ຍສໝ - ເນື່ອງໃນໂອກາດທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ລາວ ແລກປ່ຽນກ່ຽວກັບຄວາມໝາຍ ແລະຄວາມສຳຄັນຂອງການໄປຢ້ຽມຢາມຕໍ່ກັບການພົວພັນແບບພິເສດຫວຽດນາມ-ລາວ.
ຍສໝ - ວັນທີ 21 ເມສາ, ທີ່ສູນສຶກສາຫວຽດນາມ ຢູ່ມະຫາວິທະຍາໄລ Ratjabhat Udon Thani, ພາກຕາເວັນອອກສ່ຽງເໜືອຂອງໄທ, ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມພາສາຫວຽດ ພື້ນຖານສຳລັບທຸກເປົ້າໝາຍໃນປີ 2025 ຢູ່ແຂວງ Udon Thani, ບັນດາແຂວງໃກ້ຄຽງໃນພາກຕາເວັນອອກສ່ຽງເໜືອຂອງໄທ ແລະ ນະຄອນຫຼວງວຽງຈັນ.
ຍສໝ - ວັນທີ 20 ເມສາ, ມະຫາວິທະຍາໄລສ້າງຄູ (ຂຶ້ນກັບ ມະຫາວິທະຍາໄລຖ໊າຍຫງວຽນ) ໄດ້ຈັດຕັ້ງລາຍການພົບປະແລກປ່ຽນດ້ວຍຫົວຂໍ້ “ຫວຽດນາມ-ລາວ ຮ່ວມສາຍພູຫຼວງ”.
ຍສໝ - ນັກສຶກສາລາວ ແລະ ກຳປູເຈຍ ໄດ້ເຂົ້າຮ່ວມງານບຸນປີໃໝ່ລາວ ແລະ Chol Chnam Thmey (ກຳປູເຈຍ) ທີ່ດຳເນີນຢູ່ນະຄອນ ໂຮ່ຈີມິນ ເປັນຈຳນວນຫຼວງຫຼາຍ ໃນຕອນຄ່ຳວັນທີ 15 ເມສາ.
ຍສໝ - ວັນທີ 17 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍສາກົນ (P4G) ຢູ່ຮ່າໂນ້ຍ, ໃນລະຫວ່າງວັນທີ 15-17 ເມສາ.
ຍສໝ - ວັນທີ 16 ເມສາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍທົ່ວໂລກ (P4G) ຄັ້ງທີ 4 ໃນລະຫວ່າງວັນທີ 14 -17 ເມສາ.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ຂອງ ສປປ ລາວ ແລະປີໃໝ່ Chol Chnam Thmay ຂອງລາຊະອານາຈັກກໍາປູເຈຍ, ການນໍາຫວຽດນາມ ສົ່ງຈົດໝາຍ ແລະກະເຊົ້າດອກໄມ້ອວຍພອນ.
ຍສໝ - ບຸນປີໃໝ່ປະຈໍາຊາດລາວ (ພສ. 2568, ນັບແຕ່ວັນທີ 13 – 15 ເມສາ) ປີ 2025 ແລະວັນບຸນວັດທະນະທໍາບັນດາເຜົ່າເມືອງ ບວນໂດນ ໄດ້ດໍາເນີນໃນລະຫວ່າງວັນທີ 12-13 ເມສາ, ຢູ່ເກາະໄອໂນ, ດັກລັກ.
ຍສໝ - ວັນທີ 11 ເມສາ, ຄະນະຊາວໜຸ່ມແຂວງອານຢາງ ໄດ້ຈັດຕັ້ງການພົບປະສັງສັນ ແລະມອບຂອງຂວັນໃຫ້ແກ່ນັກສຶກສາກຳປູເຈຍ ແລະ ລາວ ທີ່ພວມຮໍ່າຮຽນຢູ່ແຂວງອານຢາງ ພ້ອມກັບພະນັກງານຄະນະຊາວໜຸ່ມ, ຊາວເຜົ່າຂະແມ ເນື່ອງໃນໂອກາດບຸນເຕັດ Chol Chnăm Thmay ແລະບຸນປີໃໝ່ລາວ 2025.
ຍສໝ - ຕາງໜ້າໃຫ້ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ, ທ່ານ ຫງວຽນເຟືອກລົກ ອວຍພອນໃຫ້ປະເທດລາວ ພັດທະນາແບບຍືນຍົງ, ປະຊາຊົນລາວບັນດາເຜົ່າ ມີຊີວິດການເປັນຢູ່ນັບມື້ນັບຮັ່ງມີເຂັ້ມແຂງ ແລະມີຄວາມຜາສຸກ.
ຍສໝ - ວັນທີ 11 ເມສາ, ຢູ່ນະຄອນຫຼວງວຽງຈັນ, ຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ 4 ນໍາໂດຍທ່ານພົນຕີ ຮ່າເຖາະບິ່ງ, ຜູ້ບັນຊາການທະຫານເຂດ 4 ໄດ້ມາເຂົ້າຢ້ຽມຂໍ່ານັບ ແລະອວຍພອນປີໃໝ່ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
ຍສໝ - ຕອນບ່າຍວັນທີ 8 ເມສາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ໄປອວຍພອນທ່ານ ບໍ່ວຽງຄຳ ວົງດາລາ, ກຳມະການຄະນະຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ.
ຍສໝ - ວັນທີ 3 ເມສາ, ຢູ່ແຂວງສະຫວັນນະເຂດ (ລາວ), ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມ “ການເຄື່ອນໄຫວພັດທະນາບັນດາຊ່ອງທາງຈຳໜ່າຍສິນຄ້ານະຄອນ ໂຮ່ຈີມິນໄປຍັງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຜ່ານສະມາຄົມວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ”.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ຂອງບັນດາຊາວເຜົ່າລາວ, ວັນທີ 6 ແລະ 7 ເມສາ, ສະຫາຍ ຫງວຽນຢວ້ານແອັງ, ກຳມະການສູນກາງພັກ, ເລຂາພັກແຂວງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ໃຫ້ຄະນະພັກ ແລະ ອຳນາດການປົກຄອງແຂວງ ຫົວພັນ (ສປປ ລາວ).
ຍສໝ - ເນື່ອງໃນໂອກາດບຸນເປີໃໝ່ Chol Chnam Thmay ຂອງ ກຳປູເຈຍ ແລະ ບຸນປີໃໝ່ຂອງລາວ ປີ 2025, ຄະນະຜູ້ແທນ ຫວຽດນາມ ຫຼາຍແຫ່ງ ໄດ້ຈັດຕັ້ງການເຄື່ອນໄຫວກວດ ແລະ ປິ່ນປົວພະຍາດໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ປະຊາຊົນ 2 ປະເທດ.
ຍສໝ - ວັນທີ 6 ເມສາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນບຸນປີໃໝ່ຂອງປະຊາຊົນກຳປູເຈຍ, ລາວ, ມຽນມາ ແລະ ໄທ. ງານບຸນໄດ້ຮັບການສົມທົບກັບສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HUFO) ເພື່ອຈັດຕັ້ງ.
ຍສໝ - ຕອນເຊົ້າວັນທີ 6 ເມສາ, ຢູ່ນອກກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 150 ຂອງສະຫະພັນລັດຖະສະພາສາກົນ (IPU - 150) ຢູ່ນະຄອນຫຼວງ Tashkent, ອຸຊະເບັກກິດສະຖານ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ.
ຍສໝ - ວັນທີ 4 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ນຳໜ້າຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄປສະຖານທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຫວຽດນາມ ເພື່ອໄວ້ອາໄລ ແລະ ເຊັນປຶ້ມໄວ້ອາໄລ ເພື່ອລະນຶກເຖິງ ທ່ານ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ທ່ານປະທານ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນດາການນຳລາວ ທີ່ມີການພົວພັນສະໜິດຕິດພັນ, ສະໜິດສະໜົມກັບບັນດາການນຳຫວຽດນາມ ໃນທຸກໄລຍະ, ແລະ ເປັນຜູ້ຍາມໃດກໍ່ມີຄວາມສົນໃຈໃນການເພີ່ມພຸນຄຸນສ້າງສາຍພົວພັນລາວ - ຫວຽດນາມ.
ຍສໝ - ເລຂາທິການໃຫຍ່ ໂຕເລິມ ຈະໄປໄຫວ້ອາໄລທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ