| ສະຖານທູດຫວຽດນາມປະຈຳຕັງຊານີ: ໝັ້ນຄົງຢູ່ແນວໜ້າການຕ່າງປະເທດ ສ້າງຕັ້ງສະມາຄົມຊາວຫວຽດນາມ ຢູ່ນະຄອນອາຊານ (ສ. ເກົາຫຼີ) |
ຕອນຄ່ຳວັນທີ 26 ກໍລະກົດ, ຢູ່ສຸສານວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ນະຄອນເກີນເທີ, ຄະນະຊາວໜຸ່ມນະຄອນເກີນເທີ ຮ່ວມກັບຄະນະບໍລິຫານສູນກາງພຸດທະສາສະໜາຫວຽດນາມ ນະຄອນເກີນເທີ ໄດ້ຈັດພິທີຈູດທຽນສົດຸດີບັນດາວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ເນື່ອງໃນໂອກາດຄົບຮອບ 79 ປີ ວັນທະຫານພິການ ແລະ ນັກຮົບຜູ້ເສຍສະລະຊີວິດເພື່ອຊາດ (27/7/1947 – 27/7/2026) ພາຍໃຕ້ຫົວຂໍ້ “ສືບຕາມຮອຍຕີນຂອງວິລະຊົນ – ສືບຕໍ່ບົດເພງແຫ່ງວິລະກຳ.”
![]() |
| ບັນດາການສະແດງສິລະປະອັນພິເສດ ໃນພິທີຈູດທຽນສົດຸດີບັນດາວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ເນື່ອງໃນໂອກາດຄົບຮອບ 79 ປີ ວັນທະຫານພິການ ແລະ ນັກຮົບຜູ້ເສຍສະລະຊີວິດເພື່ອຊາດ. (ພາບ: MT) |
ທ່າມກາງບັນຍາກາດອັນເຄັ່ງຂຶມ, ບັນດາຜູ້ແທນ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ ແລະ ປະຊາຊົນ ໄດ້ຮ່ວມກັນຖະຫວາຍທູບທຽນ, ຢືນສະຫງົບໄວ້ອາໄລ ແລະ ຈູດທຽນສົດຸດີໄວ້ເທິງແຕ່ລະຫຼຸມຝັງສົບຂອງວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ. ກິດຈະກຳດັ່ງກ່າວ ສະແດງອອກເຖິງຄວາມເຄົາລົບນັບຖື ແລະ ຄວາມສຳນຶກບຸນຄຸນ ຕໍ່ບັນດາວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ແມ່ວິລະຊົນຫວຽດນາມ, ທະຫານພິການ, ທະຫານເຈັບປ່ວຍ, ຄອບຄົວວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ; ພ້ອມທັງເຜີຍແຜ່ຢ່າງເລິກເຊິ່ງຄຸນຄ່າແຫ່ງປະເພນີ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ແລະ “ຕອບແທນບຸນຄຸນ” ຂອງຊາດ.
ກ່າວຄຳປາໄສໃນພິທີ, ປະທານຄະນະປະຊາຊົນນະຄອນເກີນເທີ ທ່ານ ເຈືອງແກ໋ງຕວຽນ ໄດ້ຢືນຢັນວ່າ ປະຫວັດສາດຂອງຊາດຫວຽດນາມ ເປັນມະຫາກາບອັນເປັນນິລັນດອນ ທີ່ຖືກຂຽນຂຶ້ນດ້ວຍຄວາມຮັກຊາດ, ເຈດຈຳນົງອັນແນ່ວແນ່ ແລະ ການເສຍສະລະອັນສູງສົ່ງຂອງຄົນຫຼາຍຮຸ່ນ. ເລືອດເນື້ອ ແລະ ກະດູກຂອງບັນດາວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ທະຫານພິການ, ທະຫານເຈັບປ່ວຍ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດ ໄດ້ສ້າງຮາກຖານໃຫ້ແກ່ເອກະລາດ, ຄວາມເປັນເອກະພາບ ແລະ ສັນຕິພາບ ເພື່ອໃຫ້ປະເທດຊາດມີການພັດທະນາດັ່ງໃນປັດຈຸບັນ.
![]() |
| ບັນດາຜູ້ແທນເຂົ້າຮ່ວມລາຍການ. (ພາບ: MT) |
ຕາມທ່ານ ເຈືອງແກ໋ງຕວຽນ ແລ້ວ, ການລະນຶກຄົບຮອບ 79 ປີ ວັນທະຫານພິການ ແລະ ນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ບໍ່ພຽງແຕ່ເປັນໂອກາດເພື່ອລະນຶກເຖິງຜູ້ທີ່ໄດ້ສະຫຼະຊີວິດເພື່ອເອກະລາດ ແລະ ເສລີພາບຂອງປະເທດຊາດເທົ່ານັ້ນ, ແຕ່ຍັງເປັນການເຕືອນໃຫ້ແຕ່ລະຄົນ ຕະໜັກເຖິງຄວາມຮັບຜິດຊອບໃນການຮັກສາ ແລະ ສືບສານບັນດາຄຸນຄ່າ ທີ່ຄົນຮຸ່ນກ່ອນໄດ້ແລກມາດ້ວຍໄວໜຸ່ມ ແລະ ເລືອດເນື້ອ.
ເປັນຕາສັງເກດວ່າ, ການນຳນະຄອນ ໄດ້ຕີລາຄາສູງຕໍ່ຄວາມໝາຍຂອງ “ຂະບວນການ 500 ວັນ ແລະ 500 ຄືນ ເລັ່ງລັດການຄົ້ນຫາ, ຮວບຮວມ ແລະ ກຳນົດຕົວຕົນຂອງອັດຖິວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ທີ່ຍັງຂາດຂໍ້ມູນ” ຊຶ່ງກຳລັງດຳເນີນຢູ່ທົ່ວປະເທດ. ມາຮອດປະຈຸບັນ, ອັດຖິຂອງວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຫຼາຍກວ່າ 1.400 ອັດຖິ ໄດ້ຖືກຄົ້ນຫາ ແລະ ຮວບຮວມ, ນຳມາເຊິ່ງຄວາມຫວັງໃຫ້ແກ່ຫຼາຍຄອບຄົວ ໃນການຕາມຫາຍາດພີ່ນ້ອງ ແລະ ປະກອບສ່ວນປະຕິບັດຄຸນຄ່າແຫ່ງຄວາມສຳນຶກບຸນຄຸນຂອງຊາດໃຫ້ສົມບູນຍິ່ງຂຶ້ນ.
![]() |
| ການນຳນະຄອນເກີນເທີ ມອບຂອງຂວັນໃຫ້ແກ່ບັນດານັກຮົບເກົ່າ. (ພາບ: MT) |
ອ້າງອີງຄຳສັ່ງສອນຂອງປະທານ ໂຮ່ຈີມິນ ກ່ຽວກັບຄວາມຮັບຜິດຊອບໃນການດູແລທະຫານພິການ, ທະຫານເຈັບປ່ວຍ, ຄອບຄົວວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ປະທານຄະນະປະຊາຊົນນະຄອນເກີນເທີ ເຫັນວ່າ ນີ້ບໍ່ແມ່ນພຽງແຕ່ຄວາມຮູ້ສຶກ ຫຼື ນ້ຳໃຈເທົ່ານັ້ນ, ແຕ່ຍັງເປັນຄວາມຮັບຜິດຊອບທາງການເມືອງຂອງທັງລະບົບການເມືອງ ແລະ ສັງຄົມທັງໝົດ.
ຕາມທ່ານແລ້ວ, ຄວາມສຳນຶກບຸນຄຸນຄວນສະແດງອອກຜ່ານການກະທຳທີ່ເປັນຮູບປະທຳ ເຊັ່ນ: ປະຕິບັດບັນດາລະບອບ ແລະ ນະໂຍບາຍພິເສດສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດ ຢ່າງຄົບຖ້ວນ ແລະ ທັນການ; ດູແລຊີວິດການເປັນຢູ່ທັງດ້ານວັດຖຸ ແລະ ຈິດໃຈ ຂອງບັນດາຄອບຄົວນະໂຍບາຍໃຫ້ດີຍິ່ງຂຶ້ນ; ອະນຸລັກ ແລະ ບູລະນະບັນດາອະນຸສອນ ແລະ ສະຖານທີ່ລະນຶກເຖິງວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ; ສຶກສາອົບຮົມປະເພນີການປະຕິວັດໃຫ້ແກ່ຄົນຮຸ່ນໃໝ່; ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດ “ຂະບວນການ 500 ວັນ ແລະ 500 ຄືນ” ໃຫ້ບັນລຸຜົນຢ່າງມີປະສິດທິຜົນ, ປະກອບສ່ວນນຳບັນດາວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ກັບຄືນສູ່ຊື່ສຽງ, ພູມລຳເນົາ ແລະ ຄອບຄົວຂອງຕົນ.
![]() |
| ການນຳນະຄອນເກີນເທີ ມອບທຶນການສຶກສາໃຫ້ແກ່ນັກຮຽນ. (ພາບ: MT) |
ໃນຫຼາຍປີຜ່ານມາ, ນະຄອນເກີນເທີ ໄດ້ເອົາໃຈໃສ່ປະຕິບັດບັນດານະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດຢ່າງຄົບຖ້ວນ; ລະດົມຫຼາຍແຫຼ່ງກຳລັງເພື່ອດູແລທີ່ຢູ່ອາໄສ, ສຸຂະພາບ ແລະ ຊີວິດການເປັນຢູ່ຂອງບັນດາຄອບຄົວນະໂຍບາຍ, ພ້ອມທັງຈັດຕັ້ງຂະບວນການ “ຕອບແທນບຸນຄຸນ” ຢ່າງກວ້າງຂວາງ ສ້າງຜົນກະທົບແຜ່ຂະຫຍາຍຢ່າງເຂັ້ມແຂງໃນສັງຄົມ.
ນອກຈາກນັ້ນ, ຊາວໜຸ່ມນະຄອນເກີນເທີ ຍັງສືບຕໍ່ສະແດງບົດບາດອັນຕັ້ງໜ້າ ຜ່ານຫຼາຍກິດຈະກຳທີ່ເປັນຮູບປະທຳ ເຊັ່ນ: ຈູດທຽນສົດຸດີ, ດູແລສຸສານວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ດູແລແມ່ວິລະຊົນຫວຽດນາມ, ຢ້ຽມຢາມຄອບຄົວນະໂຍບາຍ ແລະ ການເດີນທາງຫວນຄືນສູ່ແຫຼ່ງກຳເນີດການປະຕິວັດ. ກິດຈະກຳເຫຼົ່ານີ້ ໄດ້ປະກອບສ່ວນສຶກສາອົບຮົມປະເພນີການປະຕິວັດ, ປູກຝັງອຸດົມການການດຳລົງຊີວິດອັນດີງາມ ແລະ ຄວາມຮັບຜິດຊອບໃນຖານະພົນລະເມືອງໃຫ້ແກ່ຄົນຮຸ່ນໃໝ່.
ສົ່ງສານເຖິງບັນດາສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມຂອງນະຄອນ, ປະທານຄະນະປະຊາຊົນນະຄອນເກີນເທີ ຫວັງວ່າ ຄົນຮຸ່ນໃໝ່ຈະສືບຕໍ່ບຳລຸງສ້າງອຸດົມການການປະຕິວັດ, ບໍ່ຢຸດຢັ້ງການຮຽນຮູ້, ຍົກສູງລະດັບຄວາມຮູ້, ກຳແໜ້ນວິທະຍາສາດ-ເຕັກໂນໂລຊີ, ການຫັນເປັນດິຈິຕອນ, ເຮັດວຽກຢ່າງສ້າງສັນ, ປະກອບທຸລະກິດ ແລະ ສ້າງອາຊີບ ເພື່ອປະກອບສ່ວນກໍ່ສ້າງນະຄອນເກີນເທີ ໃຫ້ກາຍເປັນສູນກາງຂັບເຄື່ອນຂອງເຂດທົ່ງພຽງແມ່ນ້ຳຂອງ.
“ທຸກການກະທຳທີ່ດີເພື່ອສັງຄົມ, ທຸກຄວາມຄິດລິເລີ່ມໃນການຮຽນ, ການເຮັດວຽກ ແລະ ການປະຕິບັດໜ້າທີ່ ລ້ວນແຕ່ເປັນການສຳນຶກບຸນຄຸນທີ່ມີຄວາມໝາຍ ແລະ ເປັນຮູບປະທຳທີ່ສຸດ ຕໍ່ບັນດາວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ,” ທ່ານ ເຈືອງແກ໋ງຕວຽນ ໄດ້ເນັ້ນໜັກ.
ປິດທ້າຍຄຳປາໄສ, ການນຳນະຄອນເກີນເທີ ໄດ້ຢືນຢັນວ່າ ນະຄອນຈະສືບຕໍ່ຈັດສັນແຫຼ່ງກຳລັງເປັນບຸລິມະສິດ ເພື່ອປະຕິບັດບັນດາລະບອບ ແລະ ນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດ ຢ່າງຄົບຖ້ວນ ແລະ ທັນການ; ພ້ອມທັງລະດົມພະລັງຂອງທັງລະບົບການເມືອງ ແລະ ສັງຄົມ ເພື່ອໃຫ້ຂະບວນການ “ຕອບແທນບຸນຄຸນ” ນັບມື້ນັບແຜ່ຂະຫຍາຍຢ່າງກວ້າງຂວາງ, ເປັນຮູບປະທຳ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ ໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງ ແລະ ຊາວໜຸ່ມຂອງນະຄອນ ສືບຕໍ່ສົ່ງເສີມປະເພນີຮັກຊາດ, ຫັນຄວາມສຳນຶກບຸນຄຸນໃຫ້ເປັນແຮງຈູງໃຈໃນການອຸທິດຕົນ, ປະກອບສ່ວນກໍ່ສ້າງນະຄອນເກີນເທີ ໃຫ້ພັດທະນາຢ່າງວ່ອງໄວ, ຍືນຍົງ, ສີວິໄລ, ທັນສະໄໝ ແລະ ອຸດົມດ້ວຍເອກະລັກ.
ຍສໝ - ນະຄອນໂຮ່ຈີມິນກຳລັງຜັນຂະຫຍາຍບັນດາມາດຕະການຢ່າງຮອບດ້ານ ເພື່ອສ້າງຕ່ອງໂສ້ການສະໜອງແບບຍືນຍົງ, ຊຸກຍູ້ການຜະລິດສະອາດ ແລະ ເສດຖະກິດໝູນວຽນ. ນີ້ຖືກຖືວ່າເປັນແຮງຂັບເຄື່ອນສຳຄັນ ທີ່ຊ່ວຍນຳຜະລິດຕະພັນສີຂຽວເຂົ້າໃກ້ຜູ້ບໍລິໂພກຫຼາຍຂຶ້ນ, ພ້ອມທັງເພີ່ມຂີດຄວາມສາມາດແຂ່ງຂັນໃຫ້ແກ່ວິສາຫະກິດທ້ອງຖິ່ນ. |
ຍສໝ - ກອງປະຊຸມໃຫຍ່ພັກຄັ້ງທີ XIV ໄດ້ກຳນົດຢ່າງຈະແຈ້ງເຖິງຄວາມຮຽກຮ້ອງໃນການຍົກລະດັບວຽກງານການຕ່າງປະເທດ, ສ້າງການທູດທີ່ຮອບດ້ານ, ທັນສະໄໝ, ມີຄວາມສຳຄັນ, ດຳເນີນເປັນປົກກະຕິ, ເປັນຝ່າຍລິເລີ່ມສ້າງສັນ, ປະກອບສ່ວນ ແລະ ຄ່ອຍໆກຳນົດຮູບແບບສະພາບແວດລ້ອມສາກົນ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊາດ. |
ມິງດຶກ



