|
ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ.(ພາບ:TTXVN)
ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ສະຫຼຸບໂດຍສັງເຂບໝາກຜົນຂອງກອງປະຊຸມ ແລະ ເນັ້ນໜັກເຖິງບາງບັນຫາຕື່ມອີກເພື່ອເປັນເອກະພາບກັນໃນການຊີ້ນຳນຳພາໃນໄລຍະທີ່ຈະມາເຖິງ. ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ຢືນຢັນວ່າ ກອງປະຊຸມໄດ້ປະສົບຜົນສຳເລັດຢ່າງຈົບງາມ, ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຈະປະກອບສ່ວນເຮັດສຳເລັດໜ້າທີ່ໃນປີ 2019 ຢ່າງມີໄຊ ເພື່ອກ້າວເຂົ້າສູ່ຜັນຂະຫຍາຍປະຕິບັດເປົ້າໝາຍໜ້າທີ່ໄດ້ວາງອອກໃຫ້ປີ 2020 ດ້ວຍຄວາມຕັດສິນໃຈສູງ ແລະ ບັນຍາກາດໃໝ່.
ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ເນັ້ນໜັກວ່າ ປີ 2020 ແມ່ນປີສຸດທ້າຍແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2016-2020, ຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 10ປີ 2021-2030, ປີຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
ດ້ວຍທ່າທີເຮັດວຽກຢ່າງເຂັ້ມງວດຂອງກອງປະຊຸມສູນກາງພັກ ຄັ້ງທີ 11, ບັນດາຮ່າງເອກະສານ ຮອດຈຸດເວລາປະຈຸບັນລ້ວນແຕ່ຮັບປະກັນຄວາມຄືບໜ້າທີ່ດີ, ຄຸນນະພາບດີ, ຈັດວາງໂຄງຮ່າງໃຫ້ສອດຄ່ອງ, ເປັນວິທະຍາສາດ. ບັນດາຮ່າງເອກະສານໄດ້ເຈາະຈິ້ມໃຫ້ເປີດກວ້າງບັນດາບັນຫາໃໝ່, ໃຫຍ່, ສໍາຄັນຂອງວຽກງານຊີ້ນໍາ, ນໍາພາພາລະກິດປະຕິວັດໃນສະພາບການໃໝ່; ສະແດງໃຫ້ເຫັນລັກສະນະກວມລວມ, ທົ່ວເຖິງທັງວິໄສທັດ, ຈິນຕະນາການນໍາພາ ແລະທັງບັນດາຂໍ້ສັງເກດ, ການຕີລາຄາ, ວິທີການແກ້ໄຂບັນດາບັນຫາຢ່າງລະອຽດທີ່ວາງອອກໃນແຕ່ລະຂົງເຂດ: ກໍ່ສ້າງພັກ, ເສດຖະກິດ-ສັງຄົມ, ວັດທະນະທໍາ, ການສຶກສາ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ...
|
ບັນຍາກາດທີ່ກອງປະຊຸມ.(ພາບ:TTXVN)
ຕາມແຜນການ ແລະ ວິວັດການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ພາຍຫຼັງກອງປະຊຸມສູນກາງພັກ ຄັ້ງທີ 11, ຊຸດທີ XII ພິຈາລະນາ, ປະກອບຄໍາເຫັນສຳເລັດບາດກ້າວໜຶ່ງແລ້ວ, ບັນດາຮ່າງເອກະສານຈະໄດ້ສົ່ງເຖິງກອງປະຊຸມໃຫຍ່ ອົງຄະນະພັກທຸກຂັ້ນປະກອບຄໍາເຫັນ; ຫຼັງຈາກນັ້ນຂໍຄໍາເຫັນຢ່າງກວ້າງຂວາງໃນທົ່ວປວງຊົນ.
ໃກ້ຊິດຕິດແທດກັບສານຂອງກອງປະຊຸມສູນກາງພັກ ຄັ້ງທີ 11, ໃກ້ຈະມາເຖິງ, ຄະນະພັກທຸກຂັ້ນ, ພະນັກງານ, ສະມາຊິກພັກທຸກຄົນຄວນສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນໃສ່ບັນດາຮ່າງເອກະສານ; ສຸມໃສ່ບັນດາບັນຫາໃຫຍ່, ຄື: ຕີລາຄາໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະໂສມໜ້າປະເທດຊາດພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການດໍາເນີນງານ, ສຸມໃສ່ເຂົ້າ 10 ປີມໍ່ໆມານີ້; ເປົ້າໝາຍພັດທະນາຮອດປີ 2025, ວິໄສທັດຮອດປີ 2030 (100 ປີແຫ່ງວັນສ້າງຕັ້ງພັກ) ແລະຮອດປີ 2045 (100 ປີແຫ່ງວັນສ້າງຕັ້ງປະເທດຊາດ)...
ສະພາບການພາກພື້ນ ແລະ ໂລກ ແລະ ສະພາບການຢູ່ພາຍໃນປະເທດ ພວມສືບຕໍ່ຜັນແປຢ່າງສັບສົນ, ດັ່ງນັ້ນ ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ ຕ້ອງມານະພະຍາຍາມ ສູ້ຊົນ, ຕັດສິນໃຈຢ່າງສູງສຸດເພື່ອເຮັດສຳເລັດບັນດາເປົ້າໝາຍ ໜ້າທີ່ຂອງປີ 2020 ແລະ ອາຍຸການຊຸດທີ 12 ຢ່າງມີໄຊ.
ໂດຍເຊື່ອມຕົວເຂົ້າກັບກະແສຂອງພາລະກິດປະຕິວັດ, ຊາບຊຶມແຜນນະໂຍບາຍ, ແນວທາງຂອງສູນກາງຢ່າງເລິກເຊິ່ງ, ໃນໄລຍະຜ່ານມາ, ອົງຄະນະພັກກອງທັບໄດ້ຊີ້ນໍາ, ນໍາພາທົ່ວກອງທັບຊາບຊຶມຄວາມໝາຍຂອງກອງປະຊຸມສູນກາງພັກ ຄັ້ງທີ 11 ແລະຜັນຂະຫຍາຍລະອຽດ, ບັນລຸໄດ້ໝາກຜົນໃນການປະຕິບັດບັນດາແຜນນະໂຍບາຍ, ວິທີການແກ້ໄຂຂອງກອງປະຊຸມສູນກາງພັກ ຄັ້ງທີ 10, ຊຸດທີ XII. ພິເສດ, ຄະນະພັກທຸກຂັ້ນ, ຜູ້ບັນຊາການຖືເປັນສໍາຄັນການສຶກສາໃຫ້ທະຫານມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ ແລະຄວາມຮັບຜິດຊອບໃນການເຂົ້າຮ່ວມການກະກຽມ, ດໍາເນີນກອງປະຊຸມໃຫຍ່ພັກທຸກຂັ້ນໃນອົງຄະນະພັກກອງທັບໃຫ້ປະສົບຜົນສໍາເລັດ, ກ້າວໄປເຖິງກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI, ປະກອບສ່ວນເຂົ້າໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.
(ໄຊພອນ)