ຍສໝ - ການໂອ້ລົມສົນທະນາແມ່ນໂອກາດເພື່ອໃຫ້ບັນດານັກຊ່ຽວຊານ, ນັກຄົ້ນຄ້ວາ ແບ່ງປັນວິໄສທັດກ່ຽວກັບບັນດາສິ່ງທ້າທາຍເຊິ່ງ ຫວຽດນາມພວມປະເຊີນໜ້າ, ແບ່ງປັນວິທີການປະພຶດທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ເຊິ່ງແຕ່ລະຄົນສາມາດນຳໃຊ້ໃນຊີວິດປະຈຳວັນ.
ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ສົມທົບກັບລັດຖະບານຫວຽດນາມ ແລະ ກອງທຶນອາກາດຂຽວ (GCF) ໜູນຊ່ວຍການປູກທີ່ປ່າຊາຍເລນໃໝ່ປະມານ 4.000 ເຮັກຕາ ຢູ່ບັນດາເຂດແຄມທະເລທີ່ຖືກກະທົບໄດ້ງ່າຍຈາກການປ່ຽນແປງຂອງດິນຟ້າອາກາດ ຢູ່ 5 ແຂວງຄື: ກວາງງ້າຍ, ແທັງຮ໊ວາ, ກວາງນາມ, ກ່າເມົາ ແລະ ນາມດິ້ງ.
ຍສໝ - ປຶ້ມໄດ້ສະສົມຄຳເຫັນຂອງວິສາຫະກິດ 10.400 ແຫ່ງ ໃນບໍລິເວນທົ່ວປະເທດກ່ຽວກັບຜົນກະທົບຈາກຄວາມສ່ຽງໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດຕໍ່ການເຄື່ອນໄຫວຜະລິດດຳເນີນທຸລະກິດ. ນີ້ໄດ້ຖືວ່າແມ່ນການສືບສວນວິສາຫະກິດທີ່ມີຂອບຂະໜາດໃຫຍ່ທີ່ສຸດແຕ່ກ່ອນມາຮອດປັດຈຸບັດດ້ວຍຫົວຂໍ້ນີ້.
ຍສໝ - ບ້ວງເງິນກູ້ຢືມງົບປະມານປະຕິບັດນະໂຍບາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການເຕີບໂຕຂຽວມີເປົ້າໝາຍປັບປຸງ ແລະ ເປີດກ້ວາງບັນດາຜົນງານທີ່ບັນລຸໄດ້ໃນໂຄງການໜູນຊ່ວຍການປ່ຽນແປງຂອງດິນຟ້າອາກາດ 2016 – 2020.
ເຫດການສົນທິສັນຍາສາກົນ (Treaty Event) ໄດ້ດຳເນີນໃນວັນທີ 27 ກັນຍາ, ຢູ່ນອກວາລະປຶກສາຫາລືຂັ້ນສູງຂຶ້ນກັບກອງປະຊຸມຄັ້ງທີ 74 ຂອງສະມັດຊາໃຫຍ່ ສປຊ, ຢູ່ ນິວຢອກ, ປະເທດ ອາເມລິກາ.
ຍສໝ - ວັນທີ 26 ສິງຫາ 2019, ຢູ່ກອງປະຊຸມ G7, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ໄດ້ຍົກອອກສານຮີບດ່ວນໂດຍຮຽກຮ້ອງປະເທດຕ່າງໆຈົ່ງຮ່ວມແຮງຮ່ວມໃຈຕ້ານການປ່ຽນແປງຂອງດິນຟ້າອາກາດເພື່ອະນາຄົດຂຽວສົດ ແລະ ສະອາດກ່ວາ.