ທີມ​ຊາດຫວຽດນາມ ຊະນະ ​ທີມ​ຊາດລາວ 1 - 0 ປະຕູ AFC U-16 ຮອບ​ຄັດ​ເລືອກ

00:54 | 15/05/2019

ຍສໝ - ໃນຂອບຂອງການ​ແຂ່ງຂັນ​ບານເຕະ​ຍິງ​ຊີງ​ແຊັມ​ອາຊີຮຸ່ນ​ອາຍຸ 16 ປີ ຮອບ​ຄັດ​ເລືອກ ຮອບ​ທີ 2 (AFC U-16 WOMEN'S CHAMPIONSHIP 2019 QUALIFIERS ROUND 2) ຈັດ​ຂຶ້ນ​ວັນ​ທີ 3 ມີນາ 2019 ຢູ່​ສະໜາມ​ກີລາ​ແຫ່ງ​ຊາດ ຫຼັກ 16, ນະຄອນຫຼວງວຽງຈັນ ສປປ ລາວ, ທີມ​ຊາດຫວຽດນາມ ໄດ້ຊະນະ ທີມ​ຊາດ​ລາວ 1 - 0 ປະຕູ AFC U-16 ຮອບ​ຄັດ​ເລືອກ.

ທີມ​ຊາດຫວຽດນາມ ຊະນະ ​ທີມ​ຊາດລາວ  1 - 0 ປະຕູ AFC U-16 ຮອບ​ຄັດ​ເລືອກ

ທີມ​ຊາດ ຫວຽດນາມ ຊະນະ ​ລາວ 1 - 0 ປະຕູ AFC U-16 ຮອບ​ຄັດ​ເລືອກ

ໃນ​ເກມ​ນີ້​ທີມ​ຊາດ​ລາວ ມາ​ພາດ​ທ່າ​ເສຍ​ປະຕູ ໃນ​ນາທີໆ 55 ຈາກ​ການ​ຍິງ​ເຂົ້າ​ປະຕູ​ຕົວ​ເອງ ຂອງ ວິໄລ​ພອນ ເພັງ​ຊະນະ ເຮັດ​ໃຫ້​ທີມ​ຊາດ​ຫວຽດນາມ ບຸກ​ມາ​ຊະນະ ທີມ​ຊາດ​ຍິງ​ລາວ 1-0 ປະຕູ ສ່ວນ​ທີມ​ຊາດ​ອົດ​ສະ​ຕຣາ​ລີ ສາມາດ​ເອົາ​ຊະນະ ທີມ​ຊາດ​ອີ​ຣານ 3-0 ປະຕູ ສົ່ງ​ຜົນ​ໃຫ້​ທີມ​ຊາດ​ອົດ​ສະ ຕຣາ​ລີ ຂຶ້ນ​ເປັນ​ອັນ​ດັບ 1 ຂອງ​ກຸ່ມ ສ່ວນ​ທີມ​ຊາດ​ຫວຽດນາມ ຢູ່​ອັນ​ດັບ 2.

ສຳລັບ​ຕາຕະລາງ​ແຂ່ງຂັນ​ນັດ​ຕໍ່​ໄປ (ວັນ​ທີ 5 ມີນາ 2019) ເວລາ 15:00 ໂມງ ທີມ​ຊາດ​ອົດ​ສະ​ຕຣາ​ລີ ພົບ ທີມ​ຊາດ​ຫວຽດນາມ ແລະ ເວລາ 18:30 ໂມງ ທີມ​ຊາດ​ລາວ ພົບ ທີມ​ຊາດ​ອີ​ຣານ ແຂ່ງຂັນ​ຢູ່​ສະໜາມ​ກີລາ​ແຫ່ງ​ຊາດ ຫຼັກ 16 ໂດຍ​ອັນ​ດັບ 1 ແລະ ອັນ​ດັບ 2 ຈະ​ໄດ້​ຜ່ານ​ເຂົ້າ​ຮອບ​ສຸດ​ທ້າຍ ແຂ່ງຂັນ​ຢູ່​ປະເທດ​ໄທ ໃນ​ວັນ​ທີ 15-28 ກັນຍາ 2019.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ