ຍສໝ - ພ້ອມກັບການຈັດສົ່ງກຳລັງເຂົ້າຮ່ວມການກູ້ໄພກູ້ຊີບ, ຫວຽດນາມ ກໍ່ໄດ້ຕັດສິນໃຈໜູນຊ່ວຍເຄື່ອງຊ່ວຍເຫຼືອໂດຍດ່ວນຕາມຂໍ້ສະເໜີຂອງ ມຽນມາ, ຊ່ວຍເຫຼືອເງິນເປັນຈຳນວນ 300.000 USD ຊ່ວຍເຫຼືອມຽນມາ ແກ້ໄຂຜົນຕາມມາຈາກເຫດແຜ່ນດິນໄຫວ.
ຍສໝ - ວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນ (ວັນທີ 22 ມັງກອນ 1975 – ວັນທີ 22 ມັງກອນ 2025) ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນ 1. ທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ສົ່ງກະຕ່າດອກໄມ້ຊົມເຊີຍ.
ຍສໝ - ຄຽງຄູ່ກັບການພົວພັນມິດຕະພາບພັດທະນາອັນດີງາມລະຫວ່າງຫວຽດນາມ ແລະ ໄທ, ພາສາຫວຽດນາມ ພວມກາຍເປັນພາສາຕ່າງປະເທດທີ່ນັກສຶກສາ ໄທ ໄດ້ຮັບຄວາມນິຍົມຊົມຊອບ, ເປີດກ້ວາງຄວາມສາມາດບົ່ມຊ້ອນດ້ານການສຶກສາ ແລະ ແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ.
ຍສໝ - ການຢ້ຽມຢາມໄດ້ຢືນຢັນຄວາມປາດຖະໜາ ແລະຄວາມຕັດສິນໃຈຂອງສອງຝ່າຍເພື່ອນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່
ຍສໝ - ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ມຽນມາ ແລະ ໄທ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.
ຍສໝ - ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ສົ່ງເສີມໃຫ້ຊາວໜຸ່ມຂອງກອງທັບສອງປະເທດຕັ້ງໜ້າສົມທົບກັນຈັດຕັ້ງບັນດາລາຍການພົບປະແລກປ່ຽນດ້ວຍເນື້ອໃນ ແລະຮູບການທີ່ມີຊີວິດຊີວາ ແລະຟົົດຟື້ນ...
ຍສໝ - ດ້ວຍຄວາມສົນໃຈ ແລະ ຕອບສະໜອງຢ່າງແຮງຈາກປະຊາຄົມ, ລາງວັນ “ຄວາມມັກແບບຍືນຍົງ" ໄດ້ບັນລຸຜົນສຳເລັດຫຼາຍຢ່າງໃນການຈັດຕັ້ງປີທຳອິດຂອງຕົນ, ຢັ້ງຢືນຄວາມໝາຍຂອງລາງວັນໃນການຮັບຮູ້ ແລະ ເຊີດຊູບັນດາລຸ້ນໜຸ່ມທີ່ມີພອນສະຫວັນ.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານປະທານນາທິບໍດີ ສາທາລະນະລັດສະຫະພັນ ບຣາຊິນ Luiz Inácio Lula da Silva ເປັນນຳໜ້າຄະນະຜູ້ແທນຂັ້ນສູງປະເທດສາທາລະນະລັດສະຫະພັນ ບຣາຊິນ ປະຕິບັດການໄປຢ້ຽມຢາມທາງລັດໄປຍັງ ຫວຽດນາມ ແຕ່ວັນທີ 27 – 29 ມີນາ 2025.
ຍສໝ - ພາຍຫຼັງເຫດແຜ່ນດິນໄຫວຄັ້ງຮ້າຍແຮງທີ່ເກີດຂຶ້ນຢູ່ມຽນມາ ແລະ ໄທໃນວັນທີ 28 ມີນານີ້, ຫຼາຍປະເທດໃນໂລກໄດ້ສົ່ງຄວາມເສົ້າສະຫຼົດໃຈແລະສະແດງຄວາມພ້ອມທີ່ຈະສະໜັບສະໜູນສອງປະເທດຜ່ານຜ່າຜົນຮ້າຍຢ້ອນຫຼັງ.
ຍສໝ - ວັນທີ 25 ມີນາ 2025, ຢູ່ນະຄອນ ໂຮ່ຈິມິນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ ອົດສະຕາລີ ແລະ ການາດາ ຈັດຕັ້ງການສຳມະນາເວທີປາໄສພາກພື້ນ ອາຊຽນ (ARF) ກ່ຽວກັບຫົວຂໍ້ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ຄັ້ງທີ 2 ດ້ວຍຮູບແບບໂດຍກົງສົມທົບກັບທາງອອນລາຍ.
ຍສໝ - ຕອນບ່າຍວັນທີ 28 ມີນານ, ເກີດເຫດແຜ່ນດິນໄຫວມີຄວາມແຮງ 7,7 ຣິກເຕີຢູ່ພາກກາງມຽນມາ, ເຮັດໃຫ້ປະຊາຊົນຫຼາຍຄົນໄດ້ຮັບບາດເຈັບ ແລະ ເຮັດໃຫ້ບັນດາກິດຈະການກໍ່ສ້າງຫຼາຍແຫ່ງຢູ່ມຽນມາ ແລະ ໄທ ຖືກຄວາມເສຍຫາຍ.
ຍສໝ - ວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີການພົວພັນຄູ່ຮ່ວມມື, ເປີດກວ້າງການພົວພັນຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບເລິກເຊິ່ງກ່ວາອີກ”. ເຫດການດັ່ງກ່າວໄດ້ອັບເດັດສະພາບການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ຕີລາຄາຄວາມສາມາດບົ່ມຊ້ອນ ແລະ ໂອກາດພັດທະນາ, ພ້ອມທັງສະເໜີບັນດາມາດຕະການ ເພື່ອພັດທະນາການຮ່ວມມືດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍ.
ຍສໝ - ນີ້ແມ່ນຂໍ້ຄວາມແບ່ງປັນໂດຍທ່ານ ດົ່ງຮຸຍເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ກັບບັນດາຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນາທາງອອນໄລດ້ວຍຫົວຂໍ້ “ແບ່ງປັນມໍລະດົກ, ມຸ່ງໄປເຖິງອະນາຄົດ” ລະຫວ່າງຊາວໜຸ່ມ, ນັກສຶກສາອາເມລິກາ ແລະ ຊາວໜຸ່ ຫວຽດນາມ, ລາວ, ກຳປູເຈຍ ແລະ ໄທ ໄດ້ດຳເນີນໃນວັນທີ 28 ມີນາ.
ຍສໝ - ກ່ຽວຂ້ອງເຫດແຜ່ນດິນໄຫວຢູ່ໄທ ທີ່ເກີດຂຶ້ນໃນວັນທີ 28 ມີນາ, ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ອອກຄຳເຕືອນໃຫ້ພົນລະເມືອງ ຫວຽດນາມ.
ຍສໝ - ທ່ານ ເລຂາຄະນະຊາວໜຸ່ມສູນກາງ ໂງ່ວັນເກື່ອງ ໃຫ້ຮູ້ວ່າ, ລາຍການທີ່ຕ້ອນຮັບສອງຄອບຄົວພະນັກງານຄະນະຊາວໜຸ່ມສູນກາງລາວ ມາຢ້ຽມຢາມ ຫວຽດນາມ ທີ່ໄດ້ຜັນຂະຫຍາຍຢ່າງເປັນປະຈຳ ແມ່ນລາຍການທີ່ມີຄວາມໝາຍ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງອົງການຄະນະຊາວໜຸ່ມ ກັບພະນັກງານຄະນະຊາວໜຸ່ມທົ່ວປະເທດ.
ຍສໝ - ໄທງວຽນ ແມ່ນສູນການສຶກສາ ແລະ ບຳລຸງສ້າງອັນດັບ 3 ຂອງປະເທດ, ເປັນຈຸດນັດພົບທີ່ໄວ້ເນື້ອເຊື່ອໃຈຂອງນັກສຶກສາຕ່າງປະເທດ, ໃນນັ້ນມີນັກສຶກສາລາວ. ດ້ວຍນະໂຍບາຍສະໜັບສະໜູນພາກປະຕິບັດຕົວຈິງ ແລະ ສະພາບແວດລ້ອມການຮຽນຮູ້ທີ່ເອື້ອອຳນວຍ, ໃນຊຸມປີມໍ່ໆມານີ້, ມະຫາວິທະຍາໄລ ແລະ ວິທະຍາໄລຕ່າງໆໃນແຂວງໄດ້ພະຍາຍາມສ້າງສະພາບແວດລ້ອມການຮຽນຮູ້ ແລະ ການຄົ້ນຄວ້າທີ່ເອື້ອອຳນວຍໃຫ້ແກ່ນັກສຶກສາລາວ.
ຍສໝ - ພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຫວຽດນາມ ຍາມໃດກໍສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນບົນຈິດໃຈ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍແບ່ງປັນກັນ” ເພື່ອຈັບມືພ້ອມກັນກ້າວໄປຂ້າງໜ້າ. ນັ້ນແມ່ນຄໍາຢັ້ງຢືນຂອງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ລາວ, ເມື່ອໃຫ້ສໍາພາດຕໍ່ສື່ມວນຊົນ.
ຍສໝ - ຕອນບ່າຍວັນທີ 26 ມີນາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຍສໝ - ແຕ່ວັນທີ 24 – 28 ມີນາ, ກອງປະຊຸມຮ່ວມມືດ້ານຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ 15 ໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ. ເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນກະຊວງຕຳຫຼວດແຫ່ງ ສສ ຫວຽດນາມ ໂດຍທ່ານພົນຕີ ຟ້າມເຖຈຸ່ງ - ຮອງລັດຖະມົນຕີກະຊວງຕຳຫຼວດນຳໜ້າ; ຄະນະຜູ້ແທນກະຊວງຕຳຫຼວດແຫ່ງ ສປປ ລາວ ນຳໂດຍທ່ານພົນໂທ ກົງທອງ ພົງວິຈິດ - ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ນຳໜ້າ.
ຍສໝ - ແຕ່ວັນທີ 29-30 ມີນາ, “ວັນບຸນວັດທະນະທຳ ຫວຽດນາມ 2025” ຈະດຳເນີນຢູ່ ຍີ່ປຸ່ນ. ນີ້ແມ່ນເຫດການ ໄດ້ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນຄົບຮອບ 50 ປີແຫ່ງການປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 - 30 ເມສາ 2025), ຄົບຮອບ 80 ປີແຫ່ງວັນສ້າງຕັ້ງສາທາລະນະລັດສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2025).