ເພີ່ມທະວີໃນການເຊື່ອມຕໍ່, ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືໃນພາກພື້ນເອີຮົບ

00:54 | 15/05/2019

ຍສໝ - ໃນວັນທີ 04 ມີນາ, ທີ່ ຮ່າໂນ້ຍ, ກະຊວງອຸດສາຫະກໍາໄດ້ມີການຈັດຕັ້ງການພົບປະກັບບັນດາຄູ່ຮ່ວມມືໃນພາກພື້ນເອີຮົບ ປີ 2019 ເພື່ອສະໜອງຂໍ້ມູນຂ່າວສານດ້ານນະໂຍບາຍ, ໂອກາດການຮ່ວມມື, ສ້າງຊ່ອງທາງໃນການພົບປະເຈລະຈາຢ່າງໃກ້ຊິດ, ເພີ່ມທະວີການເຊື່ອມຕໍ່ກັບບັນດາຄູ່ຮ່ວມມືພາຍໃນປະເທດ ແລະ ຕ່າງປະເທດ ໃນການຊຸກຍູ້ການພົວພັນດ້ານເສດຖະກິດການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ ແລະ ພາກພື້ນເອີຮົບ.

ເພີ່ມທະວີໃນການເຊື່ອມຕໍ່, ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືໃນພາກພື້ນເອີຮົບ

ທ່ານ ຮອງລັດຖະມົນຕີ ຮວ່າງ ກວກ ເວື້ອງ ກ່າວຄໍາເຫັນທີ່ການພົບປະ

ນີ້ແມ່ນຂໍ້ລິເລີ່ມເຊິ່ງໄດ້ຈັດຂຶ້ນໂດຍກະຊວງອຸດສາຫະກໍາເພື່ອເຊື່ອມຕໍ່ກັບບັນດາຄູ່ຮ່ວມມືໃນການເຂົ້າຮ່ວມກິດຈະກໍາການຮ່ວມມືເສດຖະກິດ ລະຫວ່າງ ຫວຽດນາມ ແລະ ເອີຮົບ. ພ້ອມກັນນັ້ນ, ກໍ່ໄດ້ໂຄສະນາເຜີຍແຜ່ຮູບພາບຫວຽດນາມ ແລະ ການວາງສະແດງບັນດາຜະລິດຕະພັນສົ່ງອອກຂອງວິສາຫະກິດຫວຽດນາມ.

ໃນຫຼາຍປີຜ່ານມາ, ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດເອີຮົບ ໄດ້ຮັບການເປີດກວ້າງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ. ມາຮອດປະຈຸບັນ, ຫວຽດນາມ ໄດ້ມີການພົວພັນດ້ານການຄ້າກັບຫຼາຍກວ່າ 40 ປະເທດໃນພາກພື້ນ. ການເຕີບໂຕມູນຄ່າການຄ້າໄດ້ບັນລຸສອງຕົວເລກຢ່າງສະເໝີ.

ເພີ່ມທະວີໃນການເຊື່ອມຕໍ່, ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືໃນພາກພື້ນເອີຮົບ

ເພີ່ມທະວີໃນການເຊື່ອມຕໍ່, ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືໃນພາກພື້ນເອີຮົບ

ເພີ່ມທະວີໃນການເຊື່ອມຕໍ່, ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືໃນພາກພື້ນເອີຮົບ

ຕາມການສະຖິຕິຂອງກົມໃຫຍ່ພາສີອາກອນ, ປີ 2018, ມູນຄ່າແລກປ່ຽນການຄ້າສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ເອີຮົບ ບັນລຸ 62,11 ຕື້ ໂດລາສະຫະລັດ, ໃນນັ້ນ ຫວຽດນາມສົ່ງອອກໄປເອີຮົບບັນລຸ 44,93 ຕື້ ໂດລາສະຫະລັດ, ກວມເອົາ 20% ຂອງມູນຄ່າສົ່ງອອກທັງໝົດຂອງຫວຽດນາມ.

ຫວຽດນາມໄດ້ສົ່ງອອກດ້ານການຄ້າໄປເອີຮົບບັນລຸ 27,75 ຕື້ ໂດລາສະຫະລັດ, ປະກອບສ່ວນໃນການປັບປຸງການດຸ່ນດ່ຽງການຄ້າ ແລະ ສ້າງການສົ້ນອອກໃຫ້ມີຄວາມສະຖຽນລະພາບ, ຄວາມຫມັ້ນຄົງ ສໍາລັບສິນຄ້າຫວຽດນາມ. ບັນດາປະເທດເອີຮົບກໍ່ໄດ້ມີການລົງທຶນເຂົ້າຫວຽດນາມບັນລຸເກືອບ 50 ຕື້ ໂດລາສະຫະລັດ ໃນນັ້ນປະກອບມີ 3.300 ໂຄງການ ໄດ້ລົງທຶນໃນທຸກຂົງເຂດ.

ໃນຂອບຂອງລາຍການ, ບັນດາຜູ້ແທນ, ບັນດາທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າໃຫ້ບັນດາສະມາຄົມວິສາຫະກິດຕ່າງປະເທດເປັນຕົ້ນຄືຫ້ອງການການຄ້າເອີຮົບປະຈໍາຫວຽດນາມ, ບັນດາວິສາຫະກິດໄດ້ຢ້ຽມຊົມການວາງສະແດງສິນຄ້າສົ່ງອອກຈໍານວນໜຶ່ງເຊິ່ງເປັນເອກະລັກ ແລະ ເປັນທ່າແຮງຂອງຫວຽດນາມ. ນີ້ກໍ່ແມ່ນໂອກາດໃນການໂຄສະນາ ແລະ ການແນະນໍາ ບັນດາຜະລິດຕະພັນຕ່າງໆເຊິ່ງເປັນທ່າແຮງຂອງປະເທດຫວຽດນາມເປັນຕົ້ນຄື ກາເຟ, ເຄື່ອງບໍລິໂພກ, ອາຫານປຸງແຕ່ງ...

ໃນການພົບປະບັນດາຄູ່ຮ່ວມມືໃນພາກພື້ນເອີຮົບ ປີ 2019 ທີ່ໄດ້ຕີລາຄາວ່າຈະມີການປະກອບສ່ວນຢ່າງບໍ່ໜ້ອຍເຂົ້າໃນການພັດທະນາການພົວພັນເສດຖະກິດສອງຝ່າຍ, ຊຸກຍູ້ບັນດາກິດຈະກໍາເຊື່ອມຕໍ່ອັນຫຼາກຫຼາຍໃນເວລາຕໍ່ໜ້າກວ່າອີກ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ