ທີມຊາດຍິງລາວ ອາຍຸ 17 ປີ ເຂົ້າຮ່ວມແຂ່ງຂັນລາຍການພິເສດຢູ່ຮົງກົງ
ຄະນະນຳ ຄະນະຄູເຝິກ ແລະ ນັກກີລາ ທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 17 ປີ ນຳໂດຍ ທ່ານນາງ ຍອດແກ້ວ ພາວະດີ ຜູ້ຈັດການທີມ ໄດ້ອອກເດີນທາງໃນວັນທີ 26 ມີນາ 2019 ທີ່ສະໜາມບິນສາກົນວັດໄຕເພື່ອເຂົ້າຮ່ວມການແຂ່ງຂັນລາຍການພິເສດ Jockey Club Girls' International Youth Invitational Football Tournament 2019 ຢູ່ເຂດເສດຖະກິດພິເສດຮົງກົງ.