ຄະນະຜູ້ແທນລາວສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງທີ 22

00:54 | 13/05/2019

ລະຫວ່າງວັນທີ 20-21 ມັງກອນ 2019, ທ່ານ ສະ ເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນອີຢູຄັ້ງທີ 22 ທີ່ບຣຸກແຊນ, ປະເທດແບນຊິກ.

ຄະນະຜູ້ແທນລາວສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງທີ 22

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງທີ 22 ທີ່ບຣູກແຊນປະເທດແບນຊິກ (ພາບ: pasaxon.org.la)

ພາຍໃຕ້ການເປັນປະທານຂອງລັດຖະມົນຕີຕ່າງປະເທດສິງກະໂປ ແລະ ຮອງປະທານຄະນະກຳມະການອີຢູຮັບຜິດຊອບວຽກງານການຕ່າງປະເທດ ແລະ ຄວາມໝັ້ນຄົງ. ກອງປະຊຸມໄດ້ສະແດງຄວາມເພິ່ງພໍໃຈຕໍ່ການຈັດຕັ້ງປະຕິບັດການຮ່ວມມືອາຊຽນອີຢູໃນໄລຍະຜ່ານມາໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນອີຢູໄລຍະ 2018-2022, ຊຶ່ງມາຮອດປັດຈຸບັນ, ສາມາດປະຕິບັດໄດ້ 78% ຂອງກິດຈະກຳຮ່ວມມືທັງໝົດໂດຍກວມເອົາ 3 ເສົາຄໍ້າ (ການເມືອງຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມວັດທະນະທຳ) ແລະ ປະກອບມີໜ້າວຽກການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ການສົ່ງເສີມການຄ້າ ແລະ ການລົງທຶນ, ພະລັງງານ, ການຂົນສົ່ງທາງອາກາດ, ວິທະຍາສາດເຕັກໂນໂລຊີ, ການສຶກສາ, ການເຊື່ອມຈອດ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການພັດທະນາແບບຍືນຍົງ ແລະ ອື່ນໆ. ພິເສດ, ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ເຫັນດີດ້ານຫຼັກການເພື່ອຍົກລະດັບການຮ່ວມມືອາຊຽນອີຢູຂຶ້ນເປັນຄູ່ຮ່ວມຍຸດທະສາດ, ສ່ວນກຳນົດເວລາຕົວຈິງແມ່ນສອງຝ່າຍຈະໄດ້ປຶກສາຫາລືກັນຕື່ມ.

ສຳລັບທິດທາງໃນຕໍ່ໜ້າ, ສອງຝ່າຍເຫັນດີຈະສືບຕໍ່ເພີ່ມທະວີສົ່ງເສີມການຮ່ວມມືຫຼາຍຝ່າຍ, ການຄ້າທີ່ທ່ຽງທຳ ແລະ ເປີດກ້ວາງການເຊື່ອມຈອດ, ການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ການຮ່ວມມືທາງທະເລ, ສົ່ງເສີມການຟື້ນຄືນການເຈລະຈາສັນຍາການຄ້າເສລີອາຊຽນອີຢູ ແລະ ການເລັ່ງລັດການເຈລະຈາສັນຍາຂົນສົ່ງທາງອາກາດອາຊຽນອີຢູ. ນອກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນເປັນຕົ້ນແມ່ນສະພາບການພົ້ນເດັ່ນຢູ່ເອີຣົບລວມທັງຄວາມໝັ້ນຄົງຢູ່ຕາເວັນອອກກາງ, ສະພາບການຢູ່ອາຊີຕາ ເວັນອອກເຊັ່ນ: ແຫຼມເກົາຫຼີ, ທະເລຈີນໃຕ້ ແລະ ການປະຕິຮູບອົງການການຄ້າໂລກ ແລະ ອື່ນໆ. ໃນໂອກາດນີ້, ກອງປະຊຸມໄດ້ອອກຖະແຫຼງການຮ່ວມ, ຊຶ່ງໄດ້ເນັ້ນການຮັດແໜ້ນການຮ່ວມມືອາຊຽນອີຢູໃນດ້ານຕ່າງໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນເພື່ອປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມສົມບູນພູນສຸກໃນພາກພື້ນກໍ່ຄືໃນໂລກ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນອີຢູ (AEMM) ຈັດຂຶ້ນທຸກໆສອງປີ, ຊຶ່ງມີບັນດາລັດຖະມົນຕີຕ່າງປະເທດຂອງປະເທດສະມາຊິກອາຊຽນ ແລະ ອີຢູ ເຂົ້າຮ່ວມ. ກອງປະຊຸມຄັ້ງຕໍ່ໄປຈະຈັດຂຶ້ນທີ່ປະເທດສິງກະໂປ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ