ທ່ານ ພົນເອກ ໂງ ຊວນ ຫຼີກ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ແຂວງວຽງຈັນ ສປປ ລາວ

00:54 | 13/05/2019

ຍສໝ - ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/1/1949-20/1/2019) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 20 ມັງ¬ກອນ 2019 ທີ່ວິທະຍາຄານກົມມະດຳ ແຂວງວຽງຈັນ, ສປປ ລາວ.

ທ່ານ ພົນເອກ ໂງ ຊວນ ຫຼີກ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ແຂວງວຽງຈັນ ສປປ ລາວ

ທ່ານ ພົນເອກ ໂງ ຊວນ ຫຼີກ ເຂົ້າຮ່ວມພິທີ.

ການເຂົ້າຮ່ວມພິທີດັ່ງກ່າວໂດຍມີທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ; ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ບັນດາຜູ້ນໍາພັກ ແລະ ລັດ, ອະດີດການນໍາຂອງພັກ ແລະ ລັດ ສປປ ລາວ; ຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນ, ກໍາປູເຈຍ, ຣັດເຊຍ, ມຽນມາ ແລະ ໄທ; ມີຜູ້ຕາງຫນ້າທາງການທູດ, ບັນດາອົງການຈັດຕັ້ງສາກົນຢູ່ລາວ ແລະ ແຂກຕ່າງປະເທດຖືກເຊີນ.

ພິທີມິດຕີງໄດ້ມີການເຂົ້າຮ່ວມຂອງອະດີດທະຫານອາສາສາໝັກ ແລະ ຜູ້ຊ່ຽວຊານຫວຽດນາມ, ອະດີດຊ່ຽວຊານທະຫານປົດປ່ອນປະຊາຊົນຈີນ, ສະຫະລັດລັດເຊຍທີ່ໄດ້ຊ່ວຍລາວໃນລະຫວ່າງສົງຄາມພ້ອມດ້ວຍບັນ​ດາ​ນາຍ ແລະ ພົນ​ທະ​ຫານ, ຕໍາຫຼວດ, ​ພະ​ນັກ​ງານ-ລັດ​ຖະ​ກອນ, ພ້ອມ​ດ້ວຍມວນ​ຊົນແຂວງວຽງຈັນຈໍານວນຫຼາຍ​ເຂົ້າ​ຮ່ວມ​ສະ​ຫລອງ​ຢ່າງ​ຄຶກ​ຄື້ນ. ທ່ານ ພົນເອກ ໂງ ຊວນ ຫຼີກ, ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ, ຮອງເລຂາທິການຂອງຄະນະກໍາມະການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນໍາພາຄະນະຜູ້ແທນຊັ້ນສູງທະຫານຫວຽດນາມເຂົ້າຮ່ວມພິທີ.

ຂຶ້ນກ່າວບົດສູນທອນພົດໄຂພິທີ, ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ທົບທວນຄືນດ້ານປະຫວັດສາດ, ມູນເຊື້ອ 70 ປີ ແຫ່ງການສ້າງສາ, ການຕໍ່ສູ້ ແລະ ເຕີບໃຫຍ່ຂອງກອງທັບປະຊາຊົນລາວ. ກ່ອນນີ້ 70 ປີ, ໃນວັນທີ 20 ເດືອນມັງກອນ ປີ 1949, ທີ່ເຂດຖານທີ່ໝັ້ນຕາແສງລາຮຸ່ງ - ພຽງສາ, ເມືອງຊຽງຄໍ້, ແຂວງຫັວພັນ, ສູນກາງພັກກອມມູນິດອິນດູຈີນໄດ້ຊີ້ນໍາໃຫ້ສ້າງຕັ້ງກອງຮ້ອຍລາດຊາວົງ (ແຂວງຫົວພັນ), ກອງປະກອບອາວຸດທໍາອິດໂດຍທ່ານ ປະທານ ໄກສອນ ພົນວິຫານ ເປັນຜູ້ບັນຊາການໂດຍກົງ. ຫຼັງຈາກນັ້ນ, ບັນດາຫນ່ວຍງານປະກອບອາວຸດໃນທົ່ວປະເທດກໍ່ໄດ້ສູນລວມກັບກອງຮ້ອຍລາດຊາວົງເພື່ອເປັນກອງທັບລາວອິດສະຫຼະແລ້ວຕໍ່ໄປກໍ່ກາຍເປັນກອງທັບປະຊາຊົນລາວໃນປະຈຸບັນ.

ບົດກ່າວສູນທອນພົດຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ໄດ້ໃຫ້ຮູ້ວ່າ: ໃນໄລຍະເວລາຕໍ່ຕ້ານ, ກອງທັບປະຊາຊົນລາວໄດ້ປະຕິບັດນະໂຍບາຍການຕ່າງປະເທດຂອງພັກ, ສ້າງສາ ແລະພັດທະນາສາຍພົວພັນໃກ້ຊິດ ແລະ ໃກ້ຊິດກັບບັນດາປະເທດເພື່ອນມິດໃກ້ຄຽງ. ເພີ່ມທະວີການພົວພັນກັບກອງທັບທະຫານໃນພາກພື້ນ, ໂດຍສະເພາະແມ່ນການສ້າງພັນທະມິດໃນການຕໍ່ສູ້ອັນພິເສດກັບກອງທັບປະຊາຊົນຫວຽດນາມ. “ນີ້ແມ່ນຫນຶ່ງໃນປັດໃຈສໍາຄັນທີ່ສຸດທີ່ຈະສາມາດໄຊຊະນະກັບສັດຕູໃນສະຫນາມຮົບໄດ້, ການສ້າງຄວາມສະດວກໃກ້ແກ່ຜົນສໍາເລັດໃນດ້ານການຕໍ່ສູ້ທາງດ້ານການເມືອງ, ປະກອບສ່ວນອັນສໍາຄັນໃນການປະສານງານກັບກອງກໍາລັງທະຫານຂອງລາວເພື່ອຍາດໄດ້ໄຊຊະນະດ້ານພາລະກິດຕໍ່ສູ້, ການປົດປ່ອຍປະເທດຊາດ ກໍ່ຄື ການປົກປ້ອງປະເທດຊາດ”, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໄດ້ເນັ້ນໜັກ.

ທ່ານ ພົນເອກ ໂງ ຊວນ ຫຼີກ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ແຂວງວຽງຈັນ ສປປ ລາວ


ທ່ານ ພົນເອກ ໂງ ຊວນ ຫຼີກ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ແຂວງວຽງຈັນ ສປປ ລາວ

ການເດີນສວນສະໜາມ

ໃນນາມປະຊາຊົນ, ລັດຖະບານ, ກອງທັບປະຊາຊົນລາວ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ກັບການຊ່ວຍເຫຼືອ ແລະ ການສະຫນັບສະຫນູນອັນຍິ່ງໃຫຍ່, ມີປະສິດທິຜົນທີ່ບັນດາປະເທດເພື່ອນມິດ ແລະ ບັນດາປະເທດໃກ້ຄຽງໃຫ້ ສປປ ລາວ ໃນພາລະກິດຕໍ່ສູ້, ປົດປ່ອຍປະເທດຊາດ ແລະ ການສ້າງສາ, ປົກປ້ອງປະເທດຊາດ, ເຊັ່ນ: ກອງທັບປະຊາຊົນຫວຽດນາມ, ກອງທັບປົດປ່ອຍປະຊາຊົນຈີນ, ກອງທັບລັດເຊຍ. “ໂດຍສະເພາແມ່ນຂ້າພະເຈົ້າຮູ້ບຸນຄຸນ ແລະ ຈື່ຈໍາໄວ້ໃນຫົວໃຈຂອງຂ້າພະເຈົ້າສໍາລັບການຊ່ວຍເຫຼືອຂອງພະນັກງານ, ທະຫານອາສາສາໝັກ, ບັນດາຜູ້ຊ່ຽວຊານຫວຽດນາມ ແລະ ນັກຮົບສາກົນທີ່ເສຍສະຫຼະຕົນເອງເພື່ອພາລະກິດປະຕິວັດລາວ. ບັນດາສະຫາຍຈະຖືກເກັບໄວ້ໃນຫນ້າປະຫວັດສາດຂອງພວກເຮົາຕະຫຼອດໄປ”. ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດໄດ້ສະແດງຄວາມຮູ້ສຶກ.
ຫຼັງຈາກການກ່າວບົດສູນທອນພົດຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແມ່ນມີການເດີນສວນສະໜາມດ້ວຍອຸປະກອນອາວຸດທີ່ທັນສະໄຫມຂອງບັນດາກໍາລັງຂອງກອງທັບປະຊາຊົນລາວ. ພິ­ທີ​ສະ­ເຫຼີມ­ສະ­ຫຼອງວັນ​ສ້າງ­ຕັ້ງ​ກອງ­ທັບ​ປະ­ຊາ­ຊົນ​ລາວຄົບ­ຮອບ 70 ປີ ໄດ້ປິດທ້າຍລົງດ້ວຍການ​ສະ​ແດງໂດດ​ຈ້ອງ​ທາງ​ອາ​ກາດ​ປະ​ກອບ​ທຸງ​ຊາດ,ທຸງ​ພັກ, ທຸງ​ກາ 70 ປີ ກອງ​ທັບ​ປະ​ຊາ​ຊົນ​ລາວ ແລະ ທຸງ​ທີວມີຈໍານວນທັງໝົດ 70 ສະຫາຍ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ