ຜົນສຳເລັດດ້ານການທູດຂອງຫວຽດນາມ ໃນ ປີ 2019: ຄຸນນະທາດ ແລະ ກຳລັງໃຈຂອງຫວຽດນາມ

13:07 | 02/01/2020

ຍສໝ - ຖານະບົດບາດ ແລະ ອຳນາດໃໝ່ ຂອງປະເທດພາຍຫຼັງເກືອບ 35 ປີຂອງການປ່ຽນໃໝ່ ແລະ ບັນດາຜົນສຳເລັດການທູດ ທີ່ໄດ້ຮັບໃນຫລາຍປີຜ່ານມາໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ ຫວຽດນາມ ກ້າວໄປເຖິງປີ 2020 ຢ່າງໝັ້ນຄົງ.

ວັນທີ 31 ທັນວາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ມີບົດຂຽນທີ່ມີຫົວຂໍ້ວ່າ “ຜົນງານການທາງການທູດ 2019: ຄວາມອົງອາດກ້າຫານ ແລະ ຈິດໃຈ ຫວຽດນາມ” ເພື່ອແນໃສ່ສະຫຼຸບບັນດາຜົນງານທາງການທູດ ຂອງ ຫວຽດນາມໃນປີ 2019 ແລະ ທິດທາງການເຄື່ອນໄຫວໃນປີ 2020.

ທ່ານ ຟ້າມບິ່ງມິງຢັ້ງຢືນວ່າ ນີ້ແມ່ນຄັ້ງທໍາອິດທີ່ຫວຽດນາມດໍາລົງ 2 ຕໍາແຫນ່ງສໍາຄັນທັງແມ່ນປະທານອາຊຽນປີ 2020 ແລະ ກໍາມະການບໍ່ປະຈໍາການຂອງສະພາຄວາມຫມັ້ນຄົງສປຊອາຍຸການ 2020 - 2021. ນັ້ນແມ່ນບົດບາດຄວາມຮັບຜິດຊອບໃນພາກພື້ນແລະສາກົນທີ່ມີຄວາມຫມາຍສໍາຄັນ, ທັງເປັນກາລະໂອກາດສໍາຄັນເພື່ອໃຫ້ຫວຽດນາມເປັນເຈົ້າການໃນການປະກອບສ່ວນຢ່າງຕັ້ງຫນ້າແລະມີຄວາມຮັບຜິດຊອບເຂົ້າການສ້າງສັນຕິພາບ, ຄວາມຫມັ້ນຄົງ ແລະ ວັດທະນະຖາວອນລວມຂອງພາກພື້ນ ແລະໂລກ, ເປັນໂອກາດເພື່ອຢັ້ງຢຶນໃຫ້ເຫັນຫວຽດນາມແມ່ນປະເທດຮັກສັນຕິພາບ, ການປ່ຽນແປງໃຫມ່, ເຊື່ອມໂຍງສາກົນຢ່າງເລິກເຊິ່ງກ້ວາງຂວາງ.

ຜົນສຳເລັດດ້ານການທູດຂອງຫວຽດນາມ ໃນ ປີ 2019: ຄຸນນະທາດ ແລະ ກຳລັງໃຈຂອງຫວຽດນາມ

ພິທີລົງນາມໃນສັນຍາການຄ້າເສລີ ແລະ ສັນຍາປົກປ້ອງການລົງທຶນລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ, ເດືອນມິຖຸນາ 2019. (ພາບ: baoquocte.vn)

ໃນປີ 2019, ມີຫຼາຍຈຸດທີ່ສົດໃສໃນການປະຕິບັດນະໂຍບາຍອັນຍິ່ງໃຫຍ່ຂອງພັກ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະ ການທູດເສດຖະກິດຢ່າງຮອບດ້ານ ແລະ ກວ້າງຂວາງ, ເພື່ອພັດທະນາດ້ວຍຄຳຂວັນຂອງການຮັບໃຊ້ປະຊາຊົນ ແລະ ວິສາຫະກິດເປັນເນື້ອໃນໃຈກາງຂອງການບໍລິການ.

ຕາມເວທີປາໄສເສດຖະກິດໂລກ (WEF), ຄວາມສາມາດແກ່ງແຍ່ງທົ່ວໂລກຂອງພື້ນຖານເສດຖະກິດ ຫວຽດນາມ ໄດ້ເພີ່ມຂຶ້ນ 10 ອັນດັບເມື່ອທຽບໃສ່ປີ 2018, ເຖິງທີ່ຕັ້ງ 67/141 ປະເທດ. ພິເສດ, ເສດຖະກິດການທູດ ໄດ້ບັນລຸຫລາຍໝາກຜົນສຳຄັນຄື: ການດຶງດູດ FDI ບັນລຸໄດ້ 38,02 ຕື້ USD, ການເກີນດຸນການຄ້າບັນລຸໄດ້ 9,9 ຕື້ USD, ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 18 ລ້ານເທື່ອຄົນ.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ