ຄະນະຜູ້ແທນຂັ້ນສູງ ສນຊ ສຳເລັດ ການເຄື່ອນໄຫວຢ້ຽມຢາມ ສປ ຈີນ

00:54 | 15/05/2019

ຄະນະຜູ້ແທນຂັ້ນສູງຂອງສູນກາງແນວລາວສ້າງຊາດ ນຳໂດຍທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດພ້ອມຄະນະໄດ້ສຳເລັດການເຄື່ອນໄຫວຢ້ຽມຢາມ ສປ ຈີນ.

ຄະນະຜູ້ແທນຂັ້ນສູງ ສນຊ ສຳເລັດ ການເຄື່ອນໄຫວຢ້ຽມຢາມ ສປ ຈີນ

ຄະນະຜູ້ແທນຂັ້ນສູງ ສນຊ ສຳເລັດ ການເຄື່ອນໄຫວຢ້ຽມຢາມ ສປ ຈີນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງປະທານສະ ພາທີ່ປຶກສາການເມືອງທົ່ວປະເທດຈີນ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຈີນກໍຄືການ ຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດກັບສະພາທີ່ປຶກ ສາການເມືອງທົ່ວປະເທດຈີນໃຫ້ໝັ້ນຄົງຍາວນານ ຊຶ່ງໃນລະ ຫວ່າງວັນທີ 17-21 ມີນາ 2019 ຄະນະຜູ້ແທນຂັ້ນສູງ ຂອງສູນກາງແນວລາວສ້າງ ຊາດ ນຳໂດຍທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມຄະນະໄດ້ສຳເລັດການເຄື່ອນໄຫວຢ້ຽມຢາມ ສປ ຈີນ.

ໄລຍະຢູ່ຢ້ຽມຢາມ ສປ ຈີນ, ຄະນະໄດ້ພົບປະເຮັດວຽກກັບບັນດາພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ທັງຢູ່ນະຄອນຫຼວງປັກກິ່ງ ແລະ ແຂວງ ກວາງຊີດັ່ງນີ້: ໄດ້ພົບປະກັບທ່ານ ຫວັງ ຢ່າງ (WANG Yang) ຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ; ພົບປະກັບທ່ານ ລີ ຈານຊູ (LI Zhanshu) ຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ ປະທານສະພາຜູ້ແທນປະຊາຊົນ ທົ່ວປະເທດຈີນ; ພົບປະກັບທ່ານ ບາເຕີ (Bater) ກຳມະການສູນກາງພັກກອມມູນິດຈີນ ປະທານກຳມາທິການກິດຈະການຊົນເຜົ່າ ແຫ່ງລັດ ສປ ຈີນ; ພົບປະກັບ ທ່ານ ຫວັງ ຊວນ (WANG Zuoan) ກຳມະການສູນກາງພັກກອມມູນິດຈີນ ຫົວໜ້າທະບວງສາສະໜາ ແຫ່ງລັດ ສປ ຈີນ; ພົບປະກັບ ການນຳ ແລະ ຢ້ຽມຢາມມະຫາ ວິທະຍາໄລຊົນເຜົ່າສູນກາງຈີນ; ນອກຈາກນັ້ນໄດ້ໄປຢ້ຽມຢາມສະຖານທີ່ສຳຄັນຕ່າງໆຂອງນະຄອນຫຼວງປັກກິ່ງຕື່ມອີກ.

ໃນການພົບປະດັ່ງກ່າວ, ທັງສອງຝ່າຍຕ່າງໄດ້ຕີລາຄາສູງມູນເຊື້ອອັນດີງາມແຫ່ງສາຍພົວພັນມິດຕະພາບ ແລະ ການພົວພັນແບບຄູ່ຮ່ວມມືຮອບດ້ານໝັ້ນຄົງຍາວນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນກໍຄືການຮ່ວມມືລະຫວ່າງແນວລາວສ້າງຊາດ ກັບ ສະພາທີ່ປຶກສາການເມືອງທົ່ວປະເທດຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ນັບມື້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ; ພ້ອມກັນນັ້ນ, ທັງສອງ ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບແຫ່ງການພັດທະ ນາເສດຖະກິດ-ສັງຄົມຂອງປະ ເທດຕົນໃຫ້ກັນຊາບ ແລະ ສືບຕໍ່ເພີ່ມທະວີການຮ່ວມມື, ການແລກປ່ຽນບົດຮຽນນຳກັນ ຫຼື ການຈັດຕັ້ງກອງປະຊຸມສຳມະນາ, ການຝຶກອົບຮົມວຽກງານທີ່ທັງສອງຝ່າຍມີຄວາມສົນໃຈ ໂດຍສະເພາະວຽກງານແນວໂຮມ, ວຽກງານຊົນເຜົ່າ ແລະ ວຽກງານສາສະໜາດ້ວຍຫຼາຍຮູບການ ໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທຳ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ