ຍສໝ - ໃນຖານະຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ 2020 ແລະ ເຢຍລະມັນ ແມ່ນປະທານໝູນວຽນອີຢູ ໃນໄລຍະ 6 ເດືອນທ້າຍປີ 2020, ຫວຽດນາມ ແລະ ເຢຍລະມັນ ໃຫ້ຄຳໝັ້ນສັນຍາພ້ອມກັນມານະພະຍາຍາມຊຸກຍູ້ການຮ່ວມມື ແລະ ການເຊື່ອມຕໍ່ລະຫວ່າງ 2 ພາກພື້ນ, ມຸ່ງໄປເຖິງຍົກການພົວພັນລະຫວ່າງອີຢູ - ອາຊຽນ ຂຶ້ນສູ່ລະດັບສູງໃໝ່.
ຍສໝ - ວັນທີ 31 ສິງຫາ, ສະຖານທູດ ເຢຍລະມັນປະຈຳຮ່າໂນ້ຍໃຫ້ຮູ້ວ່າ ທ່ານ Frank-Walter Steinmeier ປະທານາທິບໍດີ ສາທາລະນະລັດສະຫະພັນ ເຢຍລະມັນ ໄດ້ສົ່ງໂທລະເລກອວຍພອນເນື່ອງໃນໂອກາດວັນຊາດຫວຽດນາມ ໄປຍັງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ປະຊາຊົນຫວຽດນາມທຸດທ້ວນໜ້າ.
ຍສໝ - ນັກຂຽນໄດ້ຫວນຄືນບັນດາວິທີການທີ່ມີປະສິດທິຜົນຂອງຫວຽດນາມໃນການສະກັດກັ້ນໂລກລະບາດ, ພ້ອມທັງຢັ້ງຢືນວ່າຫວຽດນາມໄດ້ຜ່ານຜ່າວິກິດການ Covid – 19 ແບບມະຫັດສະຈັນ ແລະ ນີ້ຈະແມ່ນໜຶ່ງໃນບັນດາເງື່ອນໄຂດີທີ່ສຸດເພື່ອນຳພື້ນຖານເສດຖະກິດ ມີການເຕີບໂຕຄືນໃໝ່.
ຍສໝ - ທ່ານຫງວນມິງຫວູ ເອກອັກຄະລັດຖະທູດຫວຽດນາມປະຈຳ ເຢຍລະມັນໃຫ້ຮູ້ວ່າ ໄລຍະທີ່ຜ່ານມາ, ລັດຖະບານຫວຽດນາມ ແລະ ຖ້ອງຖິ່ນ, ອົງການຈັດຕັ້ງແຫ່ງຕ່າງໆຂອງຫວຽດນາມ ໄດ້ສະແດງນ້າໃຈຄວາມສາມັກຄີກັບປະຊາຊົນເຢຍລະມັນຜ່ານການມອບຜ້າອັດປາກ - ດັງ ແລະ ບັນດາອຸປະກອນການແພດຕ່າງໆ.
ຍສໝ - ໂຮງໝໍ St.Georg ໃນນະຄອນ Leipzig, ປະເທດເຢຍລະມັນ ໄດ້ຮັບອຸປະກອນການແພດລວມມີ ຜ້າອັດປາກ-ດັງ 10.000 ອັນ, ຊຸດປ້ອງກັນການຕິດເຊື້ອພະຍາດ 1.000 ຊຸດພ້ອມກັບແວ່ນຕາ, ຖົງມື... ຈາກໂຮງໝໍທະຫານ 175, ທ່ານ Burkhard Jung ເຈົ້າຄອງນະຄອນ Leipzig ໄດ້ສົ່ງຄໍາຂອບໃຈໄປຍັງຫວຽດນາມ.
ຍສໝ - ສື່ມວນຊົນເຢຍລະມັນແລະເອີລົບໄດ້ລົງຂ່າວ, ຕີລາຄາສູງເລື່ອງຫວຽດນາມມອບຜ້າອັດປາກ - ດັງໃຫ້ແກ່ບັນດາປະເທດເອີລົບໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.
ຍສໝ - ບົດຂຽນໄດ້ເຕື້ອງເຖິງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງຫວຽດນາມເລີ່ມແຕ່ທຳອິດຈົນເຖິງປັດຈຸບັດ.
ຍສໝ - ໜັງສືພິມລາຍວັນ Junge Welt ຂອງເຢຍລະມັນໄດ້ມີບົດຂຽນຍ້ອງຍໍຊົມເຊີຍການກະທຳຢ່າງທັນການແລະຂ້ຽວຂາດຂອງຫວຽດນາມໃນບັ້ນສະກັດກັ້ນໂລກລະບາດ Covid – 19 ທີ່ອັນຕະລາຍນີ້.