|
ການລາດຕະເວນຊາຍແດນຮ່ວມ ລະຫວ່າງ ທະຫານຊາຍແດນແຂວງເຫງ້ອານ ສສ ຫວຽດນາມ ແລະ ທະຫານຊາຍແດນແຂວງບໍລິຄໍາໄຊ ສປປ ລາວ
ເຖິງແມ່ນວ່າດິນຟ້າອາກາດມີຄວາມອົບອຸ່ນກໍ່ຕາມ, ແຕ່ໜ່ວຍງານທະຫານຊາຍແດນກໍ່ຍັງປະເຊີນໜ້າກັບບັນຫາທ້າທາຍຫຼາຍຢ່າງ, ຄວາມລໍາບາກ, ຄວາມອັນຕະລາຍໃນການເດີນທາງ. ເອົາຊະນະຄວາມຫຍຸ້ງຍາກທັງຫມົດ, ພວກເຂົາກໍ່ໄດ້ກ່າວຄໍາອວຍພອນອັນດີງາມ ແລະ ຄວາມໂຊກດີ ໃຫ້ເຊິ່ງກັນ ແລະ ກັນໃນປີໃຫມ່ 2019. ພະນັກງານ, ນັກຮົບທະຫານຂອງສອງຝ່າຍກໍ່ໄດ້ມີການຈັບມືກັນດ້ວຍຄວາມດີໃຈ ແລະ ຄວາມຮັບແພງກັນດີ.
ກ່ອນທີ່ຈະເລີ່ມປະຕິບັດການລາດຕະເວນຮ່ວມກັນໃນໄລຍະເວລາຫຼາຍມື້ໜ່ວຍງານຂອງສອງຝ່າຍກໍ່ໄດ້ເປັນເອກະພາບກັນອີກເທື່ອໜຶ່ງກ່ຽວກັບດ້ານເນື້ອໃນວຽກງານ. ຕາມແຜນການ, ການລາດຕະເວນຮ່ວມຈະໄດ້ດໍາເນີນໃນເວລາ 4 ມື້, ເປົ້າຫມາຍແມ່ນກວດກາສະຖານະພາບຂອງລະບົບຫຼັກຊາຍແດນ 427. ລະບົບຫຼັກໝາຍຊາຍແດນເຫຼົ່ານີ້ຢູ່ເຂດຫ່າງໄກຊອກຫຼີກທີ່ສຸດ, ສູງສຸດຢູ່ເຂດຊາຍແດນຂອງແຂວງເຫງ້ອານ ແລະ ແຂວງບໍລິຄໍາໄຊ, ດັ່ງນັ້ນ, ໜ້າທີ່ລາດຕະເວນຄັ້ງນີ້ແມ່ນມີຄວາມລໍາບາກ ແລະ ເປັນອັນຕະລາຍຫຼາຍ. ເພື່ອຮັບປະກັນໃນການປະຕິບັດໜ້າທີ່ປະສົບຜົນສໍາເລັດ, ຫນ່ວຍງານທັງສອງໄດ້ໃຊ້ເວລາຫຼາຍໃນການກະກຽມ. ນອກຈາກກະກຽມອາວຸດແລ້ວ, ແຕ່ລະພະນັກງານ ແລະ ນັກຮົບທະຫານ ກໍ່ຕ້ອງກະກຽມອາຫານຂອງກິນ, ຢາ, ເອກະສານຕ່າງໆ...
|
ນັກຮົບທະຫານຊາຍແດນຫວຽດນາມ ແລະ ລາວ ໄດ້ແບ່ງປັນອາຫານຂອງກິນໃຫ້ກັນໃນເວລາພັກພ່ອນ
ໃນການລາດຕະເວນຮ່ວມພະນັກງານ ແລະ ນັກຮົບທະຫານຂອງສອງຝ່າຍທີ່ໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເອົາຊະນະສິ່ງບໍ່ເອື້ອອໍານວຍຄວາມສະດວກທາງດ້ານທໍາມະຊາດ. ເວລາກິນເຂົ້າໃນປ່າທີ່ເຕັ່ມໄປດ້ວຍຄວາມອົບອຸ່ນ ແລະ ມິດຕະພາບອັນພິເສດລະຫວ່າງພະນັກງານ, ນັກຮົບທະຫານຫວຽດນາມ ແລະ ລາວ. ໃນຕອນກາງຄືນຂອງມື້ທີສອງໃນກາງປ່າ, ຫນ່ວຍງານທັງສອງໄດ້ພັກຜ່ອນຢູ່ສະຖານທີ່ຫ່າງຈາກຫຼັກໝາຍຊາຍແດນ 427 ບໍ່ໄກປານໃດ. ອາຫານຄໍ່າຢູ່້ເຂດຫຼັກໝາຍຊາຍແດນໂດຍມີຄວາມພິເສດເນື່ອງຈາກວ່າພະນັກງານ, ນັກຮົບທະຫານຫວຽດນາມ ແລະ ລາວໄດ້ຮັບອະນຸຍາດໃຫ້ກິນເຫຼົ້າເລັກຫນ້ອຍທີ່ໄດ້ນໍາມາພ້ອມ. ໃນບັນຍາກາດທີ່ອົບອຸ່ນ ແລະ ມ່ວນຊື່ນ, ພວກເຂົາໄດ້ກ່າວຄໍາອວຍພອນອັນດີງາມເນື່ອງໃນໂອກາດປີໃໝ່ ແລະ ໄດ້ນັດກັນວ່າຊິໄດ້ພົບກັນໃໝ່ໃນຕໍ່ໜ້າ.
(ໄຊພອນ)