
ໄວໜຸ່ມທົ່ວປະເທດໃຕ້ທຽນອາໄລຫາບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ
ເພື່ອມຸ່ງໄປເຖິງການລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ (27 ກໍລະກົດ 1947 – 27 ກໍລະກົດ 2022), ຕອນຄ່ຳວັນທີ 24 ກໍລະກົດ, ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ພິເສດ ກຳແພງເກົ່າ ກວ໋າງຈິ, ແຂວງ ກວ໋າງຈິ, ສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ກະຊວງສຶກສາ ແລະ ບຳລຸງສ້າງ, ແຂວງ ກວ໋າງຈິ ໄດ້ຈັດຕັ້ງພິທີໃຕ້ທຽນ ອາໄລຫາບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ.