|
ບັນຍາກາດພົບປະສອງຝ່າຍ.(ພາບ: ຫວຽດແອັງ)
ຮັບ ແລະ ເຮັດວຽກ ກັບ ຄະນະຜູ້ແທນຂັ້ນສູງຂອງລາວ ຝ່າຍແຂວງເຊີນລາ ປະກອບມີ: ສະຫາຍ ຮ່ວາງ ວັນ ເຈິ໋ດ ເລຂາພັກແຂວງ ປະທານກະມະການປະຊົນແຂວງ; ສະຫາຍ ບຸ່ຍ ມິງ ເຊີນ ກຳມະການຄະນະປະຈຳພັກແຂວງ, ຮອງປະທານຜູ້ປະຈຳການ ສະພາປະຊາຊົນແຂວງ; ບັນດາສະຫາຍໃນຄະນະປະຈຳພັກແຂວງ; ຜູ້ປະຈຳການກຳມະການປະຊາຊົນ, ກຳມະການແນວໂຮມຊາດແຂວງ; ການນຳອາວຸໂສ ພະແນການ, ຫ້ອງການອ້ອມຂ້າງແຂວງເຂົ້າຮ່ວມເປັນຈຳນວນຫຼາຍ.
ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈສາມັກຄີມິດຕະພາບແບບພິເສດ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈນັ້ນ, ທີ່ການເຮັດວຽກ, ຕາງໜ້າການນໍາແຂວງເຊີນລາ, ທ່ານ ຮວ່າງວັນເຈິ໊ດ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເຊີນລາ ໄດ້ແຈ້ງໃຫ້ຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ຮັບຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ ແລະປັບປຸງລະບົບການເມືອງ; ບັນດາໝາກຜົນທີ່ພົ້ນເດັ່ນໃນຂົງເຂດຜະລິດກະສິກໍາ, ອຸດສາຫະກໍາ, ການກໍ່ສ້າງ, ວຽກງານດຶງດູດການລົງທຶນ, ພັດທະນາການທ່ອງທ່ຽວຂອງແຂວງເຊີນລາ ໃນໄລຍະຜ່ານມາ; ພິເສດ, ຜົນການຮ່ວມມືຮອບດ້ານລະຫວ່າງແຂວງເຊີນລາ ແລະແຂວງອຸດົມໄຊ ນັບແຕ່ປີ 2016 ມາຮອດປັດຈຸບັນ.ໃນນັ້ນ ແຂວງເຊີນລາ ໄດ້ຊ່ວຍເຫຼືອ ແຂວງອຸດົມໄຊ ຈຳນວນ 6,1 ຕື້ດົ່ງ ກໍ່ສ້າງອາຄານຕ່າງໆ; ຊ່ວຍພັດທະນາການກະເສດເປັນຕົ້ນປູກຕົ້ນໄມ້ກິນໝາກ, ປູກຫຍ້າ ແລະ ລ້ຽງງົວຊີ້ນ ມູນຄ່າ 1,1 ຕື້ດົ່ງ; ຮັບນັກຮຽນຈຳນວນ 89 ຄົນ ມາຮຽນຢູ່ ແຂວງເຊີນລາ; ກໍ່ສ້າງ, ສິດສອນ ພາສາຫວຽດ ໃຫ້ແກ່ພະນັກງານສະມາຊິກພັກ, ຊາວໜຸ່ມ, ອຳນາດການປົກຄອງ ແລະ ກຳລັງປະກອບອາວຸດຂອງແຂວງອຸດົມໄຊ...ຈຳນວນ 15 ຄົນ
|
ການນຳຂັ້ນສູງແຂວງອຸດົມໄຊ ເຂົ້າສັກກາລະ, ຈູບທູບທຽນ ໄຫ້ວອາໄລ ຢູ່ ອານຸສາວະລີ ວິລະຊົນ ຄຸກເຊີນລາ.(ພາບ: ຫວຽດແອັງ)
ຕາງໜ້າຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ, ທ່ານປອ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ສົມກຽດຂອງການນໍາແຂວງເຊີນລາ; ຊົມເຊີຍບັນດາໝາກຜົນ ເຊິ່ງແຂວງເຊີນລາ ບັນລຸໄດ້ໃນທຸກຂົງເຂດ. ພ້ອມທັງ, ແຈ້ງໃຫ້ຊາບສະພາບການເສດຖະກິດ-ສັງຄົມຂອງແຂວງອຸດົມໄຊ ໃນຊຸມປີຜ່ານມາ ແລະຕີລາຄາສູງຜົນການຮ່ວມມືລະຫວ່າງແຂວງອຸດົມໄຊ ແລະເຊີນລາ...
ທ່ານຍັງປາດຖະໜາວ່າໃນໄລຍະຈະມາເຖິງ, ແຂວງເຊີນລາ ຈະສືບຕໍ່ຮ່ວມມືກັບແຂວງອຸດົມໄຊ ໃນທຸກຂົງເຂດ; ພິເສດແມ່ນສົມທົບກັນບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ກໍ່ສ້າງບັນດາຮູບແບບການພັດທະນາກະສິກໍາຢ່າງມີປະສິດທິຜົນ; ພັດທະນາການທ່ອງທ່ຽວ; ດຶງດູດການລົງທຶນ...
|
ການນຳຂັ້ນສູງແຂວງອຸດົມໄຊຢ້ຽມຊົມຮູບແບບການປູກຕົ້ນໄມ້ກິນໝາກ ຢູ່ ສະຫະກອນ ຫງັອກລານ . (ພາບ: ຫວຽດແອັງ)
ໃນໂອກາດດຽວກັນນີ້, ຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ໄດ້ໄປສັກກາລະ, ຈູດທູບທຽນ ໄຫວ້ອາໄລ ຢູ່ ອານຸສາວະລີວິລະຊົນ ຄຸກເຊີນລາ, ສາລາປູຊາ ລຸງໂຮ່ ແລະ ຢ້ຽມຊົມສະໜາມຫຼວງ ເຕີຍບັກ; ຢ້ຽມຊົມຮູບແບບການປູກຕົ້ນໄມ້ກິນໝາກ ຢູ່ ສະຫະກອນ ຫງັອກລານ (ມາຍເຊີນ).
(ຫັດທະບູນ)