![]() |
| ປ່າຕົ້ນການພູທີ່ຫາຍາກ ຕັ້ງຢູ່ໃກ້ກັບຊາຍແດນຫວຽດນາມ - ລາວ ຢູ່ບ້ານນາຮາງ, ຕາແສງມາຍເຊີນ, ເມືອງ ເຕືອງເຢືອງ. ພາບ: daidoanket.vn |
![]() |
| ປະຕູທາງເຂົ້າປ່າຕົ້ນການພູແມ່ນຮັບການປ້ອງກັນຢ່າງລະມັດລະວັງ. ພາບ: daidoanket.vn |
![]() |
| ເພື່ອເຂົ້າໄປໃນໃຈກາງຂອງປ່າ, ບ່ອນທີ່ມີຕົ້ນການພູນານປີ, ພວກເຮົາຕ້ອງໄດ້ຮັບ ການນໍາທາງ ໂດຍປະຊາຊົນ, ພ້ອມກັນນັ້ນ ກໍຕ້ອງມີຄົນໃນກອງລາດຕະເວນໜ້ອຍສຸດ 1 ຄົນ. ພາບ: daidoanket.vn |
![]() |
| ໃນເວລາເດີນທາງ, ໄປຕາມເສັ້ນທາງນ້ອຍ, ພວກເຮົາໄດ້ພົບເຫັນຕົ້ນການພູຫຼາຍຕົ້ນທີ່ມີອາຍຸແຕ່ 20-30 ປີ. ພາບ: daidoanket.vn |
![]() |
| ພ້ອມກັນນັ້ນ ເມື່ອເຂົ້າເລິກໄປ 5 ກິໂລແມັດ, ພວກເຮົາຈະພົບກັບເຫງົ້າຕົ້ນໄມ້ອາຍຸ 70-80 ປີ, ມີເສັ້ນຜ່າກາງ 1.5-2 ແມັດ. ພາບ: daidoanket.vn |
![]() |
| ທ່ານ ເລືອງວັນນາມ (ອາຍຸ 42 ປີ) ຜູ້ທີ່ມີ 25 ປີ ໃນການປົກປັກຮັກສາປ່າຕົ້ນການພູຢູ່ບ້ານ ນາຮາງ ໃຫ້ຮູ້ວ່າ: ຕາມສະຖິຕິ, ປ່າຕົ້ນການພູນີ້ ໃນປະຈຸບັນມີຕົ້ນການພູນານປີປະມານ 100 ຕົ້ນ ແລະ ຕົ້ນນ້ອຍນັບພັນຕົ້ນ. ພາບ: daidoanket.vn |
![]() |
| ຍ້ອນມີຄວາມສູງ 10-15 ແມັດ, ຮາກຂອງຕົ້ນການພູແມ່ນກວ້າງ ແລະ ເລິກຫຼາຍ. ພາບ: daidoanket.vn |
![]() |
| ເຂດປ່າຂອງບ້ານນາຮາງ ມີເນື້ອທີ່ກວ່າ 100 ເຮັກຕາ. ພາບ: daidoanket.vn |
![]() |
| ນັບແຕ່ປີ 1994 ເປັນຕົ້ນມາ, ຊາວບ້ານນາຮາງ ໄດ້ສ້າງສັນຍາວ່າດ້ວຍກົດໃນກາຍປົກປັກຮັກສາຕົ້ນການພູອັນລ້ຳຄ່າ. ພາບ: daidoanket.vn |
![]() |
| ທຸກໆເດືອນ, ໝູ່ບ້ານໄດ້ຈັດຕັ້ງການລາດຕະເວນເພື່ອນັບຕົ້ນການພູໃນປ່າ. ພາບ: daidoanket.vn |
ບູນມີ









