ການນໍາຫວຽດນາມ ສົ່ງຈົດໝາຍອວຍພອນປີໃໝ່ລາວ ແລະກໍາປູເຈຍ

ການນໍາຫວຽດນາມ ສົ່ງຈົດໝາຍອວຍພອນປີໃໝ່ລາວ ແລະກໍາປູເຈຍ

ຍສໝ - ເນື່ອງໃນໂອກາດບຸນປີໃໝ່ຂອງ ສປປ ລາວ ແລະປີໃໝ່ Chol Chnam Thmay ຂອງລາຊະອານາຈັກກໍາປູເຈຍ, ການນໍາຫວຽດນາມ ສົ່ງຈົດໝາຍ ແລະກະເຊົ້າດອກໄມ້ອວຍພອນ.

ຫວຽດນາມ-ຈີນ ຊຸກຍູ້ຫັນບັນດາຄວາມຮູ້ລວມສໍາຄັນປະກົດຜົນເປັນຈິງ

ຫວຽດນາມ-ຈີນ ຊຸກຍູ້ຫັນບັນດາຄວາມຮູ້ລວມສໍາຄັນປະກົດຜົນເປັນຈິງ

ຍສໝ - ວັນທີ 14 ເມສາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.

ຫວຽດນາມ-ຈີນ ຍົກສູງຄຸນນະພາບ, ປະສິດທິຜົນຂອງການຮ່ວມມືຢ່າງແທດຈິງ

ຫວຽດນາມ-ຈີນ ຍົກສູງຄຸນນະພາບ, ປະສິດທິຜົນຂອງການຮ່ວມມືຢ່າງແທດຈິງ

ຍສໝ - ຕອນບ່າຍວັນທີ 14 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.

ເສີມຂະຫຍາຍກຳລັງແຮງຂອງພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດໃນການຊຸກຍູ້ການພົວພັນ ຫວຽດນາມ - EU

ເສີມຂະຫຍາຍກຳລັງແຮງຂອງພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດໃນການຊຸກຍູ້ການພົວພັນ ຫວຽດນາມ - EU

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ທີ່​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ ລາຊະ​ອານາຈັກ ແບນ​ຊິກ, ຫົວໜ້າ​ຄະນະ​ຜູ້​ຕາງໜ້າຫວຽດນາມ ປະຈຳ​ ສະຫະພາບ​ເອີ​ລົບ (EU) ຫງວຽນ​ວັນ​ຖາວ ພິຈາລະນາເມື່ອເຮັດ​ວຽກ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ຜູ້ປະຈຳການ ​ເລ​ຫາຍ​ບິ່ງ ​ໃນ​​ວັນ​ທີ 9 ເມສາ ຢູ່ ຮ່າ​ໂນ້ຍ.

ວັນທີ 30 ເມສາ ໃນຄວາມຊົງຈຳຂອງເພື່ອນມິດສາກົນ

ວັນທີ 30 ເມສາ ໃນຄວາມຊົງຈຳຂອງເພື່ອນມິດສາກົນ

ຍສໝ - ວັນ​ທີ 30 ​ເມສາ 1975, ​ແມ່ນ​ຈຸດ​ເວລາ​ປະຫວັດສາດ​ທີ່ ຫວຽດນາມ ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສິ້ນ​ເຊີງ, ​ໂຮມປະເທດຊາດເປັນເອກະພາບ, ​ໄດ້​ຝາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃນ​ຄວາມ​ຊົງ​ຈຳ​ຂອງ​ບັນດາ​ເພື່ອນ​ມິດສາ​ກົນ.

ຂີດໝາຍໃໝ່ໃນປະຫວັດສາດແຫ່ງການພົວພັນມິດຕະພາບສອງຝ່າຍຫວຽດນາມ-ຈີນ

ຂີດໝາຍໃໝ່ໃນປະຫວັດສາດແຫ່ງການພົວພັນມິດຕະພາບສອງຝ່າຍຫວຽດນາມ-ຈີນ

ຍສໝ - ຕອນບ່າຍວັນທີ 14 ເມສາ, ພາຍໃຕ້ການເປັນປະທານຂອງທ່ານ ໂຕເລິມ, ພິທີຕ້ອນຮັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ.

ໂຄສະນາບົດເພງພື້ນເມືອງ ກວານຮໍ່ ບັກນິງ ຢູ່ ເຢຍລະມັນ

ໂຄສະນາບົດເພງພື້ນເມືອງ ກວານຮໍ່ ບັກນິງ ຢູ່ ເຢຍລະມັນ

ຍສໝ - ວັນທີ 12 ເມສາ, ຢູ່ສູນຈັດຕັ້ງເຫດການ Berlin (ເຢຍລະມັນ) ໄດ້ດຳເນີນລາຍການສິລະປະທີ່ດີເດັ່ນ “ວັດທະນະທຳຫວຽດນາມ - ສິ່ງຍອດຢ້ຽມມໍລະດົກ ກິ່ງບັກ” ຂອງໂຮງລະຄອນເພງພື້ນເມືອງ ກວານຮໍ່ ບັກນິງ.

ອັນ​ໃດແມ່ນກຳລັງໜູນທີ່​​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸໄດ້ 8%?

ອັນ​ໃດແມ່ນກຳລັງໜູນທີ່​​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸໄດ້ 8%?

ຍສໝ - ທ່ານ Michael Kokalari, ຜູ້ອຳນວຍການຫ້ອງວ່າການ​ວິ​ເຄາະ​ເສດຖະກິດ​ມະຫາພາກ ແລະ ຄົ້ນຄ້ວາທ້ອງຕະຫຼາດ​ VinaCapital ໃຫ້​ຮູ້​ວ່າ ການ​ລົງທຶນສ່ວນລັດ ຈະ​ແມ່ນກຳລັງຜັກດັນສຳຄັນ​ເພື່ອ​ຊ່ວຍ​ໃຫ້ ຫວຽດນາມ ບັນລຸເປົ້າໝາຍ​ເຕີບ​ໂຕ GDP 8% ​ໃນ​ປີ 2025, ຖ້າ​ສະສາງເງິນ​ຕາມ​ກຳນົດ​ເວລາ ​ແລະ ມີ​ປະສິດທິ​ຜົນ.

50 ປີ​ແຫ່ງທ້ອນ​ໂຮມປະເທດຊາດເປັນເອກະພາບ: ຄວາມ​ຫວັງ​ໃຫ້​ນັກ​ປະ​ຕິ​ວັດ​ໃນ​ທົ່ວ​ໂລກ

50 ປີ​ແຫ່ງທ້ອນ​ໂຮມປະເທດຊາດເປັນເອກະພາບ: ຄວາມ​ຫວັງ​ໃຫ້​ນັກ​ປະ​ຕິ​ວັດ​ໃນ​ທົ່ວ​ໂລກ

ຍສໝ - ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ຈີ​ເລ - ຫວຽດນາມ Abarzúa ​ເນັ້ນ​ໜັກ​ວ່າ ຫວຽດນາມ ບໍ່​ພຽງ​ແຕ່​ໄດ້​ຮັບ​ເອກະລາດ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງ​ຈິດໃຈສາມັກຄີ​ແຫ່ງ​ຊາດ.

ສານຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໃນລະຫວ່າງການໄປຢ້ຽມຢາມ ຫວຽດນາມ

ສານຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໃນລະຫວ່າງການໄປຢ້ຽມຢາມ ຫວຽດນາມ

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຢືນຢັນວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ໂຕເລີມ ເປັນນຳໜ້າ, ຫວຽດນາມ ຈະສືບຕໍ່ເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນຕາມເງື່ອນໄຂຕົວຈິງຂອງປະເທດ”.

50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ: ໄຊຊະນະ ວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງພັດທະນາຂອງຫວຽດນາມ

50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ: ໄຊຊະນະ ວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງພັດທະນາຂອງຫວຽດນາມ

ຍສໝ - ໄຊຊະນະວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງໃຫ້ແກ່ຫວຽດນາມ ພັດທະນາ. ນີ້ແມ່ນຂໍ້ສັງເກດຂອງທ່ານປະລິນຍາເອກ G. Weerasinghe ເລຂາທິການໃຫຍ່ພັກກອມມູນິດ ສີລັງກາ ກ່ອນການຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025).

ຫວຽດນາມ - ກໍາປູເຈຍ - ລາວ ເພີ່ມພູນຄູນສ້າງໃຫ້ນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມື

ຫວຽດນາມ - ກໍາປູເຈຍ - ລາວ ເພີ່ມພູນຄູນສ້າງໃຫ້ນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມື

ຍສໝ - ວັນທີ 11 ເມສາ, ຄະນະຊາວໜຸ່ມແຂວງອານຢາງ ໄດ້ຈັດຕັ້ງການພົບປະສັງສັນ ແລະມອບຂອງຂວັນໃຫ້ແກ່ນັກສຶກສາກຳປູເຈຍ ແລະ ລາວ ທີ່ພວມຮໍ່າຮຽນຢູ່ແຂວງອານຢາງ ພ້ອມກັບພະນັກງານຄະນະຊາວໜຸ່ມ, ຊາວເຜົ່າຂະແມ ເນື່ອງໃນໂອກາດບຸນເຕັດ Chol Chnăm Thmay ແລະບຸນປີໃໝ່ລາວ 2025.

ຫວຽດນາມ ຈະຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ

ຫວຽດນາມ ຈະຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ

ຍສໝ - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 402 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 26 ສະບັບຈາກທ່ານຜູ້ຟັງລາວ.

ເລີ່ມ​ລົງ​ມື​ກໍ່​ສ້າງ​ເຮືອນ​ຮ້ານ​ປະ​ທານ ໂຮ່​ຈີ​ມິນ​ຢູ່ ໄທ

ເລີ່ມ​ລົງ​ມື​ກໍ່​ສ້າງ​ເຮືອນ​ຮ້ານ​ປະ​ທານ ໂຮ່​ຈີ​ມິນ​ຢູ່ ໄທ

ຍສໝ - ພິທີເລີ່ມລົງມືກໍ່ສ້າງກິດຈະກຳເຮືອນຮ້ານ ປະທານໂຮ່ຈີມິນ ໄດ້ດຳເນີນໃນວັນທີ 9 ເມສາຢູ່ເຂດປູສະນີຍະສະຖານປະທານໂຮ່ຈີມິນ ທີ່ບ້ານ ໜອງໂອນ, ເທດສະບານເມືອງ, ແຂວງ ອຸດອນທານີ, ພາກອີສານ ໄທ.

ຫວຽດນາມ, ອາເມລິກາ ເປັນເອກະພາບດຳເນີນງານການເຈລະຈາຂໍ້ຕົກລົງການຄ້າສົມທົບ

ຫວຽດນາມ, ອາເມລິກາ ເປັນເອກະພາບດຳເນີນງານການເຈລະຈາຂໍ້ຕົກລົງການຄ້າສົມທົບ

ຍສໝ - ຕອນບ່າຍວັນທີ 9 ເມສາ (ເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ອາເມລິກາ ດ້ວຍມາລະຍາດເປັນທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕ່​ເລີມ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດ - ການ​ຄ້າສອງຝ່າຍ, ທ່ານຮອງນາຍົກລັດຖະມົນຕີ ໂຮດືກເຟີກ ໄດ້ພົບປະຜູ້ຕາງໜ້າການຄ້າ ອາເມລິກາ ທ່ານ Jamieson Greer.

ອາເມລິກາ ທີ່ຈະໂຈະອັດຕາພາສີສົມທົບແມ່ນເປັນບາດກ້າວຢ່າງຕັ້ງໜ້າ

ອາເມລິກາ ທີ່ຈະໂຈະອັດຕາພາສີສົມທົບແມ່ນເປັນບາດກ້າວຢ່າງຕັ້ງໜ້າ

ຍສໝ - ວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ທ່ານນາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າມທູຮັ່ງ ໄດ້ຂໍ້ມູນກ່ຽວກັບຄຳເຫັນຂອງກະຊວງການຕ່າງປະເທດ ແລະ ບັນດາມາດຕະການທີ່ຈະມາເຖິງຂອງຫວຽດນາມ ກ່ອນທີ່ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ອາເມລິກາ Donald Trump ທີ່ຈະໂຈະອັດຕາພາສີສົມທົບຊົ່ວຄາວເປັນເວລາ 90 ວັນ.

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນບຸນປີໃໝ່ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນບຸນປີໃໝ່ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ

ຍສໝ - ຕອນບ່າຍວັນທີ 8 ເມສາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ໄປອວຍ​ພອນທ່ານ ບໍ່ວຽງຄຳ ວົງດາລາ, ກຳມະການຄະນະຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ.

ຫວຽດນາມ ສາມາດນຳໃຊ້ບັນດາ FTA ທີ່ພວມມີຢູ່ແລ້ວ ເພື່ອເປີດກວ້າງຕະຫຼາດສົ່ງອອກ

ຫວຽດນາມ ສາມາດນຳໃຊ້ບັນດາ FTA ທີ່ພວມມີຢູ່ແລ້ວ ເພື່ອເປີດກວ້າງຕະຫຼາດສົ່ງອອກ

ຍສໝ - ເສດຖະກິດຂອງຫວຽດນາມ ໄດ້ຄາດຄະເນວ່າຈະບັນລຸລະດັບເຕີບໂຕ 6,6% ໃນປີ 2025 ແລະ 6,5% ໃນປີ 2026. ນີ້ແມ່ນການຄາດຄະເນໂດຍທະນາຄານພັດທະນາອາຊີ (ADB) ຍົກອອກມາໃນແງ່ຫວັງພັດທະນາອາຊີ ເດືອນເມສາ 2025 (ADO) ປະກາດໃນຕອນເຊົ້າວັນທີ 9 ເມສາ, ຢູ່ຮ່າໂນ້ຍ.

​ເປັນ​ຄັ້ງ​ທຳ​ອິດ, ປຶ້ມພາສາ​ຫວຽດນາມ ​ໄດ້​ມີ​ຢູ່​ຫໍສະໝຸດ​ໃຫຍ່​ທີ່​ສຸດ​ຂອງ​ນະຄອນຫຼວງ​ແບນ​ຊິກ

​ເປັນ​ຄັ້ງ​ທຳ​ອິດ, ປຶ້ມພາສາ​ຫວຽດນາມ ​ໄດ້​ມີ​ຢູ່​ຫໍສະໝຸດ​ໃຫຍ່​ທີ່​ສຸດ​ຂອງ​ນະຄອນຫຼວງ​ແບນ​ຊິກ

ຍສໝ - ມຸນ ຫວຽດນາມ ແຫ່ງທຳອິດ ໄດ້ຈັດຕັ້ງຢູ່ຫໍສະໝຸດ Muntpunt ຢູ່ Brussels (ແບນຊິກ) ເພື່ອໃຫ້ເດັກນ້ອຍ ຫວຽດນາມ ຢູ່ ແບນຊິກ ໄດ້ມີໂອກາດອ່ານ, ຮຽນ ແລະ ຮັກສາພາສາແມ່.

ຊອກ​ຫາ “ຊ່ອງ​ທາງ” ເພື່ອ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໂດຍ​ຜ່ານ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ

ຊອກ​ຫາ “ຊ່ອງ​ທາງ” ເພື່ອ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໂດຍ​ຜ່ານ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ

ຍສໝ​ - ​ວັນ​ທີ 3 ເມສາ, ຢູ່​ແຂວງ​ສະຫວັນ​ນະ​ເຂດ (ລາວ), ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ໄດ້​ສົມທົບ​ກັບ​ສູນ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ກອງ​ປະຊຸມ “​ການ​ເຄື່ອນ​ໄຫວ​ພັດທະນາບັນດາຊ່ອງ​ທາງ​ຈຳໜ່າຍ​ສິນຄ້າ​ນະຄອນ ​ໂຮ່ຈີ​ມິນໄປ​ຍັງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຜ່ານ​ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ຕ່າງປະ​ເທດ”.