຸມຊົນຊາວຫວຽດນາມ ແລະ ເພື່ອນມິດທ້ອງຖິ່ນໄດ້ແລກປ່ຽນ, ຮຽນຮູ້ບັນດາເອກະລັກອັນໂດດເດັ່ນຂອງວັດທະນະທຳຫວຽດນາມ.

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ປຸກລຸກທ່າແຮງບົ່ມຊ້ອນ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງແມ່ຍິງຫວຽດນາມ ສະມາຄົມແມ່ຍິງຫວຽດນາມເຂດ Kansai ຊຸກຍູ້ການເຊື່ອມໂຍງຊຸມຊົນຢູ່ຍີ່ປຸ່ນ

ກ່າວເປີດງານ, ທ່ານນາງ ຫງວຽນ ລານ ເຮືອງ, ປະທານສະມາຄົມແມ່ຍິງຫວຽດນາມຢູ່ໂຮນລັງ ໄດ້ເນັ້ນໜັກວ່າ ເຖິງແມ່ນວ່າແມ່ຍິງຫວຽດນາມຢູ່ໂຮນລັງແຕ່ລະຄົນຈະມີສະພາບຊີວິດ ແລະ ເລື່ອງລາວຂອງຕົນເອງແຕກຕ່າງກັນ, ແຕ່ທຸກຄົນລ້ວນມີຄວາມຮັກຕໍ່ຄອບຄົວ, ບ້ານເກີດເມືອງນອນ ແລະ ຄວາມພາກພູມໃຈໃນບັນດາຄຸນຄ່າດັ້ງເດີມຮ່ວມກັນ.

ຕາມທ່ານນາງ ຫງວຽນ ລານ ເຮືອງ ແລ້ວ, ການເຊື່ອມໂຍງເຂົ້າກັບສັງຄົມທ້ອງຖິ່ນບໍ່ໄດ້ໝາຍຄວາມວ່າຈະຕ້ອງສູນເສຍຮາກເຫງົ້າຂອງຕົນ. ການເຄົາລົບແລະໃຫ້ຄຸນຄ່າແກ່ວັດທະນະທຳໂຮນລັງ ສາມາດດຳເນີນຄຽງຄູ່ກັບການຮັກສາເອກະລັກຫວຽດນາມ, ປະກອບສ່ວນເຮັດໃຫ້ຊີວິດຂອງຊຸມຊົນມີຄວາມອຸດົມສົມບູນທາງວັດທະນະທຳຍິ່ງຂຶ້ນ. ສະມາຄົມແມ່ຍິງຫວຽດນາມຢູ່ໂຮນລັງຍັງໄດ້ສົ່ງເສີມບົດບາດໃນການເຊື່ອມໂຍງ, ແບ່ງປັນ ແລະ ຊຸກຍູ້ໃຫ້ບັນດາສະມາຊິກປະກອບສ່ວນເຂົ້າໃນກິດຈະກຳສ່ວນລວມ.

ແມ່ຍິງຫວຽດນາມຢູ່ໂຮນລັງ ເຜີຍແຜ່ວັດທະນະທຳບ້ານເກີດເມືອງນອນ
ບັນດາບຸກຄົນ ແລະ ກຸ່ມແມ່ຍິງຫວຽດນາມຢູ່ໂຮນລັງ ໄດ້ນຳສະເໜີຫຼາຍລາຍການສິລະປະທີ່ໂດດເດັ່ນໃນງານບຸນ.

ຈຸດເດັ່ນຂອງງານບຸນແມ່ນລາຍການສິລະປະ ແລະ ການແນະນຳເຄື່ອງນຸ່ງດັ້ງເດີມ. ບັນດາລາຍການຟ້ອນຜ້າໄໝ, ຟ້ອນໝວກໃບລານ ພ້ອມກັບການສະແດງຊຸດແຕ່ງກາຍດົ່ງຢາວ (đồng giao), ຊຸດແຕ່ງກາຍບູຮານ, ຊຸດແຕ່ງກາຍຊົນເຜົ່າ, ຊຸດເສື້ອສີ່ຊາຍ (áo tứ thân) ແລະ ຊຸດເສື້ອຍາວ ໄດ້ສະທ້ອນຄືນບັນດາລັກສະນະວັດທະນະທຳອັນເປັນເອກະລັກຂອງຫວຽດນາມ.

ໂດຍສະເພາະ, ບັນດາເດັກນ້ອຍຊາວຫວຽດນາມທີ່ກຳລັງດຳລົງຊີວິດ ແລະ ສຶກສາຢູ່ໂຮນລັງ ໄດ້ເຂົ້າຮ່ວມສະແດງຊຸດແຕ່ງກາຍທີ່ໄດ້ຮັບແຮງບັນດານໃຈຈາກພາບແຕ້ມພື້ນເມືອງດົງໂຮ່ (Đông Hồ), ເຄື່ອງນຸ່ງດັ້ງເດີມ ແລະ ວັດທະນະທຳຂອງບັນດາພາກພື້ນ, ຜ່ານນັ້ນຊ່ວຍໃຫ້ເດັກນ້ອຍເຂົ້າໃຈ ແລະ ພາກພູມໃຈໃນຮາກເຫງົ້າຂອງຕົນຫຼາຍຂຶ້ນ.

ພາຍໃນຂອບເຂດລາຍການ, ບັນດາເດັກນ້ອຍໄດ້ຮັບການແນະນຳຈາກບັນດາຄູອາຈານໃນການແຕ້ມຮູບ ແລະ ຕົກແຕ່ງໝວກໃບລານດ້ວຍຮູບທຸງຊາດສີແດງດາວເຫຼືອງ, ດອກໄມ້ ແລະ ທິວທັດບ້ານເກີດເມືອງນອນ. ພື້ນທີ່ວາງສະແດງພາບແຕ້ມສີນ້ຳມັນ ໄດ້ແນະນຳພາບວິວທິວທັດຊົນນະບົດ, ດອກບົວ ແລະ ຊາວຫວຽດນາມໃຫ້ແກ່ເພື່ອນມິດສາກົນ.

ງານບຸນຍັງມີບັນດາລາຍການເພງພື້ນເມືອງ, ບົດເພງຮັກກ່ຽວກັບບ້ານເກີດເມືອງນອນ ແລະ ປະເທດຊາດ, ກິດຈະກຳມອບຂອງຂວັນ ແລະ ຈັບສະຫຼາກຊິງລາງວັນ. ລາງວັນສູງສຸດແມ່ນປີ້ຍົນໄປ-ກັບຫວຽດນາມ 1 ຄູ່ ທີ່ໄດ້ຮັບການອຸປະຖຳຈາກສາຍການບິນ Vietnam Airlines. ເຂົ້າຮ່ວມລາຍການມີທ່ານ ເລ ຢາ ທິ້ງ, ອຸປະທູດຮັກສາການ ແລະ ທ່ານນາງ ຫວໍ ທິ ຫງອກ ຢຽບ, ທີ່ປຶກສາດ້ານການຄ້າ.

ດ້ວຍການເຕົ້າໂຮມຊາວຫວຽດນາມຫຼາຍລຸ້ນຄົນ ພ້ອມດ້ວຍເພື່ອນມິດຊາວໂຮນລັງ, ງານບຸນໄດ້ປະກອບສ່ວນເພີ່ມທະວີຄວາມຜູກພັນພາຍໃນຊຸມຊົນ, ຮັກສາພາສາຫວຽດນາມ, ເອກະລັກຂອງຊາດ ແລະ ຊຸກຍູ້ມິດຕະພາບ ກໍຄືການແລກປ່ຽນລະຫວ່າງປະຊາຊົນຂອງສອງປະເທດ.

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ຍຸກສະໄໝໃໝ່, ພາລະກຳໃໝ່ຂອງແມ່ຍິງຫວຽດນາມ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ຍຸກສະໄໝໃໝ່, ພາລະກຳໃໝ່ຂອງແມ່ຍິງຫວຽດນາມ
ຍສໝ - ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV ຈະດຳເນີນໄປພາຍໃດໄລຍະເວລາສອງວັນ ນັບຕັ້ງແຕ່ວັນທີ 17-18 ມິຖຸນາ 2026 ຢູ່ທີ່ສູນກາງກອງປະຊຸມແຫ່ງຊາດ (ຮ່າໂນ້ຍ).
ມອບໂອກາດໃຫ້ແມ່ຍິງກາຍເປັນແຮງຂັບເຄື່ອນແຫ່ງການເຕີບໂຕສີຂຽວ ມອບໂອກາດໃຫ້ແມ່ຍິງກາຍເປັນແຮງຂັບເຄື່ອນແຫ່ງການເຕີບໂຕສີຂຽວ
ຍສໝ - ພາຍໃດສະພາບການທີ່ ປະເທດ ຫວຽດນາມ ພວມຍູ້ແຮງການຫັນປ່ຽນເປັນດິຈິຕອນ, ການຫັນປ່ຽນເປັນສີຂຽວ ແລະ ການພັດທະນາເສດຖະກິດເອກະຊົນ, ແມ່ຍິງນັບມື້ນັບໄດ້ຢືນຢັນບົດບາດເປັນກຳລັງອັນສຳຄັນ. ເຖິງຢ່າງໃດກໍຕາມ, ເພື່ອເສີມຂະຫຍາຍທ່າແຮງບົ່ມຊ້ອນທັງໝົດທີ່ມີ, ຈຳເປັນຕ້ອງໄດ້ແກ້ໄຂບັນດາສິ່ງກີດຂວາງ ເພື່ອໃຫ້ແມ່ຍິງກາຍເປັນແຮງຂັບເຄື່ອນແຫ່ງການເຕີບໂຕສີຂຽວ ແລະ ການພັດທະນາທີ່ຍືນຍົງຢ່າງແທ້ຈິງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ