ຍສໝ - ງານວາງສະແດງ “ນະຄອນໂຮ່ຈິມິນ ແລະ ແຂວງ, ນະຄອນມິດຕະພາບໃນແຂວງສະຫວັນນະເຂດຄັ້ງທີ 6” ໃນປີ 2026 ຈະຈັດຂຶ້ນແຕ່ວັນທີ 1-5 ເມສາ ທີ່ສູນປະຊຸມ ແລະ ວາງສະແດງສາກົນສະຫວັນນະເຂດ, ນະຄອນໄກສອນພົມວິຫານ (ແຂວງສະຫວັນນະເຂດ, ລາວ), ໂດຍຄາດວ່າຈະກາຍເປັນຈຸດເດັ່ນທີ່ສຳຄັນໃນການຮ່ວມມືດ້ານເສດຖະກິດ, ການເມືອງ ແລະ ການທູດລະຫວ່າງຫວຽດນາມ ແລະ ລາວ.
ຍສໝ - ໃນບັນຍາກາດແຫ່ງນ້ຳໃຈມິດຕະພາບ, ນັກສຶກສາລາວຢູ່ແຂວງ ແທງຮ໋ວາ ໄດ້ພົບປະຢ່າງອົບອຸ່ນໃນໂອກາດບຸນປີໃໝ່, ເຜີຍແຜ່ຄວາມຮັກແພງລະຫວ່າງຫວຽດນາມ ແລະ ລາວ.
ຍສໝ - ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນໃນໄລຍະມໍ່ໆມານີ້, ແລະ ເປັນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນຂອງການພົວພັນສອງຝ່າຍ.
ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວຫວຽດນາມປະຈຳລາວ, ໃນວັນທີ 2 ເມສາ ທີ່ແຂວງສາລະວັນ, ພາກໃຕ້ຂອງລາວ, ອຳນາດການປົກຄອງນະຄອນ ດານັງ ໄດ້ຈັດພິທີເປີດ ແລະ ມອບໂຮງຮຽນປະຖົມ ແລະ ມັດທະຍົມຕອນປາຍມິດຕະພາບໃຫ້ແກ່ສະມາຄົມຊາວຫວຽດນາມແຂວງສາລະວັນ.
ຍສໝ - ຕາມການລາຍງານຂອງນັກຂ່າວ VNA ປະຈຳ Bangkok, ໃນວັນທີ 2 ເມສາ, ຄະນະຜູ້ແທນຈາກສະຖານທູດຫວຽດນາມປະຈຳໄທ ໂດຍທ່ານເອກອັກຄະລັດຖະທູດ ຟ້າມວຽດຮຸ່ງ ແລະ ພັນລະຍາຂອງທ່ານນາງ ໂຮ່ທິທູຈາງ ນຳໜ້າ ໄດ້ມາຢ້ຽມຢາມສະຖານທູດລາວ ເພື່ອອວຍພອນເນື່ອງໃນໂອກາດບຸນປີໃໝ່ລາວ.
ຍສໝ - ສະພາກາແດງແຂວງແທງຮວ່າ (ຫວຽດນາມ) ແລະ ແຂວງຫົວພັນ (ລາວ) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອການຮ່ວມມືໃນໄລຍະ 2026-2027, ໂດຍມີຈຸດປະສົງເພື່ອສ້າງຮູບແບບການຮ່ວມມືດ້ານມະນຸດສະທຳທີ່ນຳໃຊ້ໄດ້ຈິງໃນເຂດຊາຍແດນ.
ຍສໝ - ໃນວັນທີ 31 ມີນາ, ທີ່ນະຄອນຫຼວງວຽງຈັນ, ລັດຖະບານລາວ ແລະ ບໍລິສັດທາງລົດໄຟລາວ-ຫວຽດນາມ ຈຳກັດ ໄດ້ລົງນາມຢ່າງເປັນທາງການໃນສັນຍາສຳປະທານໂຄງການທາງລົດໄຟລາວ-ຫວຽດນາມ ໂດຍສະເພາະແມ່ນສ່ວນຈາກເມືອງທ່າແຂກ ແຂວງຄຳມ່ວນ ພາກກາງຂອງລາວ ໄປຫາເມືອງມູຢາ (ແຂວງກວາງບິ່ງ) ຢູ່ຊາຍແດນຫວຽດນາມ-ລາວ. ນີ້ແມ່ນໜຶ່ງໃນສາມສ່ວນຂອງເສັ້ນທາງລົດໄຟຫວຽດນາມ-ລາວໃນອະນາຄົດ.
ຍສໝ - ຕອນເຊົ້າວັນທີ 31 ມີນາ, ທີ່ນະຄອນຫຼວງ Bangkok, ສະຖານທູດຫວຽດນາມປະຈຳໄທ ຮ່ວມມືກັບມະຫາວິທະຍາໄລ Srinakharinwirot ໄດ້ຈັດການແຂ່ງຂັນສິລະປະການເວົ້າ ແລະ ການສະແດງພາສາຫວຽດນາມຮອບສຸດທ້າຍດ້ວຍຫົວຂໍ້ "ເລື່ອງລາວຫວຽດນາມຂອງຂາ້ພະເຈົ້າ" (My Viet Nam Story).
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກໃຕ້ຂອງລາວ, ໃນຕອນເຊົ້າວັນທີ 31 ມີນາ, ຄະນະຜູ້ແທນຂັ້ນສູງຈາກນະຄອນດານັງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ໃນງານບຸນລາວບຸນປີໃໝ່ 2026 ໃຫ້ແກ່ສະມາຄົມຊາວຫວຽດນາມ ແລະ ສູນພາສາຫວຽດນາມ ແຂວງອັດຕະປື.
ຍສໝ - ວັນທີ 31 ມີນາ, ຂໍ້ມູນຈາກພະແນກການຕ່າງປະເທດນະຄອນດານັງໄດ້ຊີ້ໃຫ້ເຫັນວ່າ, ເພື່ອປະຕິບັດຄຳໝັ້ນສັນຍາ ແລະ ເຮັດໃຫ້ສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງຂຶ້ນ, “ເວທີປາໄສການຮ່ວມມືດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວເພື່ອສົ່ງເສີມການເຊື່ອມຕໍ່ແລວເສດຖະກິດຕາເວັນອອກ-ຕາເວັນຕົກ (EWEC) 2026” ຈະຈັດຂຶ້ນໃນວັນທີ 3 ເມສາ ທີ່ນະຄອນປາກເຊ (ແຂວງຈຳປາສັກ, ລາວ). ເວທີປາໄສນີ້ໄດ້ຮັບການຮ່ວມຈັດຕັ້ງໂດຍຄະນະກຳມະການປະຊາຊົນນະຄອນດານັງ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ, ແລະ ຄະນະກຳມະການລັດຖະບານແຂວງຈຳປາສັກ.
ຍສໝ - ຕອນເຊົ້າວັນທີ 31 ມີນາ ທີ່ນະຄອນຫຼວງວຽງຈັນ, ສະຫາຍ ຫງວຽນແມັງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ.
ຍສໝ - ໃນວັນທີ 30 ມີນາ, ຄະນະກຳມະການປະຊາຊົນແຂວງແທງຮວ່າ ໄດ້ຈັດງານພົບປະກັບນັກສຶກສາລາວ 184 ຄົນທີ່ກຳລັງຮຽນຢູ່ໃນແຂວງ ເພື່ອສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດປີ 2026. ເຫດການນີ້ໄດ້ຢືນຢັນຄຳໝັ້ນສັນຍາຂອງແຂວງໃນການເສີມສ້າງສາຍພົວພັນມິດຕະພາບພິເສດລະຫວ່າງຫວຽດນາມ ແລະ ລາວ.
ຍສໝ - ຫຼັງຈາກກອງປະຊຸມຮ່ວມມືທີ່ແຂວງຢາລາຍ, ບັນດາວິສາຫະກິດເຊັ່ນ HAGL ແລະ PISICO ໄດ້ລົງນາມໃນຂໍ້ຕົກລົງເພື່ອລົງທຶນຫຼາຍພັນລ້ານດົ່ງໃນໂຄງການກະສິກຳຂະໜາດໃຫຍ່ໃນລາວ ແລະ ກຳປູເຈຍໃນໄລຍະປີ 2026-2030.
ຍສໝ - ຕອນເຊົ້າວັນທີ 28 ມີນາ, ທີ່ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Osaka, ສະມາຄົມຊາວຫວຽດນາມ ໃນເຂດ Kansai ໄດ້ຮ່ວມກັນຈັດລາຍການສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງສະຫະພັນຊາວໜຸ່ມກອມມູນິດໂຮ່ຈິມິນ (26 ມີນາ 1931 – 26 ມີນາ 2026) ດ້ວຍຫົວຂໍ້ “ຊາວໜຸ່ມໃນມື້ນີ້ - ພາລະກິດມື້ອື່ນ”.
ຍສໝ - ໃນວັນທີ 27 ມີນາ, ທີ່ຮ່າໂນ້ຍ, ສະຖານທູດລາວປະຈຳຫວຽດນາມ ຮ່ວມມືກັບກະຊວງສຶກສາທິການ ແລະ ບຳລຸງສ້າງຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານການສຶກສາ ແລະ ການຄຸ້ມຄອງນັກສຶກສາລາວປະຈຳຫວຽດນາມ ປະຈຳປີການສຶກສາ 2025-2026 ແລະ ຈັດຕັ້ງປະຕິບັດແຜນການສຳລັບປີການສຶກສາ 2026-2027.
ຍສໝ - ຕອນເຊົ້າວັນທີ 29 ມີນາ, ທີ່ເມືອງ ກວີຍເຍິນ, ແຂວງ ຢາລາຍ ໄດ້ຈັດຂຶ້ນພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງແຂວງຢາລາຍ (ຫວຽດນາມ) ແລະ ແຂວງອັດຕະປື, ຈຳປາສັກ, ສາລະວັນ ແລະ ເຊກອງ (ລາວ) ສຳລັບໄລຍະ 2026-2030.
ຍສໝ - ຕອນເຊົ້າວັນທີ 27 ມີນາ, ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ພາກເໜືອຂອງລາວ, ສະຖານກົງສູນໃຫຍ່ຫວຽດນາມປະຈຳຫຼວງພະບາງ ສົມທົບກັບໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍໂພນຄຳ ແລະ ສະມາຄົມຊາວຫວຽດນາມແຂວງຫຼວງພະບາງ ໄດ້ຈັດການແຂ່ງຂັນຮອບສຸດທ້າຍ “ນ້ອງຮັກພາສາຫວຽດນາມ” ສຳລັບນັກຮຽນລາວ ແລະ ຫວຽດນາມ ທີ່ຮຽນຢູ່ໂຮງຮຽນດັ່ງກ່າວ, ພ້ອມທັງລູກຫຼານຂອງສະມາຊິກສະມາຄົມ.
ຍສໝ - ຕອນເຊົ້າວັນທີ 25 ມີນາ 2026, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນຊາວໜຸ່ມກອມມູນິດໂຮ່ຈິມິນ ຄົບຮອບ 95 ປີ (26 ມີນາ 1931 – 26 ມີນາ 2026).
ຍສໝ - ຕາມນັກຂ່າວສຳນັກຂ່າວຫວຽດນາມປະຈຳລາວ ແລ້ວ, ຕອນບ່າຍວັນທີ 25 ມີນາ, ທີ່ສະຖານທູດຫວຽດນາມປະຈຳນະຄອນຫຼວງ ວຽງຈັນ, ສະຖານທູດຫວຽດນາມປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນຊາວໜຸ່ມກອມມູນິດໂຮ່ຈິມິນຄົບຮອບ 95 ປີ (26 ມີນາ 1931 - 26 ມີນາ 2026).
ຍສໝ - ໃນສະພາບການທີ່ຫວຽດນາມ ແລະ ລາວ ພວມຜັນຂະຫຍາຍທິດທາງການພັດທະນາໃໝ່ ຫຼັງຈາກກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ, ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການແລກປ່ຽນ ແລະ ແບ່ງປັນປະສົບການເພື່ອເພີ່ມທະວີຄວາມສາມາດໃນການປັບຕົວ ແລະ ຊຸກຍູ້ການຮ່ວມມືພັດທະນາລະຫວ່າງສອງປະເທດ.